ໃນປີ 2019 ກະຊວງ ຍທຂ ຈະສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດບັນດາວຽກທີ່ສໍາຄັນ ເປັນຕົ້ນ ແມ່ນໂຄງການກໍ່ສ້າງທາງ, ໂຄງການກໍ່ສ້າງຂົວ, ໂຄງການປັບປຸງແບບໃບຂັບຂີ່ ແລະ ປັບປຸງຮ່າງ ນິຕິກໍາຕ່າງໆທີ່ຕິດພັນກັບວຽກງານຂົນສົ່ງທາງບົກ ແລະ ວຽກງານອື່ນໆ.

ອີງຕາມຂໍ້ມູນຂອງກະຊວງ ຍທຂ ໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2019, ກະຊວງ ຍທຂ ຈະສູ້ຊົນໃຫ້ຈັດຕັ້ງປະຕິ ບັດບັນດາໜ້າວຽກ ແລະ ໂຄງການລົງທຶນຂອງລັດທີ່ສໍາຄັນ ເປັນຕົ້ນ: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ເສັ້ນທາງເລກ 6A+6B ຫາງ ລ້ອງ-ສົບເບົາ-ປ່າຮາງ ແລະ ວຽງໄຊ-ນໍ້າໂສຍ (ADB12); ໂຄງການກໍ່ສ້າງທາງບ້ານຮວດ-ເມືອງຄອບ-ປາກຄອບ-ກ້ອນຕື້ນ (NE DA); ໂຄງການກໍ່ສ້າງເສັ້ນທາງຫົງສາ-ຊຽງແມນ (NEDA); ໂຄງການກໍ່ສ້າງຂົວໃໝ່ປ່ຽນແທນຂົວເກົ່າ 2 ແຫ່ງ ແຂວງສະຫວັນນະເຂດ, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນດອນສັງຄີ, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຈຸດທ່າໂພນສັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ກໍ່ສ້າງເດີ່ນສອບເສັງໃບຂັບຂີ່ປະເພດລົດລາກ (E1) ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນແຫ່ງທໍາອິດໃນ ສປປ ລາວ, ປັບປຸງແບບໃບຂັບຂີ່ຂອງພົນລະເມືອງລາວຕາມຂໍ້ກໍານົດສັນຍາການຂົນສົ່ງໃນອະນຸພາກພື້ນແມ່ນໍ້າຂອງ GMS ໃຫ້ສໍາເລັດ.

ນອກນັ້ນ, ສູ້ຊົນໃຫ້ໄດ້ລິເລີ່ມຈັດຕັ້ງປະຕິບັດບັນດາໜ້າວຽກ ແລະ ໂຄງການບຸລິມະສິດຂອງ ຂະແໜງການ ເປັນຕົ້ນແມ່ນໂຄງການຟື້ນຟູເສັ້ນທາງ 13 ເໜືອ ແຕ່ສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ, ໂຄງການກໍ່ສ້າງທາງຫຼວງແຫ່ງຊາດ ເລກທີ 11 ແຕ່ນາສັງ ຫາໂຄກເຂົ້າດໍ ເມືອງສັງທອງ, ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ, ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ 2 ແຫ່ງເທດສະບານເມືອງ ແລະ ແຂວງໄຊຍະບູລີ, ໂຄງການຄຸ້ມຄອງໄພພິບັດນໍ້າຖ້ວມເທດສະບານເມືອງໄຊ ແຂວງອຸດົມໄຊ ແລະ ໂຄງການ ພັດທະນາຕົວເມືອງຕາມແລວເສດຖະກິດ GMS4, ຄຽງຄູ່ກັນນີ້ ກະຊວງ ຍທຂ ຍັງຈະສືບຕໍ່ແກ້ໄຂຂໍ້ຄົງຄ້າງການກວດສອບວຽກງານ ຄວາມປອດໄພ (USOAP) ແລະ ຂໍ້ຄົງຄ້າງຈາກການມາກວດສອບແບບໍ່ຕໍ່ເນື່ອງວຽກຄວາມປອດໄພການບິນ (USAP-C MA) ຈາກອົງການການບິນພົນລະເຮືອນສາກົນ ໂດຍສະເພາະແມ່ນລະບຽບວ່າດ້ວຍການປົກປ້ອງສິດທິຂອງຜູ້ໂດຍສານ, ລະບຽບການຄຸ້ມຄອງເວລາຖ້ຽວບິນເຂົ້າ-ອອກ ສປປ ລາວ ແລະ ລະບຽບການຄຸ້ມຄອງທຸລະກິດການບິນ.

ພ້ອມທັງ ເອົາໃຈໃສ່ໂຄງການກໍ່ສ້າງເສັ້ໜທາງລົດໄຟລາວ-ຈີນ ໂຄດຍສຸມໃສ່ວຽກງານ 4 ຂົງ ເຂດວຽກງານກໍ່ສ້າງໃຫ້ປະຕິບັດ 80% ຂຶ້ນໄປ, ວຽກງານຊົດເຊີຍ-ເວນຄືນທີ່ດິນສູ້ຊົນໃຫ້ໄດ້ 80% ຂຶ້ນໄປ, ຮ່າງຄູ່ມືຄຸ້ມຄອງຕິດຕາມ ແລະ ການນໍາໃຊ້ເງິນສົດງົບປະມານຂອງຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ຄູ່ມືການຈັດຕັ້ງປະຕິບັດ ແລະ ຕິດ ຕາມວຽກງານກວດກາສິ່ງແວດລ້ອມ ແລະ ຄູ່ມືແນະນໍາການຄຸ້ມຄອງແຮງງານຂອງໂຄງການກໍ່ສ້າງ ໃນປີ 2019, ເລັ່ງກໍ່ສ້າງສະຖານີ ຊັ່ງນໍ້າໜັກທີ່ທັນສະໄໝຢູ່ອີກ 2 ຈຸດ: ບ້ານນາອິນ ແຂວງບໍລິຄໍາໄຊ ແລະ ບ້ານນາເຕີຍ ແຂວງຫຼວງນໍ້າທາ, ປັບປຸງນິຕິກໍາຕ່າງໆທີ່ຕິດພັນກັບວຽກງານຂົນສົ່ງທາງບົກຄື: ຮ່າງກົດໝາຍວ່າດ້ວຍພາຫະນະ, ດໍາລັດວ່າດ້ວຍການຄຸ້ມຄອງຂົນ ສົ່ງທາງບົກ (Dryport), ຂໍ້ຄົກລົງວ່າດ້ວຍການຄຸ້ມຄອງສະຖານີຂົນສົ່ງ ແລະ ຂໍ້ຕົກລົງວ່າດ້ວຍການຂົນສົ່ງວັດຖຸອັນຕະລາຍ.