ເຈົ້າພໍ່ຢາເສບຕິດລາຍໃຫຍ່ ເຊິ່ງຖືກໃສ່ອັນດັບເປັນເບີ 1 ຂອງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງຜູ້ກ່ຽວມີຊື່ວ່າ ທ້າວ ຟາມ ບາເຊີ້ນ

ນອກນີ້, ຍັງມີອີກໜຶ່ງເປົ້າໝາຍຊື່ ທ້າວ ຫງວຽນກິ້ມຫຽວ ອາຍຸ35 ປີ ຢູ່ເຂດຮາຍບາຈຶ້ງ ຮ່າໂນ້ຍ ເຊິ່ງເປັນອີກຄົນທີ່ເປັນຫົວຈັກໃຫຍ່ ໃນຂະບວນການຄ້າຂາຍຢາເສບຕິດຂອງ ທ້າວ ບາເຊີ້ນ. ດັ່ງນັ້ນ, ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ແລະ ປາບປາມຢາເສບຕິດ ຕ້ອງໄດ້ມ້າງນັບແຕ່ກຸ່ມນ້ອຍນີ້ຂຶ້ນຮອດຫົວໜ້າໃຫຍ່.

ຕາມການລາຍງານຂອງພະນັກງານສືບສວນ ຫ້ອງຕໍາຫຼວດສືບສວນ-ສອບສວນ ກອງບັນຊາການຕໍາຫຼວດ ນະຄອນຮ່າໂນ້ຍ ທ່ານໜຶ່ງ ໃຫ້ຮູ້ວ່າ:

ພາຍໃຕ້ການບັນຊາຈາກ ຄະນະກອງບັນຊາການ ຄະນະບັນຊາຫ້ອງຕໍາຫຼວດສືບສວນ-ສອບສວນ ກ່ຽວກັບ ຢາເສບຕິດ, ພະນັກງານວິຊາສະເພາະ ແມ່ນໄດ້ສຸມກໍາລັງປະຕິບັດຕາມແຜນການ, ມີການຕິດຕາມການເຄ່ືອນໄຫວຂອງພວກກ່ຽວທຸກບາດກ້າວ ແລະ ລໍຖ້າແຕ່ໂອກາດເໝາະສົມ ກໍຈະມ້າງລາຍຄະດີທັນທີ.

ມາໄລຍະຕົ້ນເດືອນສິງຫາ 2018, ໄດ້ລາຍງານການເຄື່ອນກ່ຽວກັບ ກຸ່ມດັ່ງກ່າວວ່າ ກໍາລັງມີການເຄື່ອນໄຫວຂົນສົ່ງຢາເສບຕິດ ດັ່ງນັ້ນກໍາລັງພົນທຸກພາກສ່ວນ ຈຶ່ງເຂົ້າປະຈໍາທີ່ກຽມມ້າງກຸ່ມດັ່ງກ່າວ.

ຮອດຕອນເຊົ້າວັນທີ 27 ສິງຫາ 2018, ເຈົ້າໜ້າທີ່ຕິດຕາມເປົ້າໝາຍ ຮູ້ວ່າ:

Visual Composer Website Builder

ທ້າວ ເຕິ້ມ ໄດ້ເຂົ້າໄປທີ່ເຮືອນຂອງ ທ້າວ ບາເຊີ້ນ ແບບລັກສະນະປິດລັບ. ຈາກນັ້ນ, ບໍ່ເທົ່າໃດນາທີ ຜູ້ກ່ຽວໄດ້ຍ່າງອອກມານອກເຮືອນ ເພື່ອໄປຫາກິນເຂົ້າເຊົ້າ ແລ້ວກັບເຂົ້າໄປທີ່ເຮືອນຫຼັງດັ່ງກ່າວອີກ, ພໍຮອດເວລາປະມານ 10:20 ໂມງ ທ້າວ ເຕິ້ມ ໄດ້ລັດລົດແທັກຊີ ໄປທີ່ສູນການຄ້າແຫ່ງໜຶ່ງ ໃນເຂດຖະໜົນຫງວຽນວັນລິ້ງ ຄຸ້ມລັອງບ້ຽນ ຮ່າໂນ້ຍ ເພື່ອຊື້ເຄື່ອງນຸ່ງ ແລະ ເຄື່ອງໃຊ້ ລວມເງິນຊື້ໝົດ 20 ລ້ານກວ່າດົ່ງ.

