ເຈົ້າພໍ່ຢາເສບຕິດລາຍໃຫຍ່ ເຊິ່ງຖືກໃສ່ອັນດັບເປັນເບີ 1 ຂອງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງຜູ້ກ່ຽວມີຊື່ວ່າ ທ້າວ ຟາມ ບາເຊີ້ນ

ການວາງແຜນການມ້າງລາຍຄະດີ ເຄື່ອນໄຫວຄ້າຂາຍຢາເສບຕິດ ທີ່ພົວພັນກັບ ທ້າວ ບາເຊີ້ນ ແມ່ນໄດ້ຮັບການຂຶ້ນແຜນການຢ່າງຮີບດ່ວນ, ແຕ່ວ່າເຮັດແນວໃດຈະຈັບຕົວ ທ້າວ ບາເຊີ້ນ ໄດ້ນັ້ນ ມັນເປັນເລື່ອງທີ່ເຈົ້າໜ້າທີ່ພົບຄວາມຫຍຸ້ງຍາກທີ່ສຸດ, ເຊິ່ງໄດ້ຮຽກຮ້ອງໃຫ້ອົງການສືບສວນ-ສອບສວນ ມີແບບແຜນການທີ່ລະອຽດ ໂດຍຕ້ອງໄດ້ສຸມໃສ່ການຕັດສິນໃຈສູງຂອງພະນັກງານສືບຂ່າວ ແລະ ຕິດຕາມເປົ້າໝາຍຢ່າງເດັດຂາດ.

ຕາງໜ້າພະນັກງານທີ່ມີປະສົບການສູງຂອງ ພະແນກສືບສວນ-ສອບສວນ ຄະດີຢາເສບຕິດ ໄດ້ໃຫ້ນັກຂ່າວຮູ້ວ່າ:

ເຮືອນທີ່ເປັນບ່ອນອາໄສຢູ່ທຸກມື້ຂອງ ທ້າວ ບາເຊີ້ນ ແມ່ນນອນຢູ່ໃນເຂດພັດທະນາ ຊ່າຍດົ່ງ ເຊິ່ງຖືກປະກອບວັດຖຸອຸປະກອນແບບທັນສະໄໝທີ່ສຸດ; ນອກຈາກ ລະລົບກ້ອງວົງຈອນປິດ ອ້ອມບໍລິເວນເຮືອນທີ່ສາມາດບັນຊາດ້ວຍລະບົບໂທລະສັບມືຖືແລ້ວ ປະຕູເຂົ້າເຮືອນພຽງແຕ່ໃຊ້ນີ້ວມືກົດປຸ່ມບັນຊາໃນໂທລະສັບ ປະຕູກໍຈະປິດໃຫ້ແບບອັດຕະໂນມັດ ແລະ ລະບົບການບັນຊາທຸກຢ່າງ ແມ່ນໃຊ້ໄຟຟ້າທັງໝົດ.

ສະນັ້ນແລ້ວ, ວຽກຕິດຕາມເປົ້າໝາຍ, ຕິດຕາມທຸກການເຄື່ອນໄຫວຂອງຜູ້ກ່ຽວທຸກບາດຍ່າງ ແມ່ນພົບຄວາມຫຍຸ້ງຍາກຫຼາຍ.

ຜ່ານການປະສານສົມທົບຂອງຫຼາຍພາກສ່ວນທີ່ກ່ຽວຂ້ອງ ຫຼາຍຄົນກໍມີແບບແຜນການແຕກຕ່າງກັນອອກໄປ; ແຕ່ເຖິງຢ່າງໃດກໍຕາມ, ຜ່ານການຄົ້ນຄວ້າຢ່າງລະອຽດແລ້ວ ກໍມີວິທີດຽວທີ່ຈະສາມາດຈັບຕົວຜູ້ກ່ຽວໄດ້ ນັ້ນແມ່ນວາງແຜນການຈັບຕົວຜູ້ກ່ຽວເທິງຖະໜົນ ໃນຂະນະທີ່ຜູ້ກ່ຽວເດີນທາງອອກຈາກເຮືອນ ແຕ່ບັນຫາມີຢູ່ວ່າ ຜູ້ກ່ຽວມີຄວາມລະມັດລະວັງສູງ ພ້ອມນັ້ນຜູ້ກ່ຽວແມ່ນຂັບຂີ່ລົດຫຼູຍີ່ຫໍ້ ແລນໂຣເວີ ເຊິ່ງເປັນລົດທີ່ສາມາດແລ່ນໄດ້ໄວ ແລະ ລົດທຳມະດາກໍບໍ່ສາມາດນຳທັນໄດ້.

