ຊາວໜຸ່ມຮາກຖານປະຊາຊົນ ນວ ຊຸດໃໝ່ ຈະສືບຕໍ່ນຳພາຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

0
1033

ຊຸມປີ 2020-2025 ຄະນະໜ່ວຍຊາວໜຸ່ມປະຊາຊົນ ປະຕິວັດລາວ ຮາກຖານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຈະສືບຕໍ່ນຳພາສະມາຊິກຊາວໜຸ່ມ ປະຕິບັດຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍປຸກລະດົມແນວຄິດໃຫ້ສະມາຊິກປະກອບສ່ວນຢ່າງຕັ້ງໜ້າໃນການປ້ອງກັນ, ຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສຳນັກງານ-ອົງການ ແລະ ສັງຄົມ.

ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະໜ່ວຍຊາວໜຸ່ມປະຊາຊົນ ປະຕິວັດລາວ ຮາກຖານສະພາປະຊາຊົນ ນວ ຊຸດໃໝ່ ຈະສືບຕໍ່ນຳພາສະມາຊິກປະຕິບັດຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍການເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ເພື່ອໃຫ້ຊາວໜຸ່ມມີສະຕິລະວັງຕົວສູງບໍ່ຫຼົງເຊື່ອເລ່ກົນອຸບາຍຂອງກຸ່ມຄົນບໍ່ດີທີ່ຫວັງຕົວະຍົວະຊວນເຊື່ອ ຄຽງຄູ່ກັບການປຸກລະດົມຊາວໜຸ່ມເຂົ້າຮ່ວມວຽກງານປ້ອງກັນສຳນັກງານ-ອົງການຈັດຕັ້ງ ຂອງຕົນ, ປ້ອງກັນງານສຳຄັນຕ່າງໆຂອງພັກ-ຂອງຊາດ ເພື່ອປະກອບສ່ວນເຮັດໃຫ້ສຳນັກງານ ແລະ ວັນສຳຄັນຕ່າງໆ ມີຄວາມສະຫງົບປອດໄພໂດຍພື້ນຖານ.

ສຳລັບຜົນການປ່ອນບັດ, ບັນດາສະມາຊິກຊາວໜຸ່ມ ໄດ້ເປັນເອກະສັນກັນເລືອກເອົາທ່ານ ນະຄະເສນ ສີຫາລາດ ເປັນເລຂາ, ທ່ານ ສຳລີ ສີທຸມທອງ ເປັນຮອງເລຂາ, ທ່ານ ນາງ ສາຍຄຳ ອິນທະວົງ ເປັນຮອງເລຂາ, ທ່ານ ນາງ ວຽງສະຫວັນ ວົງສາລີ ແລະ ທ່ານ ເໝົາ ລັດຕະນະ ເປັນຄະນະ.

ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຍົກໃຫ້ເຫັນວ່າ: ໄລຍະ ຊຸມປີ 2016-2019 ຄະນະນະໜ່ວຍຊາວໜຸ່ມ ໄດ້ນຳພາສະມາຊິກເຄື່ອນໄຫວຂະບວນການວຽກງານຫຼາຍດ້ານໄດ້ ຮັບຜົນສຳເລັດ, ອັນພົ້ນເດັ່ນແມ່ນຂະບວນການວຽກງານວິຊາສະເພາະດ້ານການຕິດຕາມກວດກາ ແມ່ນໄດ້ຄົ້ນຄວ້າຄຳຮ້ອງຂໍຄວາມເປັນທຳ ແລະ ເຂົ້າຮ່ວມກອງປະຊຸມຜ່ານຄຳ ຮ້ອງຂໍຄວາມເປັນທຳນຳຄະນະກຳມະການ ໄດ້ທັງໝົດ 1.008 ເລື່ອງ, ສາມາດພິຈາລະນາແກ້ໄຂໄດ້ຈຳນວນ 712 ເລື່ອງ.

ໂອກາດດຽວກັນ, ຍັງໄດ້ຈັດພິທີມອບໃບຊົມເຊີຍຂັ້ນ ນວ ແລະ ໃບຢັ້ງຢືນຊາວໜຸ່ມ 4 ບຸກ ປະຈຳປີ 2018 ໃຫ້ ໜ່ວຍຊາວໜຸ່ມປະຊາຊົນ ປະຕິວັດລາວ ຮາກຖານສະພາປະຊາຊົນ ນວ, ມອບໃບຍ້ອງຍໍຂັ້ນ ນວ ໃຫ້ສະມາຊິກຊາວໜຸ່ມ ຈຳນວນ 42 ທ່ານ.

ກອງປະຊຸມໃຫຍ່ດັ່ງກ່າວຈັດຂຶ້ນວັນທີ 10 ພຶດສະພາ 2019 ເປັນປະທານໂດຍທ່ານ ນາງ ລັດຕະນະພອນ ຈັນທະບົວລາ ເລຂາໜ່ວຍຊາວໜຸ່ມ, ມີທ່ານ ນາງ ສຸມມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນວ, ທ່ານ ຈັນທອນ ລັດຖະຈັກ ຮອງເລຂາໜ່ວຍພັກ ສະພາປະຊາຊົນ ນວ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ແຂກຮັບເຊີນ ຕະຫຼອດຮອດສະມາຊິກຊາວໜຸ່ມເຂົ້າຮ່ວມ.

ຂ່າວ: ບຸນເຫຼືອ