ໃນວັນທີ 14 ພຶດສະພາ 2019, ນາຍ ແລະ ພົນຕໍາຫຼວດ ປກສ ແຂວງສາລະວັນ ໄດ້ເຊື່ອມຊຶມກົດໝາຍ ວ່າດ້ວຍ ລັດຖະບານ ແລະ ປະຖະກະຖາ ວັນກຳມະກອນສາກົນ ຄົບຮອບ 133 ປີ ຄື: ( 1 ພຶດສະພາ 1886-1 ພຶດສະພາ 2019 ) ໂດຍການເຜີຍແຜ່ຂອງ ພັທ ສີເສີດ ສອນດາລາ  ຮັກສາ ການຫົວໜ້າ ປກສ ແຂວງສາລະວັນ, ເຂົ້າຮ່ວມມີພະນັກງານອອ້ມຂ້າງ ກອງບັນຊາການເຂົ້າຮ່ວມ.

ພິທີດັ່ງກ່າວທ່ານຮັກສາການ ຫົວໜ້າ ປກສ ແຂວງ ຍົກໃຫ້ເຫັນ ວ່າ:

ກົດໝາຍ ວ່າດ້ວຍ ລັດຖະບານ ໃນສະບັບປັບປຸງນີ້ ປະກອບມີ VIII ໝວດ 36 ມາດຕາ; ໃນນີ້, ໄດ້ປັບປຸງມີ 10 ມາດຕາ ເຊັ່ນ: ມາດຕາ  6, 9, 11, 12, 13, 14, 15, 19 ແລະ ມາດຕາ 36.

ການປັບປຸງກົດໝາຍຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ໃນການປະກອບສ່ວນເຂົ້າໃສ່ລະບົບບໍລິຫານລັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ການກຳນົດຫຼັກການກ່ຽວກັບ ການຈັດຕັ້ງການເຄື່ອນໄຫວ ແລະ ແບບແຜນວິທີເຮັດວຽກຂອງລັດຖະບານ ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການນຳໃຊ້ຊັບພະຍາກອນຂອງຊາດ ແລະ ການປົກປັກຮັກສິ່ງແວດລ້ອມ ໃຫ້ມີປະສິດທິຜົນ.

ໂອກາດດັ່ງກ່າວ, ກໍໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງ ວັນກຳມະກອນສາກົນ ຍ້ອນມີການຜ່ານຜ່າຄວາມຫຍຸ້ງຍາກຂົ່ມຂື່ນທີ່ມີການບັງຄັບໃຊ້ ແລະ ຂົ່ມເຫັງຈາກນາຍທຶນ ເຮັດໃຫ້ກໍາມະກອນຜູ້ອອກແຮງງານແຕ່ລະມື້ບໍ່ໄດ້ພັກຜ່ອນ, ຄ່າແຮງງານຖືກ. ດັ່ງນັ້ນ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຄຽງບ່າຄຽງໄລ່ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ທວງສິດເສລີພາບ ປະຊາທິປະໄຕ ໂດຍມີການກໍານົດເຮັດວຽກວັນໜຶ່ງ ໃຫ້ກໍາມະກອນຈັດຕັ້ງປະຕິບັດພຽງ 8 ຊົ່ວໂມງຕໍ່ມື້ ແລະ ນັບແຕ່ມື້ນັ້ນຈຶ່ງກໍາເນີດ ວັນກໍາມະກອນສາກົນ.