ເມື່ອຜູ້ກ່ຽວອອກຈາກສະຖານທີ່ດັ່ງກ່າວ ເຈົ້າໜ້າທີ່ໄດ້ເຂົ້າຈັບຕົວ ແລະ ກວດຄົ້ນຕົວ ສາມາດກວດພົບເງິນສົດອີກ 800 ລ້ານກວ່າດົ່ງ ພ້ອມດ້ວຍວັດຖຸຂອງກາງອື່ນໆທີ່ກ່ຽວຂ້ອງອີກຈໍານວນໜຶ່ງ.

ປະມານ 11:00 ໂມງ ຂອງວັນທີ 27 ສິງຫາ 2018, ຄະນະຮັບຜິດຊອບມ້າງລາຍຄະດີ ສືບຕໍ່ແຜນການເຂົ້າຈັບຕົວ ທ້າວ ຫງວຽນກິ້ມຫຽວ ໃນຂະນະທີ່ຜູ້ກ່ຽວກໍາລັງອອກຈາກເຮືອນຂອງ ທ້າວ ບາເຊີ້ນ, ເຈົ້າໜ້າທີ່ຈັບຕົວ ແລະ ກວດຄົ້ນໃນຕັບໂລລົດຈັກ ພົບເຫັນຖົງນ້ອຍສີດໍາ ຈໍານວນ 1 ຖົງ ແລະ ຖົງສີເຫຼືອງ ຈໍານວນ 3 ຖົງ ເຊິ່ງໃນນັ້ນບັນຈຸວັດຖຸຄ້າຍຄືນໍ້າກ້ອນສີຂາວ; ຜ່ານການພິສູດແລ້ວ, ວັດຖຸດ່ັງກ່າວແມ່ນ ຢາເສບຕິດ ປະເພດຢາໄອສ໌ ລວມນໍ້າໜັກເກືອບ 3 ກິໂລກຼາມ.

ຕໍ່ມາເວລາປະມານ 12:00 ໂມງ, ເຈົ້າໜ້າທີ່ໄດ້ເຂົ້າຈັບຕົວ ທ້າວ ຫງວຽນຮວ່າງດ່າຍ, ຜູ້ກ່ຽວບໍ່ທັນໄດ້ກຽມຕົວ ເຈົ້າໜ້າທີ່ກໍເຂົ້າຈັບຕົວ ພ້ອມທັງສາມາດກວດຄົ້ນລົດຈັກຂອງຜູ້ກ່ຽວ ພົບເຫັນຖົງເຈ້ຍສີດໍາ ໃນນັ້ນມີຖົງຢາງສີດໍາ 2 ຖົງ ເຊິ່ງເປັນຢາເສບຕິດ ປະເພດຢາບ້າ ລວມນໍ້າໜັກປະມານ 2 ກິໂລກຼາມ.

ຫຼັງຈາກບັນດາສາຂາຍ່ອຍຖືກຈັບຕົວໄດ້ທັງໝົດ, ຄະນະຮັບຜິດຊອບ ຈຶ່ງຕັດສິນໃຈຈະບຸກເຂົ້າເຮືອນຂອງຜູ້ເປັນເຈົ້າພໍ່ໃຫຍ່ ຫຼື ເອເຢນໃຫຍ່ ແຕ່ຄືດັ່ງທີ່ໄດ້ກ່າວຂ້າງເທິງໃນເຮືອນຂອງຜູ້ກ່ຽວ ມີອາວຸດຍຸດໂທຈໍານວນຫຼາຍ, ຖ້າບໍ່ມີວິທີການຢ່າງລະອຽດ ອາດພາດທ່າເຂົ້າໃນກັບດັກຂອງຜູ້ກ່ຽວ ຢ່າງແນ່ນອນ, ເຊິ່ງອາດບໍ່ສາມາດຮັບປະກັນໄດ້ຄວາມປອດໄພຂອງພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຕົວຈິງ. ດ່ັງນ້ັນ, ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ມີການເຕົ້າລວມປະຊຸມຫາວິທີການທີ່ເໝາະສົມຈັດການກັບເປົ້າໝາຍດັ່ງກ່າວ ແລະ ສຸດທ້າຍ ກໍສາມາດຕົກລົງກັນໄດ້ກ່ຽວກັບວິທີການຈະນໍາໃຊ້ຈັບຕົວຜູ້ກ່ຽວໃນຄັ້ງນີ້.

