ພັອ ບົວພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 29 ເມສາ 2019, ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ເພື່ອເຮັດໃຫ້ຊາວໜຸ່ມຄົນຍຸກໃໝ່ ໄດ້ຮັບຮູ້ ແລະ ນຳໄປເປັນແບບຢ່າງ ໃນການຈັດຕັ້ງປະຕິບັດວຽກງານ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍການປາຖະກະຖາຂອງ ພັອ ບົວພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ພ້ອມທັງມີບັນດາອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ປກສ ແຂວງ ເຂົ້າຮ່ວມ.

ພັອ ບົວພັນ ອິນທະປັນຍາ ໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂອງຫຍາຍຕົວຂອງ ກຳລັງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການຕໍ່ສູ້ກູ້ຊາດຕ້ານກັບສັດຕູຜູ້ມາຮຸກຮານໃນປາງສົງຄາມ ເຊິ່ງຍາມໃດຊາວໜຸ່ມກໍເປັນກຳລັງແຮງໃນການຕໍ່ສູ້ເພື່ອຍາດເອົາໄຊຊະນະມາສູ່ປວງຊົນລາວ ຈົນໄດ້ຮັບນາມມະຍົດວ່: “ຊາວໜຸ່ມປຽບເໝືອນ ແຂນຂວາຂອງພັກ” ເຊິ່ງເປັນກຳລັງແຮງຄຽງບ່າຄຽງໄຫຼ່ກັບປວງຊົນລາວທັງຊາດຕໍ່ສູ້ໃນແຕ່ລະບັ້ນຮົບ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975.

ພິທີປາຖະກະຖາ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ

ພັອ ບົວພັນ ອິນທະປັນຍາ ໄດ້ເນັ້ນໜັກໃຫ້ຊາວໜຸ່ມຮຸ່ນປັດຈຸບັນ ຈົ່ງອອກແຮງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາວໜຸ່ມຮຸ່ນກ່ອນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ປູກຈິດສໍານຶກໃຫ້ຊາວໜຸ່ມ ໃຫ້ມີນໍ້າໃຈຮັກຊາດຮັກບ້ານເກີດເມືອງນອນ, ມີມານະຈິດອົດທົນ, ມີຄຸນສົມບັດສິນທຳປະຕິວັດ ແລະ ຮັກການຄົ້ນຄວ້າ-ສຶກສາຮຽນຮູ້, ເອົາໃຈໃສ່ປຸກລະດົມເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ກວ້າງຂວາງ-ໜັກແໜ້ນ, ເສີມຂະຫຍາຍມູນເຊື້ອນ້ຳໃຈອັນພິລະອາດຫານ, ມີຄວາມເສຍສະລະ, ດຸໝັ່ນຂະຫຍັນພຽນ, ຮັກການອອກແຮງງານ, ມີແບບແຜນການດຳລົງຊີວິດທີ່ຖືກຕ້ອງ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ ແລະ ຮັກສາຮີດຄອງປະເພນີອັນດີງາມ ໄວ້ໃຫ້ຄຽງຄູ່ກັບຊາດລາວຕະຫຼອດໄປ.