ທາງການຊິມບັບເວ ຂາຍຊ້າງປ່າຫຼາຍກວ່າ 90 ໂຕ ໃຫ້ກັບ ຈີນ ແລະ ດູໄບ ມູນຄ່າ 2.700.000 ໂດລາສະຫະລັດ

ສຳນັກຂ່າວ CNN ລາຍງານ ໃນວັນທີ 16 ພຶດສະພາ ວ່າ: ທາງການຊິມບັບເວ ຂາຍຊ້າງປ່າຫຼາຍກວ່າ 90 ໂຕ ໃຫ້ກັບ ຈີນ ແລະ ດູໄບ ມູນຄ່າ 2.700.000 ໂດລາສະຫະລັດ ເພື່ອນຳເງິນທີ່ໄດ້ຈາກການຂາຍຊ້າງ ໄປໃຊ້ອະນຸລັກສັດປ່າຕໍ່ໄປ.

ທາງດ້ານໂຄສົກ ສຳນັກງານອຸທິຍານແຫ່ງຊາດ ແລະ ສັດປ່າ ຊິມບັບເວ ຊີ້ແຈງວ່າ:

ຈຳນວນຊ້າງປ່າເພີ່ມຂຶ້ນຫຼາຍ ໂດຍປະເມີນວ່າ ອາດມີຊ້າງປ່າໃນຊິມບັບເວ ປະມານ 85.000 ຄົວ ແຕ່ເຈົ້າໜ້າທີ່ອຸທິຍານເບິ່ງແຍງໄດ້ພຽງ 55.000 ໂຕ ເທົ່ານັ້ນ.

ຂະນະທີ່ ປະລິມານນໍ້າໃນແມ່ນໍ້າທີ່ໄຫຼຜ່ານອຸທິຍານ ຫຼຸດລົງ ເຈົ້າໜ້າທີ່ຈຶ່ງຕ້ອງຫານໍ້າຈາກແຫຼ່ງອື່ນ ມາໃຫ້ສັດດື່ມກິນ ແລະ ຕ້ອງເຈາະນໍ້າບາດານໃນອຸທິຍານ ເຮັດໃຫ້ຄ່າໃຊ້ຈ່າຍເພີ່ມຂຶ້ນ.

ໜັງສືພິມ ຄຣໍນິເຄິນ ຂອງຊິມບັບເວ ລາຍງານວ່າ:

ຊ້າງ 98 ໂຕ ຖືກສົ່ງທາງເຮືອບິນໄປຍັງອຸທິຍານແຫ່ງຊາດໃນຈີນ ແລະ ດູໄບ ລະຫວ່າງປີ 2012-2018 ລາຄາໂຕລະ 13.500 ໂດລາສະຫະລັດ ເຖິງ 41.500 ໂດລາສະຫະລັດ.

ຂະນະດຽວກັນ, ລັດຖະບານຊິມບັບເວ ກຳລັງຜັກດັນໃຫ້ຍົກເລີກ ກົດໝາຍຫ້າມຄ້າງາຊ້າງ ຕາມອະນຸສັນຍາ ວ່າດ້ວຍ ການຄ້າລະຫວ່າງປະເທດ ເພື່ອເປັນການເປີດທາງໃຫ້ຂາຍງາຊ້າງ ມູນຄ່າກວ່າ 300 ລ້ານໂດລາສະຫະລັດ ໄດ້.

ນອກຈາກນີ້, ບອສຕາວານາ ແລະ ແຊມເບຍ ເປັນຖິ່ນທີ່ຢູ່ອາໄສທີ່ໃຫຍ່ທີ່ສຸດຂອງຊ້າງອາຟຣິກກາ ຈຳນວນຫຼາຍທີ່ສຸດ ກໍກຳລັງຜັກດັນໃຫ້ຍົກເລີກ ການຫ້າມຄ້າງາຊ້າງ ເຊັ່ນກັນ.

ໃນປີ 2015, ຊິມບັບເວ ຂາຍສັດປ່າຈຳນວນໜຶ່ງ ໂດຍອ້າງວ່າ ເພື່ອເປັນການຊ່ວຍເຫຼືອຊ້າງບໍ່ໃຫ້ທົນທຸກທໍລະມານ ທ່າມກາງສະພາວະແຫ້ງແລ້ງໃຫ້ອຸທິຍານແຫ່ງຊາດ, ຂະນະທີ່ ຊາວບ້ານ ແລະ ຊາວກະສິກອນ ໃນຊົນນະບົດ ມັກຮ້ອງຮຽນວ່າ ຊ້າງປ່າບຸກເຂົ້າມາກິນ ແລະ ທຳລາຍພືດຜົນການກະສິກຳ.

ດັ່ງນັ້ນ, ທາງການຈຶ່ງຂາຍຊ້າງບາງສ່ວນ ເພື່ອຄວບຄຸມຈຳນວນຊ້າງ. ຂະນະດຽວກັນ, ກໍເປັນການຊ່ວຍບໍ່ໃຫ້ປະຊາຊົນ ໄດ້ຮັບອັນຕະລາຍຈາກຊ້າງປ່າ ເຊິ່ງມີບາງຄົນຕ້ອງເສຍຊີວິດ ແລະ ບາງຄົນບໍ່ມີເງິນຊື້ຢາມາປິ່ນປົວອາການບາດເຈັບ ຈາກການປະເຊີນໜ້າກັບຊ້າງ ມາແລ້ວ.