ການປັບປຸງຊັອບແວຂອງເຮືອບິນ 737 ແມັກສ໌ ສຳເລັດສົມບູນແລ້ວ

ບໍລິສັດໂບອິງ ເປີດເຜີຍ ໃນວັນທີ 16 ພຶດສະພາ ທີ່່ຜ່ານມາ ວ່າ: ການປັບປຸງຊັອບແວຂອງເຮືອບິນ 737 ແມັກສ໌ ສຳເລັດສົມບູນແລ້ວ ຫຼັງຈາກເກີດອຸບັດຕິເຫດ 2 ຄັ້ງ ທີ່ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ ແລະ ມີຄຳສັ່ງຢຸດຕິການໃຊ້ເຮືອບິນຮຸ່ນນີ້ທົ່ວໂລກ.

ບໍລິສັດໂບອິງ ກ່າວວ່າ:

ຫຼັງຈາກຕິດຕັ້ງຊັອບແວແລ້ວ ທາງບໍລິສັດໄດ້ບິນທົດສອບເຮືອບິນ 737 ແມັກສ໌ ຫຼາຍກວ່າ 360 ຊົ່ວໂມງ ເຊິ່ງເປັນການບິນ 207 ຖ້ຽວ ແລະ ຂະນະນີ້ກຳລັງກຽມການເພື່ອເຂົ້າຮັບການທົດສອບໃນຂັ້ນສຸດທ້າຍ.

ທັ້ງນີ້, ການປັບປຸງຊັອບແວ ເຊິ່ງເປັນການແກ້ໄຂບັນຫາລະບົບການເບິ່ງແຍງການບິນ ທີ່ເຊື່ອວ່າຈະເປັນສາເຫດທີ່ເຮັດໃຫ້ເຮືອບິນຕົກທັ້ງສອງຄັ້ງ ຈະຕ້ອງໄດ້ຮັບການເຫັນດີຈາກ ໜ່ວຍງານຄວບຄຸມການບິນຂອງ ສະຫະລັດອາເມລິກາ ແລະ ຂອງນາໆຊາດ ກ່ອນທີ່ຈະມີການນຳເຮືອບິນອອກໃຫ້ບໍລິການອີກຄັ້ງ. ສ່ວນທາງດ້ານບັນດາສາຍການບິນຂອງ ສະຫະລັດອາເມລິກາ ຕັ້ງເປົ້າໝາຍວ່າ: ຈະສາມາດນຳເຮືອບິນ 737 ແມັກສ໌ ກັບມາໃຊ້ງານໄດ້ອີກຄັ້ງ ໃນເດືອນສິງຫານີ້.

ການປະກາດຂອງໂບອິງ ເລື່ອງການປັບປຸງຊັອບແວສຳເລັດແລ້ວນີ້ ເກີດຂຶ້ນພຽງ 1 ອາທິດ ກ່ອນໜ້າທີ່ ສຳນັກງານບໍລິຫານການບິນແຫ່ງຊາດ ສະຫະລັດອາເມລິກາ (FAA) ກຽມທີ່ຈະຊີ້ແຈງຕໍ່ບັນດາຕົວແທນຂອງ ໜ່ວຍງານທີ່ເບິ່ງແຍງການບິນພົນລະເຮືອນຂອງນາໆປະເທດ ຕາມຂະບວນການທີ່ຈະເປີດທາງໃຫ້ໃຊ້ ເຮືອບິນ 737 ແມັກສ໌.