ຮອງເຈົ້າຄອງ ນວ ເນັ້ນພະແນກ ຜທ ຄົ້ນຄວ້າປະເມີນໂຄງການ ໃຫ້ມີຄຸນນະພາບ

0
2210

ວັນທີ 8 ພຶດສະພາ 2019, ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວເຮັດວຽກຢູ່ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດທີ່ທ່ານໄດ້ຮັບຕໍາແໜ່ງໃໝ່ເປັນ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພູຂົງ ບັນນະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ຕະຫຼອດຮອດພະນັກງານ-ລັດຖະກອນ ໃຫ້ການຕ້ອນຮັບ.

ທ່ານ ພູຂົງ ບັນນະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ
ໃນໂອກາດດັ່ງກ່າວ, ທ່ານ ປອ ອາດສະພັງທອງ ສີພັນດອນ ໄດ້ເນັ້ນ ຄະນະພະແນກແຜນການ ແລະ ການລົງທຶນ ( ຜທ ) ນະຄອນຫຼວງວຽງຈັນ ວ່າ:

ໃຫ້ເອົາໃຈໃສ່ຄົ້ນຄວ້າປະເມີນໂຄງການຕ່າງໆໃຫ້ມີຄຸນນະພາບ ໂດຍສະເພາະແມ່ນ ໂຄງການລົງທຶນຂອງລັດ ກ່ອນສະເໜີເຂົ້າແຜນ ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ການປະເມີນຕ້ອງຮັບປະກັນໄດ້ຄວາມຖືກຕ້ອງ ແລະ ຍຸຕິທໍາ ເພື່ອໃຫ້ໄດ້ໂຄງການທີ່ມີຄວາມສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ, ມີປະສິດທິພາບ, ປະສິດທິຜົນ, ມີຄວາມຍືນຍົງ ແລະ ສາມາດບັນຈຸເຂົ້າໃນແຜນການລົງທຶນຂອງລັດ ເພື່ອແນໃສ່ບັນລຸເປົ້າໝາຍຂອງການພັດທະນາ ນະຄອນຫຼວງວຽງຈັນ.

ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ (ນວ)

ຄຽງຄູ່ກັນນີ້, ກໍໃຫ້ເອົາໃຈໃສ່ວຽກງານດຶງດູດ ແລະ ສົ່ງເສີມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ຄົ້ນຄວ້າບັນດາໂຄງການ ທີ່ນັກລົງທຶນສະເໜີຂໍລົງທຶນ ໃຫ້ສອດຄ່ອງຕາມລະບຽບກົດໝາຍ ແລະ ສອດຄ່ອງຕາມຫຼັກການ ເພື່ອໃຫ້ໄດ້ຜູ້ລົງທຶນທີ່ມີເງື່ອນໄຂດີ, ມີທຶນ ແລະ ປະສົບການໃນການພັດທະນາ ນະຄອນຫຼວງວຽງຈັນ, ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ບັນດາໂຄງການທີ່ໄດ້ຮັບອະນຸຍາດໄປແລ້ວນັ້ນ ໃຫ້ດຳເນີນຢ່າງເປັນລະບົບ, ຕໍ່ເນື່ອງ, ສອດຄ່ອງຕາມກົດໝາຍ ແລະ ສັນຍາ ແລະ ສືບຕໍ່ບໍລິການລົງທຶນປະຕູດຽວ ໃຫ້ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ.

ວຽກງານດຶງດູດ ແລະ ສົ່ງເສີມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ

ທ່ານ ພູຂົງ ບັນນະວົງ ລາຍງານໃຫ້ຮູ້ວ່າ:

ປີ 2018 ຜ່ານມາ, ມີໂຄງການສະເໜີຂໍລົງທຶນໃໝ່ ແລະ ໂຄງການລົງທຶນເກົ່າ ສະເໜີຂໍດັດແກ້ພິຈາລະນາ ລວມທັງໝົດ 105 ໂຄງການ; ໃນນັ້ນ, ໂຄງການທີ່ຢູ່ໃນຂັ້ນນະຄອນຫຼວງວຽງຈັນ ຄົ້ນຄວ້າ 88 ໂຄງການ ແລະ ໂຄງການປະກອບຄໍາເຫັນໃຫ້ສູນກາງ 17 ໂຄງການ.

ແນໃສ່ບັນລຸເປົ້າໝາຍຂອງການພັດທະນາ ນະຄອນຫຼວງວຽງຈັນ
ແນໃສ່ບັນລຸເປົ້າໝາຍຂອງການພັດທະນາ ນະຄອນຫຼວງວຽງຈັນ

ໃນຈໍານວນໂຄງການທີ່ພິຈາລະນາທັງໝົດ ເຫັນດີ 60 ໂຄງການ ມີມູນຄ່າການລົງທຶນ 900 ລ້ານກວ່າໂດລາສະຫະລັດ, ບໍ່ເຫັນດີ 18 ໂຄງການ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າຄືນ 27 ໂຄງການ.