ໃນວັນທີ15 ພຶດສະພາ 2019  ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໄດ້ລົງຊີ້ນໍາວຽກງານປ້ອງກັນຄວາມສະຫງົບຢູ່ ປກສ ເມືອງກະລຶມ ມີພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ພູຄໍາ ແກ້ວວິນຕານ ຫົວໜ້າກອງບັນຊາການ ປກສ ເມືອງກະລຶມ ລາຍງານວ່າ:

ພາຍໃນເມືອງ ເກີດມີຂີ້ລັກງັດແງະ, ຫຼິ້ນການພະນັນ, ຫຼິ້ນກິນຟູມເຟືອຍ, ມີກຸ່ມຄົນບໍ່ດີໂຄສະນາຂະຫຍາຍດ້ານສາສະໜາລົງສູ່ຮາກຖານ, ແຕ່ປັດຈຸບັນ ເຈົ້າໜ້າທີ່ ປກສ ເມືອງ ສາມາດສະກັດກັ້ນ-ຕ້ານ ແລະ ແກ້ໄຂຢ່າງທັນການ; ໃນທົ່ວເມືອງຄະດີເກີດຂຶ້ນທັງໝົດ ມີ 25 ເລື່ອງ, ແກ້ໄຂແລ້ວ 24 ເລື່ອງ, ຍັງຄ້າງ 1 ເລື່ອງ, ຄະດີຂີ້ລັກ ມີ 8 ເລື່ອງ, ຄະດີຢາເສບຕິດ ມີ 5 ເລື່ອງ ແລະອື່ນໆ ຈໍານວນໜຶ່ງ.

ນອກນີ້, ໄດ້ເກັບກຳ ແລະ ກຳແໝ້ນບັນດາເປົ້າໝາຍຄ້າຂາຍໄມ້ເຖື່ອນ ມີ 2 ເປົ້າໝາຍ, ເສບຢາເສບຕິດ ມີ 34 ເປົ້າໝາຍ, ຄ້າຂາຍຢາເສບຕິດ ມີ 4 ເປົ້າໝາຍ, ຄອບຄົວເຂົ້າສາສະໜາພະເຢຊູ ມີ 6 ຄອບຄົວ, ຂັບຂີ່ລົດກວນເມືອງມີ 2 ເປົ້າໝາຍ ແລະ ມໍດູມໍເຢົາມີ 3 ຄົນ.

ທົ່ວເມືອງມີພົນລະເມືອງທັງໝົດ 19.282 ຄົນ ຍິງ 9.575 ຄົນ; ໃນນີ້, ຂຶ້ນສຳມະໂນຄົວ ມີ 3.460 ຫຼັງຄາເຮືອນ ພົນລະເມືອງ 8.866 ຄົນ ຍິງ 3.320 ຄົນ, ຄອບຄົວບໍ່ທັນໄດ້ຂຶ້ນທະບຽນສຳມະໂນຄົວ ຈຳນວນ 268 ຄອບຄົວ ມີ 235 ຫຼັງຄາເຮືອນ ພົນລະເມືອງ 6.163 ຄົນ ຍິງ 4.130 ຄົນ, ຢູ່ເຂດຊາຍແດນລາວ-ຫວຽດນາມ ມີ 7 ບ້ານ, ມີ 175 ຄອບຄົວ ແລະ ມີພົນລະເມືອງ 1.521 ຄົນ ຍິງ 749 ຄົນ 15 ປີຂຶ້ນໄປ 854 ຄົນ ຍິງ 423 ຄົນ, ໄດ້ອອກບັດປະຊາຊົນທັງໝົດທົ່ວເມືອງ ມີ 854 ບັດ ຍິງ 116 ບັດ ແລະ ອອກບັດໃຫ້ປະຊາຊົນເພດດຊາຍ ມີ 243 ບັດ ຍິງ 104 ບັດ, ມີຄົນຕ່າງປະເທດເຂົ້າ-ອອກເມືອງທັງໝົດ ມີ 88 ຄົນ ຍິງ 12 ຄົນ, ມີ 3 ສັນຊາດ ແລະ ລັກແຕ່ງດອງກັບຄົນລາວບໍ່ຖືກຕ້ອງ ມີ 4 ຄູ່.

ໂອກາດັ່ງກ່າວ, ຫົວໜ້າກອງບັນຊາການ ໄດ້ຊີ້ນໍາຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບໃຫ້ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ສືບຕໍ່ຂຶ້ນທະບຽນ ແລະ ຄຸ້ມຄອງສຳມະໂນຄົວໃຫ້ປະຊາຊົນລຽບຕາມຊາຍແດນ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີທີ່ມີຜົນສຳເລັດ ແລະ ນຳເອົາວຽກງານ ປກຊ-ປກສ ໄປຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບໝາກຜົນ.