ວັນທີ 10 ພຶດສະພາ 2019, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ (ຫກຄສ) ກົມໃຫຍ່ຕໍາ ຫຼວດ ກະຊວງ ປກສ ມອບເຄື່ອງອຸປະກອນຮັບໃຊ້ວຽກງານໂຄສະນາໃຫ້ບ້ານນໍ້າຮີ້ ເມືອງໝື່ນ ແຂວງ ວຽງຈັນ ໂດຍການມອບຂອງ ພັທ ວົງເພັດ ແສນວົງສາ ຮອງຫົວໜ້າ ຫກຄສ ກ່າວຮັບໂດຍ ທ່ານ ວົງ ວິໄລສັກ ນາຍບ້ານໆນໍ້າຮີ້ ມີຜູ້ເຂົ້າຮ່ວມຈາກ ປກສ ແຂວງ, ພະແນກ ກສຄ, ປກສ ເມືອງ, ຫົວໜ້າ ປກສ ກຸ່ມບ້ານ, ອໍານາດການປົກຄອງ- ອົງການຈັດຕັ້ງທຸກພາກສ່ວນຂອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານນໍ້າຮີ້ ເຂົ້າຮ່ວມ.

ພັທ ວົງເພັດ ແສນວົງສາ ໄດ້ກ່າວວ່າ:

ການລົງມອບເຄື່ອງອຸປະກອນໂຄສະນາໃຫ້ບ້ານຄັ້ງນີ້ ກໍເພື່ອເປັນສ່ວນໜຶ່ງໃນການປຸກລະດົມຂົນຂວາຍ ເຮັດໃຫ້ພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າໃຈກ່ຽວກັບ ບັນຫາຜົນຮ້າຍ-ໄພອັນຕະລາຍ ຂອງຢາເສບຕິດ ເຊິ່ງໄດ້ກໍານົດເອົາບ້ານນໍ້າຮີ້ ເມືອງໝື່ນ ແຂວງວຽງຈັນ ເປັນບ້ານຄູ່ຂະໜານປອດຢາເສບຕິດລຽບຕາມຊາຍແດນ ລາວ-ໄທ.

ສໍາລັບເຄື່ອງອຸປະກອນທີ່ມາມອບໃຫ້ປະກອບມີ:

ໂທລະໂຄ່ງ 4 ໜ່ວຍ, ແອັມ 1 ໜ່ວຍ, ໄມ 1 ໜ່ວຍ ແລະ ສາຍໂທລະໂຄ່ງ 1 ກໍ້ ລວມມູນຄ່າທັງໝົດປະມານ 6.500.000 ກີບ. ໃນນັ້ນ, ໄດ້ຮັບຟັງການລາຍງານສະພາບບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຈາກ ປກສ ເມືອງ ແລະ ນາຍບ້ານໆນໍ້າຮີ້.

ພ້ອມກັນນັ້ນ, ຮອງຫົວໜ້າ ຫກຄສ ຮຽກຮ້ອງມາຍັງອຳນາດການປົກຄອງທຸກຂັ້ນ, ຄະນະພັກຮາກຖານບ້ານ, ກຸ່ມບ້ານ ຈົ່ງໄດ້ນໍາເອົາເນື້ອໃນຈິດໃຈ, ເອກະສານ, ນິຕິກໍາທີ່ກ່ຽວຂ້ອງຕ່າງໆລົງໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ເຂົ້າໃຈກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ.