ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ກ່າວໃນກອງປະຊຸມສະຫຼຸບວຽກງານ ຍທຂ ປະຈໍາປີ 2018 ວ່າ: ທົ່ວແຂວງ ມີເສັ້ນທາງຍາວທັງໝົດ 3.400 ກວ່າກິໂລແມັດ, ມີເສັ້ນທາງເຂົ້າເຖິງທຸກບ້ານ ໃນນີ້ມີເສັ້ນທາງທຽວໄດ້ສອງລະດູ ຈໍານວນ 300 ກວ່າບ້ານ ກວມ 82,56% ແລະ ທຽວໄດ້ລະດູດຽວ 75 ບ້ານ ກວມເອົາ 17,44%.

ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ຍທຂ ໃຫ້ຮູ້ວ່າ:

ໃນສົກປີ 2018, ແຂວງໄຊຍະບູລີ ໄດ້ຮັບທຶນທັງໝົດ 182 ໂຄງການ ມູນຄ່າ 1.603,21 ຕື້ກີບ, ເຊິ່ງລວມມີໂຄງການສະເໜີໃໝ່, ສືບຕໍ່ ແລະ ສຳລະໜີ້ ເຊັ່ນ: ໂຄງການຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດ ( ລວມທັງໂຄງການຂັ້ນສູນກາງ ແລະ ຂັ້ນແຂວງຄຸ້ມຄອງ ) ທັງໝົດມີ 8 ໂຄງການ ມູນຄ່າ 42,33 ລ້ານໂດລາສະຫະລັດ, ໂດຍແຫຼ່ງທຶນໄດ້ມາຈາກ ທຶນພາຍໃນ 2,86 ລ້ານໂດລາສະຫະລັດ, ທຶນກູ້ຢືມ 17,63 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າ 21,83 ລ້ານໂດລາສະຫະລັດ.

ໃນປັດຈຸບັນ, ໂຄງການທີ່ປະຕິບັດສຳເລັດແລ້ວ 100% ມີຢູ່ 2 ໂຄງການ ມູນຄ່າ 1,63 ລ້ານໂດລາສະຫະລັດ ແລະ ພວມຈັດຕັ້ງປະຕິບັດ 6 ໂຄງການ ມູນຄ່າ 40,37 ລ້ານໂດລາສະຫະລັດ.

ໂຄງການຂັ້ນກະຊວງມອບໃຫ້ແຂວງມີ 20 ໂຄງການ ມີງົບປະມານທັງໝົດ 300,24 ຕື້ກີບ, ເປັນທຶນພາຍໃນ 100%, ປະຕິບັດສໍາເລັດ 100% ມີຢູ່ 9 ໂຄງການ ມູນຄ່າ 45,30 ຕື້ກີບ ແລະ ພວມຈັດຕັ້ງປະຕິບັດມີ 11 ໂຄງການ ມູນຄ່າ 245,93 ຕື້ກີບ. ໂຄງການຂັ້ນແຂວງຄຸ້ມຄອງມີ 154 ໂຄງການ ມີງົບປະມານທັງໝົດ 960,08 ຕື້ກີບ, ໃນນີ້ທຶນພາຍໃນ 945,20 ຕື້ກີບ, ທຶນຕ່າງປະເທດ 14,87 ຕື້ກີບ ( ລວມມີທຶນອະນຸມັດໃໝ່ບ້ວງປົກກະຕິພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ບ້ວງທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຂອງປະຊາຊົນ, ບ້ວງທຶນພັດທະນາເມືອງໃໝ່ ແລະ ບ້ວງຊຳລະໜີ້ສິນໄພພິບັດ ), ປະຕິບັດສຳເລັດ 100% ມີຢູ່ 85 ໂຄງການ ມູນຄ່າ 537,84 ຕື້ກີບ ແລະ ພວມຈັດຕັ້ງປະບັດມີ 69 ໂຄງການ ມີມູນຄ່າ 521,24 ຕື້ກີບ.

ໂດຍລວມແລ້ວ, ທົ່ວແຂວງ ມີເສັ້ນທາງຄົມມະນາຄົມຍາວທັງໝົດ 3.402,12 ກມ, ໃນນັ້ນທາງຫຼວງແຫ່ງຊາດຍາວ 54 ກມ, ທາງຫຼວງທ້ອງຖິ່ນຍາວ 2.852,35 ກມ, ປູຢາງສອງຊັ້ນ 915,26 ກມ, ປູຫີນ ແລະ ປູດິນທຳມະຊາດຍາວ 1.852,12 ກມ.

ປັດຈຸບັນ, ທົ່ວແຂວງ ມີເສັ້ນທາງເຂົ້າເຖິງທຸກໆບ້ານ ໃນນັ້ນທຽວໄດ້ສອງລະດູມີ 355 ບ້ານ ກວມເອົາ 82,56%, ທຽວໄດ້ລະດູດຽວ 75 ບ້ານ ກວມເອົາ 17,44%, ມີຂົວທັງໝົດ 153 ແຫ່ງ, ຂົວເບຕົງ 36 ແຫ່ງ, ຂົວເຫຼັກ 11 ແຫ່ງ, ຂົວດາໂລ 18 ແຫ່ງ, ຂົວນ້ຳລົ້ນ 61 ແຫ່ງ ແລະ ທໍ່ກົມຂະໜາດຕ່າງໆ 4.413 ແຫ່ງ.

ນອກຈາກນີ້, ໃນໄລຍະ 1 ປີຜ່ານມາ ຍັງມີອຸບັດຕິເຫດເກີດຂຶ້ນຕາມທ້ອງຖະໜົນທັງໝົດ 153 ຄັ້ງ, ຄົນໄດ້ຮັບບາດເຈັບນ້ອຍ 119 ຄົນ, ບາດເຈັບສົມຄວນ 123 ຄົນ, ສາຫັດ 50 ຄົນ ແລະ ເສຍຊີວິດ 90 ຄົນ ລວມມູນຄ່າເສຍຫາຍ 3.800 ລ້ານກວ່າກີບ.