ຫ້ອງ 509 ປກສ ແຂວງຫົວພັນ ສະຫຼຸບວຽກງານປະຈຳປີ 2018

ໃນວັນທີ 8 ພຶດສະພາ 2019, ຫ້ອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (ຫ້ອງ 509) ປກສ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019, ໂດຍການເປັນປະທານຂອງ ພັທ ກອງວັນ ຄຳສຸພັນ ຫົວໜ້າຫ້ອງ 509, ເຂົ້າຮ່ວມມີ ພັທ ເພັດນ້ອຍ ລໍລອນສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີບັນດາທ່ານຫົວໜ້າ ຫ້ອງ-ຮອງຫ້ອງ, ປກສ ເມືອງຊຳເໜືອ, ຫົວໜ້າພະແນກ-ຮອງພະແນກ, ປກສ ກຸ່ມບ້ານ ຕະຫຼອດຮອດພະນັກງານ-ນັກຮົບ ພາຍໃນເຂົ້າຮ່ວມນຳ.

ພັທ ຈັນດີ ໄຊຍະຊົງ ຮອງຫົວໜ້າຫ້ອງ 509 ກ່າວວ່າ:

ໄລຍະຜ່ານມາ, ໄດ້ເອົາໃຈໃສ່ປະສານສົມທົບກັບຄະນະພັກກຸ່ມ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນບ້ານທຸກພາກສ່ວນໃຫ້ຄວາມຮ່ວມມືໃນການສຶກສາອົບຮົມພໍ່-ແມ່ປະຊາຊົນບັນດາເຜົ່າໃຫ້ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ຢ່າງໜັກແໜ້ນເຂັ້ມແຂງ, ເປັນເຈົ້າການໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ປັບປຸງສຳມະໂນຄົວສຳເລັດແລ້ວ 54.733 ຄອບຄົວ, ບໍ່ທັນໄດ້ປັບປຸງຂຶ້ນທະບຽນ 603 ຄອບຄົວ, ອອກບັດປະຈໍາຕົວ ໄດ້ທັງໝົດ 8.705 ຄົນ ຍິງ 3.410 ຄົນ, ປິນບັດອອກໄດ້ 9.966 ຄົນ ຍິງ 499 ຄົນ, ເລີກຮື້ ແລະ ທຳລາຍອາວຸດໄດ້ທັງໝົດ 623 ກະບອກ,  ອາວຸດລ່າເນື້ອປະເພດປືນແກັບ 562 ກະບອກ, ປືນອັງໂກນ 61 ກະບອກ, ໝາກແຕກ 4 ໜ່ວຍ. ພ້ອມດຽວກັນນີ້ ຍັງໄດ້ເອົາໃຈໃສ່ປະສານສົມທົບກັບຄະນະພັກກຸ່ມ, ອຳນາດການປົກຄອງບ້ານ ຊຸກຍູ້ເຮັດວຽກງານສາມສ້າງ ຢູ່ແຕ່ລະເມືອງໃນ 10 ເມືອງ ທົ່ວແຂວງຫົວພັນ ມີ 46 ບ້ານ. ຊາວໜຸ່ມ-ແມ່ຍິງ ກໍໄດ້ເອົາໃຈໃສ່ເຄື່ອນໄຫວຕາມໜ້າທີ່, ສິດ-ພາລະບົດບາດຂອງຕົນຮັບຜິດຊອບ, ປະກອບສ່ວນເຂົ້າໃນຂະບວນການຕ່າງໆຂອງກອງບັນຊາການ ແລະ ແຂວງຈັດຂຶ້ນ.

ຕອນທ້າຍ, ພັທ ເພັດນ້ອຍ ລໍລອນສີ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ແລະ ພໍ່-ແມ່ປະຊາຊົນ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕາມສິດພາລະບົດບາດຂອງຕົນຮັບຜິດຊອບ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ຕ້ອງມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ.