ເປີດຝຶກອົບຮົມ ກົດໝາຍໄລຍະສັ້ນ ໃຫ້ ຮາກຖານບ້ານ ຊຸດທີ I

0
3196

ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ເປີດຝຶກອົບຮົມກົດໝາຍໄລຍະສັ້ນ ໃຫ້ ຮາກຖານບ້ານ ທີ່ຂຶ້ນກັບເມືອງ ຊຸດທີ I ໃນວັນທີ 2 ພຶດສະພາ 2019, ເປັນປະທານໂດຍ ທ່ານ ຖະໜອມ ທໍາທອງ ເຈົ້າເມືອງໆໄຊເສດຖາ, ມີຫົວໜ້າພະແນກຍຸຕິທໍາ ນວ, ນາຍບ້ານ-ຮອງນາຍບ້ານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ຝຶກອົບຮົມກົດໝາຍໄລຍະສັ້ນ ໃຫ້ ຮາກຖານບ້ານ ທີ່ຂຶ້ນກັບເມືອງ ຊຸດທີ I
ຝຶກອົບຮົມກົດໝາຍໄລຍະສັ້ນ ໃຫ້ ຮາກຖານບ້ານ ທີ່ຂຶ້ນກັບເມືອງ ຊຸດທີ I

ການຝຶກອົບຮົມໃນຄັ້ງນີ້ ມີນັກສໍາມະນາກອນ ຈຳນວນ 41 ທ່ານ ຍິງ 16 ທ່ານ ຈະໄດ້ຮຽນຮູ້ກ່ຽວກັບ ວິຊາພື້ນຖານກ່ຽວກັບການປ່ຽນແປງໃໝ່, ລັດທິມາກ-ເລນິນ, ຄວາມຮູ້ພື້ນຖານກ່ຽວກັບລັດ ແລະ ກົດໝາຍ, ລັດຖະທໍາມະນູນ, ກົດໝາຍ ວ່າດ້ວຍ ລັດຖະບານ, ກົດໝາຍ ວ່າດ້ວຍ ການປົກຄອງທ້ອງຖິ່ນ, ກົດໝາຍ ວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ກົດໝາຍ ວ່າດ້ວຍ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ກົດໝາຍ ວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍ ວ່າດ້ວຍ ການເຂົ້າ-ອອກ, ຄຸ້ມຄອງຄົນຕ່າງປະເທດ ໃນ ສປປ ລາວ, ກົດໝາຍ ວ່າດ້ວຍ ສັນຊາດລາວ, ກົດໝາຍ ວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍພາສີ, ກົດໝາຍສ່ວຍສາອາກອນ, ກົດໝາຍຊັບສິນຂອງລັດ, ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍ ບໍ່ແຮ່, ກົດໝາຍ ວ່າດ້ວຍ ກະສິກໍາ, ກົດໝາຍ ວ່າດ້ວຍ ປ່າໄມ້, ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍ ແຮງງານ, ກົດໝາຍສຶກສາ, ກົດໝາຍ ວ່າດ້ວຍ ຈະລາຈອນທາງບົກ, ກົດໝາຍ ວ່າດ້ວຍ ຢາເສບຕິດ, ກົດໝາຍ ວ່າດ້ວຍ ການປ້ອງກັນຊາດ, ກົດໝາຍທະບຽນສານ, ກົດໝາຍ ວ່າດ້ວຍ ອົງການໄອຍະການປະຊາຊົນ, ກົດໝາຍ ວ່າດ້ວຍ ສານປະຊາຊົນ, ຄວາມຮູ້ພື້ນຖານກ່ຽວກັບ ກົດໝາຍແພ່ງ, ກົດໝາຍ ວ່າດ້ວຍ ທະບຽນຄອບຄົວ, ກົດໝາຍ ວ່າດ້ວຍ ຄອບຄົວ, ກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນສັນຍາ, ນອກສັນຍາ ແລະ ກົດໝາຍ ວ່າດ້ວຍ ການຄໍ້າປະກັນການປະຕິບັດສັນຍາ, ກົດໝາຍ ວ່າດ້ວຍ ການສືບທອດມູນມໍລະດົກ, ກົດໝາຍ ວ່າດ້ວຍ ກໍາມະສິດ, ປະມວນກົດໝາຍອາຍາ, ກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ, ກົດໝາຍ ວ່າດ້ວຍ ການດໍາເນີນຄະດີແພ່ງ, ກົດໝາຍ ວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ວຽກງານຍຸຕິທໍາຮາກຖານ ແລະ ເຕັກນິກການແຕ່ງເອກະສານທາງລັດຖະການ.

ມີຫົວໜ້າພະແນກຍຸຕິທໍາ ນວ, ນາຍບ້ານ-ຮອງນາຍບ້ານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ມີຫົວໜ້າພະແນກຍຸຕິທໍາ ນວ, ນາຍບ້ານ-ຮອງນາຍບ້ານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນ ເຂົ້າຮ່ວມ

ທັງນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງຄໍາສັ່ງ ເລກທີ 46/ນຍ ລົງວັນທີ 29 ກັນຍາ 2009 ກ່ຽວກັບ ການເພີ່ມທະວີຕໍ່ວຽກງານຍຸຕິທໍາຮາກຖານ ເປັນຕົ້ນແມ່ນ ການສ້າງບຸກຄະລາກອນກົດໝາຍຂັ້ນພື້ນຖານ ໃນຫຼັກສູດຝຶກອົບຮົມ 45 ວັນ ໃຫ້ບັນດາເລຂາພັກບ້ານ, ຮອງນາຍບ້ານ, ບັນດາອົງການຈັດຕັ້ງຕ່າງໆຂອງບ້ານ ພາຍໃນເມືອງໄຊເສດຖາ.