ກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ ປກສ ກຸ່ມ ແລະ ປກສ ບ້ານ ຈໍານວນ 173 ສະຫາຍ ຍິງ 2 ສະຫາຍ ໃນວັນທີ 14 ພຶດສະພາ 2019, ໂດຍມີ ພັອ ຄໍາເກີດ ກຸມມານ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ, ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ປກສ ນວ, ພະນັກງານວິຊາການ, ນາຍບ້ານ ແລະ ນັກສໍາມະນາກອນທີ່ເປັນກຳລັງ ປກສ ກຸ່ມ, ກຳລັງ ປກສ ບ້ານບັນດາບ້ານຢູ່ເມືອງປາກງື່ມ ເຂົ້າຮ່ວມ.

ພັທ ບຸນສີຈັນ ວົງຄໍາດີ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການປັບປຸງຮາກຖານບ້ານໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານໃຫ້ຖືກທິດສາມສ້າງທີ່ສູນກາງພັກວາງອອກ, ເພື່ອຮັບປະກັນວຽກຮັກສາຄວາມສະຫງົບ ດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ແລະ ຖືກຕາມຫຼັກການທາງດ້ານວິຊາສະເພາະ.

ການຝຶກອົບຮົມໃນຄັ້ງນີ້, ນັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບເນື້ອໃນເອກະສານຂໍ້ຕົກລົງ ເລກທີ 1318/ຈນວ, ລົງວັນທີ 21 ທັນວາ 2018 ຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບເປົ້າໝາຍສ້າງນະຄອນຫຼວງສະຫງົບ ສຸກໃນໄລຍະໃໝ່, ເອກະສານການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ປກສ ກຸ່ມ ແລະ ປກສ ບ້ານ, ເອກະສານຈົດທະບຽນສໍາມະໂນ ຄົວລາວ ແລະ ຕ່າງດ້າວ, ເອກະ ສານທະບຽນປະຫວັດ ແລະ ອອກ ບັດປະຈໍາຕົວພົນລະເມືອງລາວ, ເອກະສານຄຸ້ມຄອງພາຫະນະ ແລະ ອາຊີບພິເສດ, ເອກະສານສ້າງບ້ານ ແລະ ຄອບ ຄົວປ້ອງກັນຄວາມສະຫງົບດີ, ເອກະສານຄຸ້ມຄອງເປົ້າ ໝາຍ, ເອກະສານປ້ອງກັນສະຖານທີ່ເກີດເຫດ, ເອກະ ສານສອບຖາມ ແລະ ເອົາຄໍາໃຫ້ການເບື້ອງຕົ້ນ, ເອກະສານບາງມາດຕາຂອງກົດໝາຍອາຍາ ແລະ ບາງມາດຕາຂອງກົດໝາຍຄອບຄົວ, ເອກະສານວຽກງານຄຸ້ມຄອງຄົນຕ່າງປະເທດ ແລະ ຊາຍແດນ ແລະ ບົດໂຄງການ ເພື່ອສະເໜີຄໍາຄິດເຫັນຂອງກອງປະຊຸມເພື່ອປັບປຸງຈາກໜ່ວຍ 10 ຫຼັງຄາເຮືອນໃຫ້ເປັນໜ່ວຍ 20-30 ຫຼັງຄາເຮືອນ.