ພິທີປະກາດແຕ່ງຕັ້ງ ຮອງອຳນວຍການ ວສປ ຄົນໃໝ່ເພີ່ມ 1 ທ່ານ

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງອຳນວຍການ ວສປ ຄົນໃໝ່ເພີ່ມ 1 ທ່ານ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງພາຍໃນ ໃຫ້ເຂັ້ມແຂງ ໃນວັນທີ 6 ພຶດສະພາ 2019, ເປັນກຽດເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມທັງມີບັນດາຄະນະອຳນວຍການ, ຄະນະຫ້ອງ ແລະ ຄະນະວິຊາ ເຂົ້າຮ່ວມ.

ພັທ ສຸວັນໄຊ ຫຼ້າຈັນເພັດ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 2274/ປກສ ລົງວັນທີ 5 ທັນວາ 2018 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ວິທະຍາຄານສັນຕິບານປະຊາຊົນ, ໃນນີ້ໄດ້ແຕ່ງຕັ້ງ ພັອ ພູວັນ ນາຊຽງຄຳ ເປັນ ຮອງອຳນວຍການວິທະຍາຄານສັນຕິບານປະຊາຊົນ ຄົນໃໝ່ເພີ່ມ, ສ່ວນຫົວໜ້າ ແລະ ຮອງ ທີ່ມີຢູ່ແລ້ວແມ່ນ ຮັກສາໄວ້ຄືເກົ່າ.

ໂອກາດນີ້, ພົຕ ປອ ສົມຫວັງ ທຳມະສິດ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງອຳນວຍການ ຄົນໃໝ່ເພີ່ມ ໃນຄັ້ງນີ້, ເຊິ່ງແມ່ນການປັບປຸງການຈັດຕັ້ງຂອງ ວສປ ໃຫ້ມີຄວາມເຂັ້ມແຂງ, ຄົບຊຸດເປັນກ້າວໆ ແລະ ມີຖັນແຖວພະນັກງານທີ່ເຕີບໃຫຍ່ ແລະ ມີລະດັບວິຊາສະເພາະນັບມື້ນັບສູງຂຶ້ນ, ສາມາດເຄື່ອນໄຫວວຽກງານວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນແຕ່ໄລຍະ, ສາມາດປະຕິບັດໜ້າທີ່ວຽກງານການສິດສອນໃຫ້ມີຄຸນນະພາບ, ມີມາດຕະຖານ, ແລະ ເປັນກຳລັງແຮງຊຸກດັນ, ສ້າງບຸກຄະລາກອນໃຫ້ມີຄວາມຮູ້-ຄວາມສາມາດ ເພື່ອເຮັດໃຫ້ ວສປ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.