ປກສ ເມືອງປາກຊັນ ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

0
1229

ວັນທີ 15 ພຶດສະພາ 2019, ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ຄົບກຳນົດ ແລະ ມາດຖານເງື່ອນໄຂຕາມລະບຽບ ໂດຍການເປັນ ປະທານຂອງ ພັທ ຄຳຜັນ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີຄະນະພັກກອງ ບັນຊາການ, ຫົວໜ້າພະແນກ, ພະນັກງານ-ນັກຮົບ ປກສ ເມືອງ ເຂົ້າຮ່ວມ.

ໃນພິທີ, ພັຕ ບຸນປອນ ພິມມະກອນ ຫົວໜ້າພະແນກການເມືອງ ປກສ ເມືອງປາກຊັນ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ມີເງື່ອນໄຂຄົບຖ້ວນຕາມມາດຖານ; ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 5 ສະຫາຍ ຍິງ 3 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 3 ສະຫາຍ, ສິບເອກ ຂຶ້ນ ວາທີ 1 ສະຫາຍ,  ສິບໂທ ຂຶ້ນ ສິບເອກ 2 ສະຫາຍ.

ຈາກນັ້ນ, ທີ່ປະຊຸມຍັງໄດ້ຮັບຟັງການເຜີຍແຜ່ ເອກະສານຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 583/ປກສ ວ່າດ້ວຍການນໍາໃຊ້ສື່ສັງຄົມອອນລາຍໃນກໍາລັງປ້ອງກັນຄວາມສະຫງົບ ແລະ ແຈ້ງການສະບັບເລກທີ 218/ຫກປມ,ມຊ ວ່າດ້ວຍການຄຸ້ມຄອງການຫາປາ ແລະ ສັດນໍ້າພາຍໃນເມືອງປາກຊັນ ຕື່ມອີກ.

ໂອກາດນີ້, ທ່ານປະທານໄດ້ສະແດງຄໍາຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕໍາຫຼວດທຸກສະຫາຍທີ່ເອົາໃຈໃສ່ເຮັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນໃນໄລຍະຜ່ານມາ ແລະ ຮຽກຮ້ອງສືບຕໍ່ຝຶກຝົນຕົນເອງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ປະຕິບັດລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມງວດ ເພື່ອສ້າງຕົນເອງໃຫ້ເປັນກໍາລັງປ້ອງກັນຄວາມສະຫງົບຂອງປະຊາຊົນ ທີ່ມີຄວາມກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.