ເຜີຍແຜ່ເອກະສານໂດຍ ພັອ ຄໍາແກ້ວ ມະໂລດາ ຄະນະພັກກົມໃຫຍ່ຕໍາຫຼວດ ເລຂາຄະນະພັກ ຫົວໜ້າກົມຕໍາຫຼວດເສດຖະກິດ

ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີເຊື່ອມຊຶມບັນດາມະຕິຄຳສັ່ງຂອງ ຄະນະພັກກະຊວງ ປກສ ວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ໜັກແໜ້ນເຂັ້ນແຂງໃນກໍາລັງ ປກສ ແລະ ການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ເອກະສານສໍາຄັນຈໍານວນໜຶ່ງ, ເຜີຍແຜ່ເອກະສານໂດຍ ພັອ ຄໍາແກ້ວ ມະໂລດາ ຄະນະພັກກົມໃຫຍ່ຕໍາຫຼວດ ເລຂາຄະນະພັກ ຫົວໜ້າກົມຕໍາຫຼວດເສດຖະກິດ, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ

ເອກະສານທີ່ເຜີຍແຜ່ໃນຄັ້ງນີ້ ປະກອບມີດັ່ງນີ້:

  • ເອກະສານຄໍາສັ່ງ ເລກທີ 02/ຄພປກສ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ ແຕ່ລະຂັ້ນ ໃນທົ່ວອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ
  • ຄຳສັ່ງເລກທີ 03/ຄວປກສ ລົງວັນທີ 12 ພະຈິກ 2018 ວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ໜັກແໜ້ນ ແລະ ມາດຕະຖານຂອງພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ
  • ມະຕິຕົກລົງ ເລກທີ 39/ຄພປກສ ວ່າດ້ວຍ ການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ
  • ຄຳສັ່ງ ເລກທີ 40/ຄພປກສ ວ່າດ້ວຍ ການແບ່ງປັນຂັ້ນຄຸ້ມຄອງພະນັກງານຢູ່ໃນກໍາລັງປ້ອງກັນຄວາມສະຫງົບ
  • ຄໍາແນະນໍາ ເລກທີ 35 43/ກມປສ ວ່າດ້ວຍ ການຈັດຕັ້ງປະຕິບັດມະຕິຕົກລົງ ເລກທີ 39/ຄພປກສ
  • ຄໍາແນະນໍາກ່ຽວກັບ ການປະຕິບັດມະຕິຄຳສັ່ງແນະນຳຂອງ ຄະນະພັກບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍ ການເພີມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ
  • ຄຳແນະນຳ ເລກທີ 3792/ກມປສ ວ່າດ້ວຍ ການດຳເນີນກອງປະຊຸມໃຫຍ່ຂອງແຕ່ລະຂັ້ນ ໃນທົ່ວອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ.
ພິທີເຊື່ອມຊຶມບັນດາມະຕິຄຳສັ່ງຂອງ ຄະນະພັກກະຊວງ ປກສ

ການຈັດຕັ້ງເຊື່ອມຊຶມມະຕິຄຳສັ່ງບັນດາເອກະສານດັ່ງກ່າວ ແມ່ນເພື່ອເຮັດໃຫ້ ຄະນະພັກ-ຄະນະບັນຊາ ກໍຄື ພະນັກງານສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ພະນັກງານນຳພາ-ບັນຊາ ຢູ່ ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.