ສ່ວນແຜນການຈະບຸກເຂົ້າເຮືອນຂອງຜູ້ກ່ຽວ ກໍບໍ່ໄດ້ງ່າຍດັ່ງທີ່ຄິດ ເພາະວ່າເປົ້າໝາຍມີອາວຸດປືນ ແລະ ອາວຸດອື່ນໆຈຳນວນຫຼາຍ ເຊິ່ງບໍ່ນັບປືນກິລາ; ຕາມການສອບສວນເປົ້າໝາຍ ທ້າວ ຟານຟຸກດາດ ທີ່ເຮັດວຽກສົ່ງຢາໃຫ້ກັບ ທ້າວ ບາເຊີ້ນ ໃຫ້ຮູ້ວ່າ:

ຕາມການໄດ້ເຂົ້າ-ອອກເຮືອນຂອງ ທ້າວ ບາເຊີ້ນ ແມ່ນເຫັນອາວຸດປືນຫຼາຍກະບອກ ແລະ ຢ່າງໜ້ອຍ ແມ່ນມີກະບອກໜຶ່ງທີ່ຜູ້ກ່ຽວປະໄວ້ຂ້າງບ່ອນນອນ ໃນລັກສະນະເຂົ້າລຳກ້ອງໄວ້ ພ້ອມຍິງໄດ້ຕະຫຼອດເວລາ.

ແຜນການທັງໝົດ ແມ່ນໄດ້ປຶກສາຫາລືກັນກັບໄປກັບມາ ລວມເຖິງຖ້າຈັບຕົວຜູ້ກ່ຽວໄດ້ ຈະເອົາຫຍັງມາເປັນຂອງກາງ ເພື່ອຢັ້ງຢືນການເຄື່ອນໄຫວການກະທຳຜິດຂອງຜູ້ກ່ຽວ ຫາກວ່າຈັບບໍ່ໄດ້ຂອງກາງກັບທີ່ຈາກຜູ້ກ່ຽວ ທຸກຢ່າງຕ້ອງເຮັດມີແຜນການ, ຮັບປະກັນວຽກງານວິຊາສະເພາະ ແລະ ຮັບປະກັນຄວາມປອດໄພຂອງພະນັກງານທີ່ເຂົ້າຮ່ວມການປະຕິບັດງານຄັ້ງນີ້ໃຫ້ໄດ້ 100%.

ການພົວພັນກັບອາວຸດປືນຂອງ ເຈົ້າພໍ່ຢາເສບຕິດລາຍນີ້

ຕາມປົກກະຕິແລ້ວ, ການມ້າງລາຍຄະດີຕໍ່ກັບກຸ່ມອາຊະຍາກຳທີ່ເຄື່ອນໄຫວ ໃນລັກສະນະສັງຄົມມືດ, ບັນດາກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດລາຍໃຫຍ່, ແຜນການມ້າງລາຍຄະດີ ແມ່ນຈະຈັບຜູ້ເປັນຫົວໂປ່ໂຕການໃຫຍ່ ແລ້ວຈຶ່ງຕາມຈັບບັນດາສາຂານ້ອຍທີ່ຂຶ້ນກັບ; ແຕ່ເຖິງຢ່າງໃດກໍຕາມ, ການວາງແຜນການມ້າງລາຍຄະດີທີ່ ທ້າວ ບາເຊີ້ນ ເປັນຫົວໂປ່ນີ້ ຄະນະຮັບຜິດຊອບມ້າງລາຍຄະດີ ຈະຈັບຈາກສາຂານ້ອຍຂຶ້ນມາຫາຜູ້ເປັນຫົວໂປ່ໂຕການ.

ຜ່ານການຕິດຕາມເປົ້າໝາຍຂອງ ເຈົ້າໜ້າທີ່ວິຊາສະເພາະ ເປັນເວລາຫຼາຍວັນ, ອົງການສືບສວນ-ສອບສວນ ກໍໄດ້ຮັບການລາຍງານຂ່າວກ່ຽວກັບ ເປົ້າໝາຍ ຫງວຽນວັນເຕິ້ມ ເກີດປີ 1978 ຢູ່ຄຸ້ມວິ້ງເຕິ້ນ ນະຄອນວິ້ງ ແຂວງເຫງະອ້ານ, ຕາມຂໍ້ມູນທີ່ເກັບກຳໄດ້ ທ້າວ ເຕິ້ມ ແມ່ນໜຶ່ງໃນຜູ້ສົ່ງອອກຢາເສບຕິດໃຫ້ກັບ ທ້າວ ບາເຊີ້ນ ຍ້ອນຜູ້ກ່ຽວມີການພົວພັນກັບເປົ້າໝາຍໃນປະເທດເພື່ອນບ້ານ. ທ້າວ ເຕິ້ມ ມັກຈະສັ່ງເອົາຢາເສບຕິດນຳເຈົ້າພໍ່ລາຍໃຫຍ່ ໃນປະເທດເພື່ອນບ້ານ ເມື່ອໄດ້ຢາເສບຕິດແລ້ວ ຈະຂົນສົ່ງເຂົ້າໄປໃຫ້ ທ້າວ ບາເຊີ້ນ ທີ່ນະຄອນຫຼວງຮ່າໂນ້ຍ.

