ພິທີປິດຊຸດຝຶກອົບຮົມ ສ້າງເປັນຄູຝຶກ ກ່ຽວກັບ ການນໍາໃຊ້ເຄື່ອງຈັບຄວາມໄວ, ການສຶກສາອົບຮົມ ແລະ ການບັງຄັບໃຊ້ກົດໝາຍ

ໃນວັນທີ 15 ພຶດສະພາ 2019 ຜ່ານມາ, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ໄດ້ຈັດພິທີປິດຊຸດຝຶກອົບຮົມ ສ້າງເປັນຄູຝຶກ ກ່ຽວກັບ ການນໍາໃຊ້ເຄື່ອງຈັບຄວາມໄວ, ການສຶກສາອົບຮົມ ແລະ ການບັງຄັບໃຊ້ກົດໝາຍ ໃຫ້ພະນັກງານວິຊາການ ກົມຕໍາຫຼວດຈະລາ ຈອນ ນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 3 ວັນ ແຕ່ວັນທີ 13-15 ພຶດສະພາ 2019, ເປັນກຽດເຂົ້າຮ່ວມໂດຍ ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ພ້ອມທັງມີ ທ່ານ ຊ່ຽວຊານ ດຣ ຊຸຮີ ອະດີດຫົວໜ້າຕໍາຫຼວດຈະລາຈອນ ອົດສະຕາຣີ, ມີ ບັນດາຄະນະພັກ-ຄະນະກົມ, ນັກສຳມະນາກອນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ເຂົ້າຮ່ວມໂດຍ ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ພ້ອມທັງມີ ທ່ານ ຊ່ຽວຊານ ດຣ ຊຸຮີ ອະດີດຫົວໜ້າຕໍາຫຼວດຈະລາຈອນ ອົດສະຕາຣີ

ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

ຊຸດຝຶກອົບຮົມຄັ້ງນີ້, ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 15 ຄົນ, ມາຈາກກົມຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ແລະ ຜູ້ຕິດຕາມການຝຶກອົບຮົມ; ຜ່ານການຝຶກອົບຮົມຕະຫຼອດໄລຍະເວລາ 3 ວັນ, ບັນດາຄູ-ອາຈານ ກໍໄດ້ເອົາໃຈໃສ່ຖ່າຍທອດຄວາມຮູ້ ແລະ ປະສົບການຕ່າງໆ ໃຫ້ແກ່ນັກສໍາມະນາກອນຢ່າງເຕັມຄວາມສາມາດ, ສ່ວນນັກສຳມະນາກອນທີ່ໄດ້ເຂົ້າຮ່ວມ ກໍໄດ້ມີຄວາມຕັ້ງໃຈຟັງ ແລະ ປະກອບສ່ວນດ້ວຍການຕັ້ງຄຳຖາມສົນທະນາ ເພື່ອແລກປ່ຽນຄວາມຮູ້ ທີ່ຈະນຳມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ມີປະສິດທິຜົນ ແລະ ເປັນເອກະພາບ.

ນອກນີ້, ຍັງໄດ້ເອົາໃຈໃສ່ປະຕິບັດໂມງເວລາຂຶ້ນຫ້ອງ-ລົງຫ້ອງ ຢ່າງເຂັ້ມງວດ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ມີບັນຍາກາດດີໃນການຮໍ່າຮຽນ.

ພາຍຫຼັງຮຽນທິດສະດີວິຊາການແລ້ວ ແມ່ນຝຶກປະຕິບັດຕົວຈິງຄຽງຄູ່ກັນ ໂດຍການນຳເອົາເນື້ອໃນດັ່ງກ່າວທີ່ພົວພັນກັບວຽກງານວິຊາສະເພາະ ເປັນຕົ້ນເລື່ອງຄວາມໄວ, ຜົນກະທົບດ້ານອຸບັດຕິເຫດ, ຄວາມເປັນຜູ້ນໍາໃນການກວດກາການນໍາໃຊ້, ຄວາມຄິດລິເລີ່ມໃນການຫາວິທີແກ້ໄຂ, ພາກຕົວຈິງ ແລະ ຫຼັກການນໍາໃຊ້ກ້ອງກວດຈັບຄວາມໄວ. ທັງນີ້, ກໍເພື່ອນຳເອົາບົດຮຽນດັ່ງກ່າວ, ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃນສະເພາະໜ້າ  ແລະ ຍາວນານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສຳເລັດການຝຶກອົບຮົມ ໂດຍ ທ່ານ ຊ່ຽວຊານ ດຣ ຊຸຮີ
ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສຳເລັດການຝຶກອົບຮົມ ໂດຍ ທ່ານ ຊ່ຽວຊານ ດຣ ຊຸຮີ

ພ້ອມດຽວກັນນີ້, ໃນພິທີ ກໍຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສຳເລັດການຝຶກອົບຮົມ ເຊິ່ງໃຫ້ກຽດມອບໂດຍ ທ່ານ ຊ່ຽວຊານ ດຣ ຊຸຮີ ອະດີດຫົວໜ້າຕໍາຫຼວດຈະລາຈອນ ອົດສະຕາຣີ.