ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ

ເມື່ອບໍ່ດົນມານີ້, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ດຳເນີນກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ກັບ ສະຖາບັນຝຶກອົບຮົມ ຜູ້ພິພາກສາ ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ, ນຳພາຄະນະຝ່າຍລາວໂດຍ ທ່ານ ນາງ ສຸກສະຫວາດ ບຸນມາແສງ ວ່າການຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ, ຝ່າຍຈີນນໍາໂດຍ ທ່ານ ຫວງເຫວີນຈິງ ຫົວໜ້າສະຖາບັນຝຶກອົບຮົມ ຜູ້ພິພາກສາ ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ນຳພາຄະນະຝ່າຍລາວໂດຍ ທ່ານ ນາງ ສຸກສະຫວາດ ບຸນມາແສງ ວ່າການຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ

ໃນກອງປະຊຸມ, ທັງສອງຝ່າຍ ໄດ້ມີການແລກປ່ຽນບົດຮຽນກ່ຽວກັບ ວຽກງານວິຊາສະເພະ ແນໃສ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ທັງສອງສະຖາບັນ ໂດຍເຫັນດີໃຫ້ມີການຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານຄູ-ອາຈານ, ສ້າງເປັນຄູຝຶກມືອາຊີບ ແລະ ການພັດທະນາວຽກງານຫ້ອງສະໝຸດ ໃຫ້ເປັນຄັງຄວາມຮູ້ ແລະ ທັນສະໄໝ ໃນຍຸກ 4.0, ຈັດໃຫ້ມີການຝຶກອົບຮົມ ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ແລະ ວຽກງານຈ່າສານ, ການສະໜອງອຸປະກອນຕ່າງໆ ເພື່ອຮັບໃຊ້ເຂົ້າໃນການຝຶກອົບຮົມ, ລວມທັງການຝຶກອົບຮົມການດຳເນີນຄະດີຄ້າມະນຸດ, ການດຳເນີນຄະດີກ່ຽວກັບ ການລະເມີດທາງເອເລັກໂຕຼນິກ, ການດຳເນີນຄະດີການຄ້າ, ການດຳເນີນຄະດີທາງປົກຄອງ ແລະ ການພິຈາລະນາຄະດີ ໂດຍຜູ້ພິພາກສາ ຄົນດຽວ.

ຝ່າຍຈີນນໍາໂດຍ ທ່ານ ຫວງເຫວີນຈິງ ຫົວໜ້າສະຖາບັນຝຶກອົບຮົມ ຜູ້ພິພາກສາ ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ

ໃນຕໍ່ໜ້າ, ທັງສອງຝ່າຍ ຍັງຈະສືບຕໍ່ໃຫ້ມີການແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອເຮັດໃຫ້ການປະຕິບັດວຽກງານວິຊາສະເພາະຂອງທອງສອງຝ່າຍ ປະສົບຜົນສຳເລັດຍິ່ງຂຶ້ນ ເປັນຕົ້ນແມ່ນ ການສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ກ່ຽວກັບ ການຝຶກອົບຮົບ ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ແລະ ວຽກງານຈ່າສານ ໃຫ້ມີຄວາມຊໍານິຊໍານານຂຶ້ນກວ່າເກົ່າ.