ທ້າວ ເຕິ້ມ ໄດ້ເຄ່ືອນໄຫວຄ້າຂາຍຢາເສບຕິດ ເປັນເວລາຫຼາຍປີຕິດຕໍ່ກັນ ແລະ ຜູ້ກ່ຽວກໍຍັງມີປະຫວັດກ່ຽວຂ້ອງກັບ ການຄ້າຂາຍຢາເສບຕິດ ມາກ່ອນ ແລະ ມີການເຄື່ອນໄຫວມາເປັນເວລາຫຼາຍປີ. ດັ່ງນັ້ນ, ຜູ້ກ່ຽວຖືວ່າເປັນຄົນເກົ່າແກ່ ໃນການເດີນທາງສາຍນີ້.

ຕາມການລາຍງານຂອງພະນັກງານສືບຂ່າວ ໃຫ້ຮູ້ວ່າ:

ທ້າວ ເຕິ້ມ ມີວິທີການຂົນສົ່ງ ແລະ ເຄື່ອນຍ້າຍຢາເສບຕິດແບບມືອາຊີບ, ຜູ້ກ່ຽວມີພິບໄຫວເໜືອຄົນ ເຊິ່ງຫຼາຍຄົນໃຫ້ສາຍາວ່າ ຄົນທີ່ສາມາດຫາຍຕົວໄດ້.

ຕາມການສອບສວນລູກຄ້າຢາເສບຕິດຂອງຜູ້ກ່ຽວ ທີ່ເຈົ້າໜ້າທີ່ຈັບໄດ້ ກ່ອນໜ້ານີ້ ເວົ້າວ່າ: ບາງຄັ້ງໃນຕອນເຊົ້າ ໄດ້ພົບຜູ້ກ່ຽວຢູ່ແຂວງວິ້ງ ແລະ ເວລາຜ່ານໄປບໍ່ເທົ່າໃດນາທີ ກໍບໍ່ເຫັນຜູ້ກ່ຽວ ແລະ ຜ່ານໄປບໍ່ດົນ ກໍເຫັນຜູ້ກ່ຽວປະກົດຕົວທີ່ນະຄອນຫຼວງຮ່າໂນ້ຍ.

ນອກນັ້ນ, ທ້າວ ເຕິ້ມ ຍັງໄດ້ສ້າງເງື່ອນໄຂເພື່ອເປັນການບັງໜ້າ ໂດຍການລົງທຶນເຂົ້າໃນການເປີດກາຣາລົດຍົນ ກັບອ້າຍທີ່ເປັນພີ່ນ້ອງ ທີ່ແຂວງວິ້ງ. ດ້ວຍສາກບັງໜ້າໃນການເຮັດທຸລະກິດດັ່ງກ່າວ ການເຄື່ອນໄຫວຊື້ຂາຍ-ຂົນສົ່ງຢາເສບຕິດ ແຕ່ແຂວງວິ້ງ ມາ ນະຄອນຫຼວງຮ່າໂນ້ຍ ແມ່ນເປັນເງື່ອນໄຂສະດວກໃຫ້ກັບພວກເຂົາ.

ເມື່ອເຈົ້າໜ້າທີ່ ສາມາດສືບຮູ້ໄດ້ວ່າ:

ທ້າວ ເຕິ້ມ ເປັນຫົວຈັກໃຫຍ່ໃຫ້ກັບ ທ້າວ ບາເຊີ້ນ ຈຶ່ງໄດ້ແຕ່ງຕັ້ງກໍາລັງລົງຕິດຕາມຢ່າງຕິດແທດ ແລະ ລໍຖ້າແຕ່ມື້ໂອກາດເໝາະສົມ ຈະມ້າງລາຍຄະດີດັ່ງກ່າວທັນທີ.

