ກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການຂອງ ບັນດາສານປະຊາຊົນແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ

ສານປະຊາຊົນທົ່ວແຂວງພາກກາງ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການຂອງ ບັນດາສານປະຊາຊົນແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບ ສານປະຊາຊົນພາກກາງ ຄັ້ງທີ IV ໃນວັນທີ 9 ພຶດສະພາ 2019 ທີ່ແຂວງໄຊສົມບູນ, ໂດຍການເປັນປະທານຂອງ ທ່ານ ສົມສັກ ໄຕບຸນລັດ ປະທານສານປະຊາຊົນພາກກາງ, ມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໆໄຊສົມບູນ ແລະ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງຊຸມແລກປ່ຽນບົດຮຽນທາງດ້ານວິຊາການໃນຄັ້ງນີ້, ບັນດາຜູ້ແທນ ແລະ ຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຮັບຟັງການປະກອບຄຳຄິດເຫັນ, ຕັ້ງຄຳຖາມຄົ້ນຄວ້າປະກອບຄຳຄິດເຫັນໃສ່ເນື້ອໃນຕ່າງໆ ທີ່ນຳມາປຶກສາຫາລືແລກປ່ຽນບົດຮຽນ ເຮັດໃຫ້ມີການຮັບຮູ້ປະສົບການ ແລະ ບົດຮຽນໃໝ່ທີ່ເປັນປະໂຫຍດ ເພື່ອນຳໄປໝູນໃຊ້ໃນວຽກງານຕົວຈິງໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ໂດຍສະເພາະແມ່ນ ການແລກປ່ຽນບົດຮຽນ ໃນການດຳເນີນຄະດີໃນທ້ອງຖິ່ນຂອງໃຜລາວ ເຮັດໃຫ້ສຳເລັດໜ້າທີ່ວຽກງານໃນໄລຍະໃໝ່ ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ ໄດ້ຮັບການປະຕິບັດເຂົ້າສູ່ວຽກງານຕົວຈິງໃນຕໍ່ໜ້າ ພ້ອມນຳເອົາບົດຮຽນທີ່ໄດ້ແລກປ່ຽນເທື່ອນີ້ ໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ, ສ້າງໃຫ້ມີຄວາມຍຸຕິທຳ ພາຍໃຕ້ຄຳຂວັນທີ່ວ່າ: “ ຮອບຄອບ, ມີວິໄນ, ວິນິໃສຈະແຈ້ງ, ຕັດສິນເປັນທໍາ ເອົາໄປປະຕິບັດໄດ້ ”.

ໂດຍການເປັນປະທານຂອງ ທ່ານ ສົມສັກ ໄຕບຸນລັດ ປະທານສານປະຊາຊົນພາກກາງ

ທັງນີ້, ກໍເພື່ອເຮັດໃຫ້ການດຳເນີນຄະດີໃຫ້ມີຄວາມຖືກຕ້ອງ ແລະ ຍຸຕິທຳ ພາຍໃນສັງຄົມ, ອັນນີ້ມັນແມ່ນຂີດໝາຍສຳຄັນອັນໜຶ່ງ ໃນການປັບປຸງລະບົບສານປະຊາຊົນ ເພື່ອຮັບປະກັນຄວາມເປັນເອກະລາດຂອງສານ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ ໃນການດຳເນີນຄະດີ ໃຫ້ມີປະສິດທິພາບ-ປະສິດທິຜົນດີຂຶ້ນກວ່າເກົ່າ.