ປກສ ເມືອງໜອງບົກ ຈັດກອງປະຊຸມໃຫຍ່ຂອງຂະນະພັກຮາກຖານ

ໃນວັນທີ 10 ພຶດສະພາ 2019, ກອງບັນຊາການ ປກສ ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ໂດຍການ ເປັນປະທານຂອງ ສະຫາຍ ພັທ ຄຳສິງ ອໍລາວັນ ຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ, ສະຫາຍ ສິນທະສອນ ມະຫາໂຄດ ເລຂາພັກເມືອງ ເຈົ້າເມືອງໆໜອງບົກ ແລະ ແຂກຮັບເຊີນເຂົ້າຮ່ວມ.

ສະຫາຍ ພັທ ຄໍາສິງ ອໍລະວັນ ຫົວໜ້າ ປກສ ເມືອງໜອງບົກ ກ່າວວ່າ:

ໄລຍະ 5 ປີຜ່ານມາ, ທົ່ວເມືອງມີຄະດີຢາເສບຕິດເກີດຂຶ້ນ 309 ເລື່ອງ, ກັກຕົວຜູ້ຖືກຫາຈຳນວນ 355 ຄົນ ຍິງ 22 ຄົນ, ຢຶດຂອງກາງຢາບ້າໄດ້ຈຳນວນ 9.259 ເມັດ, ລົດຈັກ 3 ຄັນ, ມີດ 2 ດວງ; ຄະດີອາຍາ ຈໍານວນ 157 ເລື່ອງ, ກັກຕົວຖືກຫາຕ້ອງຫາ ຈຳນວນ 204 ຄົນ ຍິງ 11 ຄົນ, ຢຶດຂອງກາງປຶນດັດແປງ 9 ກະບອກ, ປືນ CP 1 ກະບອກ; ຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 109 ຄັ້ງ, ພາຫານະເປ່ເພທັງໝົດ 172 ຄັນ, ໄດ້ຮັບບາດເຈັບທັງໝົົດ 141 ຄົນ, ເສຍຊີວິດ 19 ຄົນ ແລະ ອັກຄີໄພ ເກີດຂຶ້ນທັງໝົດ 6 ຄັ້ງ ລວມຜົນເສຍຫາຍ ປະມານ 505.525.000. ນອກນັ້ນ, ຍັງໄດ້ເອົາໃຈໃສ່ເປັນພິເສດໃນການຊອກຫາແຫຼ່ງທຶນລາຍຮັບ-ງົບປະມານທັງພາຍໃນ ແລະ ພາຍນອກ ເພື່ອກະຕຸກຊຸກຍູ້ຊີວິດການເປັນຢູ່ຂອງກຳລັງ ແລະ ສ້າງສາພັດທະນາກົມກອງໃຫ້ມີໃບໜ້າໃໝ່ ເປັນຕົ້ນ: ການລ້ຽງປາ, ກໍ່ສ້າງເຮືອນຢູ່ອາໄສຂອງອ້າຍນ້ອງໂສດສຳເລັດ 1 ຫຼັງ, ກະລາລົດມອດໄຟສຳເລັດ 1 ຫຼັງ, ປ້ອມຈາລະຈອນສຳເລັດ 1 ຫຼັງ, ຫ້ອງການໜ່ວຍງານຈາລະຈອນສຳເລັດ 1 ຫຼັງ, ເຮືອນຄຸມຂັງຜູ້ຖືກຫາສຳເລັດ 1 ຫຼັງ ແລະອື່ນໆ.

ທິດທາງແຜນການໃນຕໍ່ໜ້າ, ຄະນະພັກຈະຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ, 3 ທິດນຳໃນການກໍ່ສ້າງ ແລະ ປັບປຸງພັກ, ການດຳເນີນຊີວິດການເມືອງຂອງໜ່ວຍພັກ, ຕ້ອງຮັບປະກັນ ແລະ ເສີມຂະຫຍາຍໄດ້ລັກສະນະນຳພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນພັກ, ປະຕິ ບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ.

ກອງປະຊຸມ ໄດ້ປ່ອນບັດເອົາຄະນະພັກຊຸດໃໝ່ ໂດຍມີຜູ້ສະໝັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ ເຫັນດີເລືອກເອົາສະຫາຍ ພັທ ຄຳສິງ ອໍລະວັນ ເປັນເລຂາໜ່ວຍພັກ, ສະຫາຍ ພັທ ບົວພາ ອຸລະມະນີວົງ ເປັນຮອງເລຂາ, ສະຫາຍ ພັທ ຄໍາຕັນ ສຸວັນນະສອນ ເປັນຫົວໜ້າກວດກາ, ສະຫາຍ ພັທ ສົມອອນ ພອນມະລາ ແລະ ສະຫາຍ ພັທ ອາລຸນ ສຸວັນນະວົງ  ແມ່ນເປັນກໍາມະການ.