ນອກຈາກນີ້, ຍັງມີ ທ້າວ ຫງວຽນຮວ່າງດ່າຍ ທີ່ມີການພົວພັນກັບ ທ້າວ ບາເຊີ້ນ ເຊິ່ງປະຊາຊົນໃນບໍລິເວນ ເຂດຮວ່ານກຽມ ແລະ ຜູ້ເຖົ້າໄວກາງຄົນ ແມ່ນບໍ່ມີໃຜທີ່ຈະບໍ່ຮູ້ ທ້າວ ຫງວຽນຮວ່າງດ່າຍ ອາຍຸ 58 ປີ ຢູ່ຄຸ້ມຫຼີ້ຖາຍໂຕ ເຂດຮວ່ານກຽມ ນະຄອນຫຼວງຮ່າໂນ້ຍ, ຜູ້ກ່ຽວກໍເປັນອີກເປົ້າໝາຍໜຶ່ງທີ່ກ່ຽວພັນກັບ ຂະບວນການຄ້າຂາຍຢາເສບຕິດລາຍໃຫຍ່ນີ້ ມາຫຼາຍປີ ແຕ່ຜູ້ກ່ຽວຖືກພຽງ 2 ຂໍ້ຫາ ຄື:

  1. ມີຢາເສບຕິດໄວ້ໃນຄອບຄອງ
  2. ຊື້ຢາເສບຕິດຜິດກົດໝາຍ

ເຊິ່ງຫຼາຍຄົນຮູ້ດີວ່າ ຜູ້ກ່ຽວມີການເຄື່ອນໄຫວຫຼາຍກວ່ານັ້ນ ໂດຍການໝູນໃຊ້ອາຊີບອື່ນປົກປິດ.

ເມື່ອອາຍຸ 23 ປີ ທ້າວ ດ່າຍ ໄດ້ເຂົ້າຮ່ວມກຸ່ມໝູ່ລົງມືລັກຊັບ ຖືກເຈົ້າໜ້າທີ່ຈັບໄດ້ ແລະ ຖືກສານປະຊາຊົນ ເຂດຮາຍບາຈຶ້ງ ຕັດສິນຈໍາຄຸກ 15 ເດືອນ, ເມື່ອພົ້ນໂທດມາໄດ້ໄລຍະໜຶ່ງ ຜູ້ກ່ຽວກໍກັບໄປເດີນທາງສາຍເກົ່າ ແລະ ກໍຖືກເຈົ້າໜ້າທີ່ຈັບຕົວ ໃນຂໍ້ຫາລັກຊັບພົນລະເມືອງ ແລະ ສານ ກໍໄດ້ຕັດສິນເພີ່ມເປັນສອງເທົ່າ.

ຕໍ່ມາໃນປີ 1986, ສານຕັດສິນຜູ້ກ່ຽວຈໍາຄຸກອີກ 30 ເດືອນ ໃນຂໍ້ຫາລັກຊັບພົນລະເມືອງ. ຜ່ານໄປທັງສອງຄັ້ງ ຫຼາຍຄົນກໍຄິດວ່າ ຜູ້ກ່ຽວຈະກັບຕົວກັບໃຈໄດ້ ແຕ່ເວລາຜ່ານໄປເກືອບ 10 ປີ ຜູ້ກ່ຽວໄດ້ປ່ຽນຈາກການລັກຊັບ ມາເປັນ ນັກຕົ້ມຕຸນຊັບ, ແລ້ວກໍຖືກເຈົ້າໜ້າທີ່ຈັບຕົວໄດ້ ແລະ ຖືກສານຕັດສິນຈໍາຄຸກອີກ 36 ເດືອນ ໃນປີ 1997.

ຈາກນັ້ນຕໍ່ມາເຖິງປີ 2016, ຜູ້ກ່ຽວຖືກຈັບຕົວໃນສະຖານຄ້າຂາຍຢາເສບຕິດ, ຫຼິ້ນການພະນັນ ແລະ ມີຢາເສບຕິດໄວ້ໃນຄອບຄອງ. ຫຼັງຈາກທີ່ຖືກປ່ອຍຕົວອອກມາ, ທ້າວ ດ່າຍ ກາຍເປັນພໍ່ຄ້າຢາເສບຕິດລາຍຍ່ອຍ ໃຫ້ກັບ ກຸ່ມມົ້ວສຸມຢາເສບຕິດ ໃນເຂດນະຄອນຫຼວງຮ່າໂນ້ຍ ເຊິ່ງຜູ້ສະໜອງຢາເສບຕິດໃຫ້ຜູ້ກ່ຽວ ກໍແມ່ນ ທ້າວ ບາເຊີ້ນ ນັ້ນເອງ.