ເມືອງອາດສະພັງທອງ ຮັບຮອງບ້ານໂພນຜາງເປັນບ້ານໃຫຍ່ພັດທະນາ ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ

ພິທີປະກາດຮັບຮອງເອົາບ້ານໂພນຜາງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໄດ້ ບ້ານໃຫຍ່ພັດທະນາຈັດຂຶ້ນຢ່າງເປັນທາງການ ໃນວັນທີ 13 ພຶດສະພາ, ເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ກຳມະການພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ລຳທອງ ຂອບສີລາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພັງທອງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດຮອດປະຊາຊົນ ພາຍໃນບ້ານເຂົ້າຮ່ວມ.

ໃນພິທີ, ທ່ານ ກິລຳພອນ ວັນນະແສງ ນາຍບ້ານໆໂພນຜາງ ໄດ້ຂຶ້ນຜ່ານບົດສະຫຼຸບການສ້າງບ້ານໂພນຜາງເປັນບ້ານໃຫຍ່ພັດທະນາ ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ, ເຊິ່ງມີດ້ານວຽກງານການສ້າງບ້ານພັດທະນາ, ດ້ານວຽກງານຄົມມະນາຄົມຂົນສົ່ງ, ວຽກງານອຸດສາຫະກໍາ-ການຄ້າ, ການຕະຫຼາດ ແລະ ບ່ອນຈຳໜ່າຍສິນຄ້າ, ວຽກງານໄປສະນີໂທລະຄົມມະນາຄົມ ແລະ ສື່ສານ, ວຽກງານກະສິກຳ ແລະ ປ່າໄມ້, ການບໍລິການຂອງທະນາຄານ, ວຽກງານສາທາລະນະສຸກ, ວຽກງານປະປາຊຸມຊົນ, ພະລັງງານໄຟຟ້າ, ການສຶກສາ, ວຽກງານພົນລະເມືອງ;  ວຽກງານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ວຽກງານເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ຜ່ານການກວດກາປະເມີນຕົວຈິງ ລະຫວ່າງແຂວງ ແລະ ເມືອງໃນ 2 ຄັ້ງຜ່ານມາ ເຫັນວ່າການຈັດຕັ້ງຂອງບ້ານມີຄວາມສາມາດສ້າງບ້ານໃຫ້ມີການພັດທະນາ ແລະ ບັນລຸຕາມມາດຖານເງື່ອນໄຂທີ່ຂັ້ນເທິງວາງອອກ ຈຶ່ງໄດ້ປະກົດບ້ານດັ່ງກ່າວ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 2294 ລົງວັນທີ 9 ຕຸລາ 2018 ວ່າດ້ວຍການຮັບຮອງເອົາບ້ານໂພນຜາງ ເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ພ້ອມທັງມອບໃບຢັ້ງຢືນ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ.