ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງທ່າແຂກ

0
1726

ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ ໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດການຊີ້ນໍາ-ນໍາພາຄະນະພັກຊຸດເກົ່າ ຕະຫຼອດໄລຍະ 5 ປີຜ່ານມາ, ກ່ອນເລືອກຕັ້ງເອົາຄະນະພັກຊຸດໃໝ່ ໂດຍການເປັນປະທານຂອງ ພັທ ພົມມະລາ ບົວລະພາ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ, ເຂົ້າຮ່ວມຂອງ ສະຫາຍ ຈັນ ບຸບຜາລີວັນ ເລຂາພັກເມືອງ ເຈົ້າເມືອງໆທ່າແຂກ, ມີບັນດາຄະນະພັກ-ໜ່ວຍພັກ, ຕະຫຼອດຮອດສະມາຊິກພັກ ພາຍໃນ ປກສ ເມືອງ ເຂົ້າຮ່ວມ.

ສະຫາຍ ພັທ ພົມມາລາ ບົວລະພາ ໄດ້ຜ່ານບົດລາຍງານການ ເມືອງຂອງຄະນະພັກຮາກຖານ ໃນໄລຍະ 5 ຜ່ານມາ ແລະ ທິດທາງແຜນການໃນອີກ 5 ປີຕໍ່ໜ້າ ໄດ້ນຳພາສະມາຊິກພັກ, ພະນັກງານນັກ-ນັກຮົບ ເຂົ້າຮ່ວມ ແລະ ຈັດຕັ້ງເຊື່ອມຊຶມກຳແໜ້ນບັນດາມະຕິຕ່າງໆຂອງກົມການເມືອງສູນກາງພັກ ແລະ ນຳພາເຂົ້າຮ່ວມຮັບຟັງປາຖະ ກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກຳລັງ ປ້ອງກັນຄວາມສະຫງົບໄດ້ 11 ຄັ້ງ, ຂະ ຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງໄດ້ 41 ສະຫາຍ ຍິງ 15 ສະຫາຍ, ເລື່ອນສຳຮອງຂຶ້ນສົມ ບູນ 55 ສະ ຫາຍ ຍິງ 20 ສະຫາຍ, ສ້າງເປັນເປົ້າໝາຍຮຽນສະໜັບສະໜູນ ແລະ ຮຽນກົດລະບຽບພັກຈຳ ນວນ 43 ສະຫາຍ ຍິງ 15 ສະຫາຍ ແລະ ໄດ້ນຳພາວຽກງານວິຊາສະເພາະໃນໄລຍະ 5 ປີຜ່ານມາ ມີລາຍຄະດີເກີດຂຶ້ນທັງໝົດ 1.004 ເລື່ອງ, ມີຜູ້ຖືກຫາ 1.086 ຄົນ ຍິງ 90 ຄົນ.

ໃນຊຸມປີຕໍ່ໜ້າ, ຄະນະພັກຮາກຖານ ຈະຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກ, ການດຳເນີນຊີວິດການເມືອງຂອງໜ່ວຍພັກ, ຕ້ອງຮັບປະກັນ ແລະ ເສີມຂະຫຍາຍໄດ້ລັກສະນະນຳພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນພັກ, ສະມາຊິກພັກຕ້ອງຢຶດໝັ້ນປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ.

ໃນກອງປະຊຸມ, ໄດ້ປ່ອນບັດເອາຄະນະພັກຮາກຖານຊຸດໃໝ່ ໂດຍມີຜູ້ສະໜັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ຜ່ານການປ່ອນບັດຄັດເລືອກລົງຄະແນນຢ່າງເປັນເອກະພາບເລືອກໄດ້ສະຫາຍ ພັທ ພົມມາລາ ບົວລະພາ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັທ ແກ່ນຕາ ສັງອອນມະນີ ເປັນຮອງເລຂາ, ສະຫາຍ ພັທ ຄຳສອນ ໄຊຍະຈັນດີ ເປັນປະທານກວດກາ, ສະຫາຍ ພັທ ອຸໄລພອນ ເສີມສະນຸກ ແລະ ສະຫາຍ ພັຕ ຄໍາປົນ ມູນນະວົງ ເປັນຄະນະພັກຮາກຖານ.