ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພະ ແນກວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ນໍາໂດຍ ພັຕ ບຸນຈັນ ໄຊຍະວົງ ພ້ອມດ້ວຍ ຄະນະ ໄດ້ລົງເຄື່ອນໄຫວໂຄສະ ນາສຶກສາອົບຮົມ, ປຸກລະດົມພໍ່ ແມ່ປະຊາຊົນ ບ້ານລ້ອງປໍ ເມືອງ ໄຊຍະບູລີ ຍົກສູງສະຕິຕື່ນຕົວ ເຄົາລົບ ແລະ ປະຕິບັດລະບຽບ ກົດໝາຍໃຫ້ເຂັ້ມງວດ; ພ້ອມກັນ ເປັນເຈົ້າການຕ້ານ ແລະ ສະກັດ ກັ້ນປະກົດການຫຍໍ້ທໍ້ທີ່ອາດຈະ ເກີດຂຶ້ນ; ຮັບປະກັນໃຫ້ຄອບຄົວ ແລະ ຮາກຖານບ້ານຂອງຕົນມີ ຄວາມສະຫງົບ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍເທື່ຶອລະກ້າວ ໂດຍມີທ່ານ ນາງ ກຽງໄຂ ວໍລະຈິດ ນາຍບ້ານລ້ອງປໍ ພ້ອມດ້ວຍຄະ ນະເຂົ້າຮ່ວມ. ໂອກາດດັ່ງກ່າວ, ຄະນະຮັບ ຜິດຊອບໂຄສະນາເຜີຍແຜ່ລະ ບຽບກົດໝາຍ ໄດ້ຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວ ກັບລະບຽບການຕ່າງໆ ທີ່ຕິດພັນ ກັບຊີວິດປະຈໍາວັນ ແລະ ການ ເຄື່ອນໄຫວຢູ່ໃນສັງຄົມເປັນຕົ້ນ ແມ່ນລະບຽບການສັນຈອນຕາມ ທ້ອງຖະໜົນ, ການພົວພັນແຕ່ງ ດອງກັບຄົນຕ່າງປະເທດ ທີ່ຖືກ ຕ້ອງຕາມກົດໝາຍຂອງພົນລະ ເມືອງລາວ, ການປົກປັກຮັກສາ ສິ່ງແວດລ້ອມ-ປ່າໄມ້ທໍາມະຊາດ ໃຫ້ຍືນຍົງ ເພື່ອຕ້ານທານຄວາມ ແຫ້ງແລ້ງ ແລະ ຊ່ວຍກັນລະມັດລະວັງໃນການນໍາໃຊ້ໄຟເຂົ້າໃນຊີ ວິດປະຈໍາວັນ ເພື່ອຫຼີກລ່ຽງບັນ ຫາອັກຄີໄພອັນຕະລາຍຕໍ່ຊີວິດ, ສຸ ຂະພາບ ແລະ ກໍ່ໃຫ້ເກີດມີຄວາມບໍ່ສະຫງົບຢູ່ໃນສັງຄົມ. ນອກຈາກນີ້ ຍັງມີປະກົດການ ຄົນບໍ່ດີສວຍໂອກາດນໍາໃຊ້ເງິນ ປອມອອກເຄື່ອນໄຫວໃຊ້ຈ່າຍໃນເວລາກາງຄືນ ແລະ ກຸ່ມຄົນທີ່ຮູ້ ເທົ່າບໍ່ເຖິງການ ໂດຍຮຽກຮ້ອງໃຫ້ ທຸກຄົນ ຈົ່ງຊ່ວຍກັນມີສະຕິໃນ ການໃຊ້ຈ່າຍເງິນຕາທຸກປະເພດ ເພື່ອສະກັດກັ້ນບໍ່ໃຫ້ເກີດຂຶ້ນຢູ່ໃນສັງຄົມເຮົາ.

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພະແນກວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ນໍາໂດຍ ພັຕ ບຸນຈັນ ໄຊຍະວົງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວໂຄສະນາສຶກສາອົບຮົມ, ປຸກລະດົມພໍ່ແມ່ປະຊາຊົນ ບ້ານລ້ອງປໍ ເມືອງໄຊຍະບູລີ ຍົກສູງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລະບຽບ ກົດໝາຍໃຫ້ເຂັ້ມງວດ; ພ້ອມກັນເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ; ຮັບປະກັນໃຫ້ຄອບຄົວ ແລະ ຮາກຖານບ້ານຂອງຕົນມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍເທື່ຶອລະກ້າວ ໂດຍມີທ່ານ ນາງ ກຽງໄຂ ວໍລະຈິດ ນາຍບ້ານລ້ອງປໍ ພ້ອມດ້ວຍຄະນະເຂົ້າຮ່ວມ.

ໂອກາດດັ່ງກ່າວ, ຄະນະຮັບຜິດຊອບໂຄສະນາເຜີຍແຜ່ລະບຽບກົດໝາຍ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລະບຽບການຕ່າງໆ ທີ່ຕິດພັນກັບຊີວິດປະຈໍາວັນ ແລະ ການເຄື່ອນໄຫວຢູ່ໃນສັງຄົມເປັນຕົ້ນ ແມ່ນລະບຽບການສັນຈອນຕາມທ້ອງຖະໜົນ, ການພົວພັນແຕ່ງດອງກັບຄົນຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງລາວ, ການປົກປັກຮັກສາສິ່ງແວດລ້ອມ-ປ່າໄມ້ທໍາມະຊາດໃຫ້ຍືນຍົງ ເພື່ອຕ້ານທານຄວາມແຫ້ງແລ້ງ ແລະ ຊ່ວຍກັນລະມັດລະວັງໃນການນໍາໃຊ້ໄຟເຂົ້າໃນຊີວິດປະຈໍາວັນ ເພື່ອຫຼີກລ່ຽງບັນຫາອັກຄີໄພອັນຕະລາຍຕໍ່ຊີວິດ, ສຸ ຂະພາບ ແລະ ກໍ່ໃຫ້ເກີດມີຄວາມບໍ່ສະຫງົບຢູ່ໃນສັງຄົມ.

ນອກຈາກນີ້ ຍັງມີປະກົດການຄົນບໍ່ດີສວຍໂອກາດນໍາໃຊ້ເງິນປອມອອກເຄື່ອນໄຫວໃຊ້ຈ່າຍໃນເວລາກາງຄືນ ແລະ ກຸ່ມຄົນທີ່ຮູ້ເທົ່າບໍ່ເຖິງການ ໂດຍຮຽກຮ້ອງໃຫ້ທຸກຄົນ ຈົ່ງຊ່ວຍກັນມີສະຕິໃນການໃຊ້ຈ່າຍເງິນຕາທຸກປະເພດ ເພື່ອສະກັດກັ້ນບໍ່ໃຫ້ເກີດຂຶ້ນຢູ່ໃນສັງຄົມເຮົາ.