ໃນທ້າຍອາທິດທີ່ຜ່ານມານີ້, ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຜົ້ງສາລີ ຮ່ວມກັບ ປກສ ເມືອງບຸນເໜືອ ແລະ ອົງການປົກຄອງບ້ານ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ປະຈໍາປີ 2018 ໃຫ້ກັບ 5 ບ້ານ ທີ່ຂຶ້ນກັບເມືອງບຸນເໜືອຄື: ບ້ານດອນຊາຍ, ບ້ານດົງ, ບ້ານບຸນເໜືອ, ບ້ານໃໝ່ ແລະ ບ້ານໂພນໄຊ.

ໃນພິທີ ທ່ານ ເລຂາພັກບ້ານ, ນາຍບ້ານທັງ 5 ບ້ານ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີທີ່ ຜ່ານມາວ່າ:

ບ້ານດອນຊາຍ ມີ 53 ຫຼັງຄາເຮືອນ, ມີ 60 ຄອບຄົວ, ມີພົນລະເມືອງ 253 ຄົນ ຍິງ 129 ຄົນ, ບ້ານບຸນເໜືອ ມີ 149 ຫຼັງຄາເຮືອນ, ມີ 189 ຄອບຄົວ, ມີພົນລະເມືອງ 717 ຄົນ ຍິງ 375 ຄົນ, ບ້ານດົງ ມີ 54 ຫຼັງຄາເຮືອນ, ມີ 63 ຄອບຄົວ, ມີພົນລະເມືອງ 266 ຄົນ ຍິງ 199 ຄົນ, ບ້ານໂພນໄຊ ມີ 127 ຫຼັງຄາເຮືອນ, 567 ຄົນ ຍິງ 288 ຄົນ, ບ້ານໃໝ່ ມີ 99 ຫຼັງຄາເຮືອນ, ມີ 128 ຄອບຄົວ, ມີພົນລະເມືອງ 485 ຄົນ ຍິງ 253 ຄົນ.

ຜ່ານການປະເມີນຜົນສາມາດຕີລາຄາໄດ້ຕາມ 5 ມາດຖານຂອງຄອບຄົວ ແລະ 6 ມາດຖານຂອງບ້ານທີ່ເຮັດວຽກງານປ້ອງກັນຄວາມສະຫງົບດີ. ດັ່ງນັ້ນ, ທ່ານເຈົ້າແຂວງ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ໃຫ້ແກ່ 5 ບ້ານ ທີ່ຂຶ້ນກັບເມືອງບຸນເໜືອ ແຂວງຜົ້ງສາລີ ແລະ ໃຫ້ກຽດມອບໃບຢັ້ງຢືນໃຫ້ກັບບ້ານດັ່ງກ່າວ ໂດຍ ພັທ ຢີນວັນນະສຸກ ບຸດຕະນະວົງ.

ໂອກາດດັ່ງກ່າວ ພັທ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ປະທານກອງປະຊຸມ ໄດ້ເນັ້ນໃຫ້ອົງການຈັດຕັ້ງແຕ່ລະຂັ້ນສືບຕໍ່ເພີ່ມທະວີເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພໍ່-ແມ່ ປະຊາຊົນພາຍໃນບ້ານ ໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍ ຂອງພັກ-ລະບຽບກົດໝາຍຂອງລັດ, ເພີ່ມທະວີສະຕິລະວັງຕົວຕໍ່ທຸກກົນອຸບາຍຫັນປ່ຽນໂດຍສັນຕິ ຂອງສັດຕູ ແລະ ພວກກຸ່ມຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພສະຖຽນລະພາບ ແລະ ຄວາມສະຫງົບສຸກຂອງບ້ານເມືອງ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອເຮັດໃຫ້ທົ່ວສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກໂດຍ ພື້ນຖານ.