ອິນເຕີເນັດຈີນ ເຂົ້າບໍ່ໄດ້ຖາວອນ! ວິກິພີເດຍ ຕອນນີ້ຖືກບຼັອກທຸກພາສາ

0
1081

ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 15 ພຶດສະພາ ວ່າ: ວິກິພີເດຍ ເວັບໄຊສາລານຸກົມເສລີ ຖືກປິດກັ້ນການເຂົ້າເຖິງ ທຸກພາສາ ໃນປະເທດຈີນຮຽບຮ້ອຍແລ້ວ ຫຼັງຈາກຖືກປິດກັ້ນການເຂົ້າເຖິງສະເພາະພາສາຈີນຢ່າງດຽວ.

Blocking of Wikipedia domains in China
Blocking of Wikipedia domains in China

ມູນນິທິວິກິມີເດຍ ອອກຖະແຫຼງການຢືນຢັນຂໍ້ມູນຈາກ ລາຍງານການກວດສອບຂອງອົງກອນ ໂດຍນັກວິໄຈການເຊັນເຊີອິນເຕີເນັດ ວ່າ:

ເວັບໄຊວິກິພີເດຍ ບໍ່ສາມາເຂົ້າເຖິງໄດ້ໃນປະເທດຈີນ ທຸກພາສາ ນັບຕັ້ງແຕ່ທ້າຍເດືອນເມສາ ທີ່ຜ່ານມາ ໂດຍທີ່ທາງມູນນິທິບໍ່ໄດ້ຮັບການແຈ້ງຂໍ້ມູນໃດໆຕໍ່ການເຄື່ອນໄຫວດັ່ງກ່າວ.

ອິນເຕີເນັດໃນປະເທດຈີນ ບໍ່ສາມາດເຂົ້າເຖິງ ເວັບໄຊ ວິກິພີເດຍ
ອິນເຕີເນັດໃນປະເທດຈີນ ບໍ່ສາມາດເຂົ້າເຖິງ ເວັບໄຊ ວິກິພີເດຍ

ທັ້ງນີ້, ວິກິພີເດຍ ຖືກປິດກັ້ນການເຂົ້າເຖິງຈາກອຳນາດລັດຫຼາຍປະເທດໃນໂລກ ເຊິ່ງຫຼ້າສຸດເກີດຂຶ້ນກັບ ຕວັກກີ ໃນປີ 2017 ແລະ ເວເນຊູເອລາ ໃນປີ 2018 ໂດຍມີການປິດກັ້ນເປັນບາງສ່ວນ.