Visual Composer Website Builder

ຮອດເວລາປະມານ 14:00 ໂມງ ຂອງວັນດຽວກັນ, ຫຼັງຈາກໄດ້ກຽມພ້ອມທຸກຢ່າງແລ້ວ ພະນັກງານອີກຈຸໜຶ່ງຂອງ ຫ້ອງສືບສວນ-ສອບສວນຢາເສບຕິດ ໄດ້ສົມທົບກັບຕໍາຫຼວດກຸ່ມ ລົງໄປເຖິງເຮືອນຂອງຜູ້ກ່ຽວ; ຈາກນັ້ນ, ມີພໍ່ຂອງ ທ້າວ ບາເຊີ້ນ ອອກມາໄຂປະຕູໃຫ້ ແລະ ໄດ້ເຊີນເຂົ້າໄປໃນເຮືອນນັ່ງລົມກັນ.

ການພົວພັນກັບອາວຸດປືນຂອງ ເຈົ້າພໍ່ຢາເສບຕິດລາຍນີ້

ຫຼັງຈາກການໂອ້ລົມກັນບໍ່ດົນ, ພະນັກງານຈຶ່ງສະເໜີຂໍພົບກັບ ທ້າວ ບາເຊີ້ນ ເພື່ອມີວຽກຢາກຕັກເຕືອນເລັກໜ້ອຍ ເພາະວ່າຜູ້ກ່ຽວຍັງມີຄະດີທີ່ພາກໂທດໄວ້ຢູ່. ຕໍ່ມາບໍ່ດົນ, ທ້າວ ບາເຊີ້ນ ໄດ້ຍ່າງອອກມາໃນເຄື່ອງຊຸດນອນ ເມື່ອເຈົ້າໜ້າທີ່ເຫັນແນວນັ້ນ ກໍໄດ້ເຂົ້າຈັບຜູ້ກ່ຽວທັນທີ ໂດຍບໍ່ທັນໄດ້ເວົ້າຖາມຫຍັງ; ການເຂົ້າຈັບຕົວຜູ້ກ່ຽວ ໃຊ້ເວລາພຽງແຕ່ 5 ນາທີ ແລະ ຫຼັງຈາກໄດ້ຮັບການລາຍງານວ່າ ສາມາດຈັບຕົວ ທ້າວ ບາເຊີ້ນ ໄດ້ຢ່າງປອດໄພແລ້ວ ພະນັກງານທີ່ເຂົ້າຮ່ວມມ້າງລາຍຄະດີທັງໝົດ ຈຶ່ງຫາຍໃຈສະດວກຂຶ້ນ.

ຫຼັງຈາກຄວບຄຸມສະຖານະການໄດ້, ເຈົ້າໜ້າທີ່ໄດ້ຈັດຕັ້ງພະນັກງານລົງກວດຄົ້ນສະຖານທີ່ເຮືອນຂອງຜູ້ກ່ຽວ; ຜ່ານການກວດຄົ້ນ, ເຈົ້າໜ້າທີ່ ກວດພົບຢາເສບຕິດ ປະເພດເກັດຕາມິນ 200 ກຼາມ, ຢາອີ 22 ເມັດ, ຫຼອດແກ້ວໃສ່ຢາເສບຕິດ ປະເພດເກັດຕາມິນ ຈໍານວນຫຼາຍ, ເຄື່ອງເສບຢາ, ຊິງທີ່ມີຝຸ່ນຢາເສບຕິດ, ພິເສດເຈົ້າໜ້າທີ່ກວດພົບປືນຫຼວງ AK 47 ໜຶ່ງກະບອກ, ປືນສັ້ນ CZ 27 ໜຶ່ງກະບອກ, ປືນຄອດ 70 ໜຶ່ງກະບອກ ແລະ ລູກກະສຸນຫຼາຍຊະນິດ 174 ລູກ. ນອກນັ້ນ, ເຈົ້າໜ້າທີ່ ຍັງຢຶດໄດ້ປະເພດປືນກິລາອີກຈໍານວນຫຼາຍ.

ປັດຈຸບັນ, ຄະດີຂອງຜູ້ກ່ຽວ ກຳລັງຖືກເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ດໍາເນີນຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.