ປກສ ແຂວງໄຊສົມບູນ ປະຊຸມວຽກງານການເງິນ

ກອງບັນຊາການ ປກສ ແຂວງໄຊສົມບູນ ຈັດກອງປະຊຸມວຽກງານການເງິນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃຫ້ກອງເລຂາຄະນະກຳມະການຕ້ານການຄ້າມະນຸດທົ່ວແຂວງ ໃນວັນທີ 13 ພຶດສະພາ 2019 ໂດຍ ການເປັນປະທານຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ຮອງເຈົ້າແຂວງໆໄຊສົມບູນ, ປະທານຄະນະກຳມະການຕ້ານການຄ້າ ມະນຸດແຂວງ;  ມີຫົວໜ້າກອງເລຂາ, ບັນດາພະແນກການ, ອົງການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ, ຍັງໄດ້ຮັບຟັງຄຳແນະນຳຂອງກະຊວງການເງິນ ເລກທີ 0018/ກງ, ລົງວັນທີ 03 ມັງກອນ 2019 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ຂໍ້ຕົກລົງຂອງກະຊວງການເງິນ ເລກທີ 4000/ກງ, ລົງວັນທີ 12 ທັນວາ 2018 ວ່າດ້ວຍການກຳນົດໝາຍໃຊ້ ຈ່າຍງົບປະມານບໍລິຫານຂອງລັດ ທັງນີ້ ເພື່ອເຮັດໃຫ້ຫົວໜ່ວຍງົບປະມານແຫ່ງລັດທຸກຂັ້ນ ເຄື່ອນໄຫວຢ່າງປົກກະຕິ ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ນຳໃຊ້ຊັບສິນຂອງລັດຢ່າງມີປະສິດທິຜົນ ພ້ອມທັງເປັນການຕອບສະໜອງ ແລະ ນຳໃຊ້ລາຍຈ່າຍງົບປະມານບໍລິຫານຂອງລັດ ໃຫ້ມີຈຸດສຸມ, ມີປະສິດທິຜົນສູງ, ປະຢັດມັດທະຍັດ ແລະ ສົມຄູ່ກັບຄວາມສາມາດໃນການຈັດສັນ ແຜນງົບປະມານ ທີ່ບັນດາຫົວໜ່ວຍງົບປະມານໄດ້ຮັບໃນແຕ່ລະປີ.

ໃນຕອນທ້າຍ, ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ຍັງໄດ້ໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ພ້ອມທັງຮຽກຮ້ອງມາຍັງບັນດາສະຫາຍທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ປະຕິບັດຕາມຄຳສັ່ງ, ຄຳແນະນຳຂອງຂັ້ນເທິງຢ່າງມີຄວາມຮັບຜິດຊອບສູງ ເພື່ອແນໃສ່ກຳນົດແນວທາງຄາດໝາຍ, ມາດຕະການ ແລະ ວິທີການ ເຂົ້າໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ໃນແຕ່ຂັ້ນໃຫ້ມີຄວາມຖືກຕ້ອງ, ມີຄວາມເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.