ທະນາຄານໂລກ ໃຫ້ທຶນສະໜັບສະໜູນ 2 ໂຄງການໃໝ່ ຂອງ ສປປ ລາວ ລວມມູນຄ່າ 52 ລ້ານ ໂດລາສະ ຫະລັດ; ໃນນີ້, ໂຄງການຫຼຸດຜ່ອນຄວາມທຸກ ແລະ ການຂາດສານອາຫານໃນຊົນນະບົດຂອງຂະແໜງປົກປ້ອງສັງຄົມ ຈຳນວນ 27 ລ້ານໂດລາສະຫະລັດ;ໂຄງການຂະຫຍາຍນໍ້າປະປາ, ສຸຂະພິບານ ແລະ ອະນາໄມ ລວມ ມູນຄ່າ 25 ລ້ານໂດລາສະຫະລັດ, ໂດຍໄດ້ລົງນາມເຊັນສັນຍາໃນຕອນບ່າຍຂອງວັນທີ 9 ພຶດສະພາ 2019; ຕາງໜ້າລັດຖະບານ ສປປ ລາວ ໂດຍທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ຕາງໜ້າໃຫ້ທະນາຄານໂລກ ໂດຍທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ບັນດາກະຊວງທີ່ກ່ຽວຂ້ອງ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.

ສອງໂຄງການໃໝ່ນີ້, ເປັນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ນັບມື້ດີຂຶ້ນ ໂດຍສະເພາະໂຄງ ການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ເພື່ອປັບປຸງໂພສະນາການໃຫ້ດີຂຶ້ນໂດຍສະເພາະໃນ 1.000 ມື້ທຳອິດຂອງຊີວິດ. ການຂາດສານອາຫານຊໍາເຮື້ອໃນໄວເດັກສົ່ງຜົນໃຫ້ສຸຂະພາບອ່ອນແອ, ເຮັດໃຫ້ເດັກນ້ອຍມີພັດທະນາການຊ້າ, ຜົນຕໍ່ການຮຽນຕໍ່າ ແລະ ໃນທີ່ສຸດເຮັດໃຫ້ໂອກາດໃນການຖືກຈ້າງງານຫຼຸດລົງ. ສະນັ້ນ, ຈຶ່ງເຮັດໃຫ້ຊຸມຊົນບໍ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ. ສ່ວນໂຄງການຂະຫຍາຍນໍ້າປະປາ, ສຸຂະພິບານ ແລະ ອະນາໄມ ຈະເປັນການເຂົ້າເຖິງນໍ້າ, ສຸຂະພິບານ ແລະ ອະນາໄມທີ່ດີຂຶ້ນ, ໂດຍຈະຖືກຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.

ທ່ານຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ ກ່າວວ່າ: ເດັກນ້ອຍທີ່ເກີດໃນ ສປປ ລາວ ສະເລ່ຍຈະມີປະສິດທິຜົນພຽງແຕ່ 45% ຖ້າທຽບໃສ່ປະສິດທິຜົນອັນເຕັມສ່ວນ ໃນກໍລະນີໄດ້ຮັບການສຶກສາ ແລະ ບໍລິການສຸຂະພາບເຕັມທີ່; ການລົງທຶນເຂົ້າໃນການປັບປຸງໂພຊະນາການໝາຍ ເຖິງການສ້າງທຶນມະນຸດຂອງປະເທດ, ເຊິ່ງຈະຊ່ວຍໃນການເຕີບໃຫຍ່ທາງດ້ານເສດຖະກິດຂອງປະເທດໃນອະນາຄົດ.