ປກສ ແຂວງຫຼວງນ້ຳທາ ມອບໃບຍ້ອງຍໍໃຫ້ຜູ້ອຸປະຖຳ

0
1186

ວັນທີ 14 ພຶດສະພາ 2019 ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ມອບໃບຍ້ອງຍໍ ແລະ ຊົມເຊີຍໃຫ້ບໍລິສັດຮ້າງຮ້ານທັງບຸກຄົນ ແລະ ນິຕິບຸກຄົນທີ່ອຸປະຖຳຊ່ວຍເຫຼືອວຽກງານປ້ອງກັນຄວາມສະຫງົບ ໃນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 58 ປີ ແລະ ປ້ອງກັນບຸນ ປີໃໝ່ລາວ ພສ 2562.

ມອບໂດຍ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີບັນດາຫົວໜ້າຄະນະອານຸກຳມະການ, ບັນດາທ່ານຜູ້ຕາງໜ້າຈາກບໍລິສັດຫ້າງຮ້ານ ໃນທົ່ວແຂວງຫຼວງນໍ້າທາ. ໃນນັ້ນກອງບັນຊາການ ໄດ້ຕົກລົງມອບໃບຍ້ອງຍໍຂອງກອງບັນຊາການ ໃຫ້ບໍລິສັດ ລປພ ເຂດບໍ່ເຕ່ນ, ບໍລິສັດຢ່າງພາລາ, ທ່ານ ເກດແກ້ວ ເມກສະຫວັນ ອຳນວຍການ ບໍລິສັດໂຊກໄຊ, ທ່ານ ມາຍແວງດຶກ, ຮ້ານສ້ອມແປງກິພາພອນ, ທ່ານ ຕິງຊ່າງ ເຈົ້າຂອງໂຮງງານຂ້າສັດ, ສະມາຄົມນັກທຸລະກິດຍີງ, ບໍລິສັດ STV, ບໍລິສັດ ໄຊພະຈັນ, ບໍລິສັດ ສີມອນພັດທະນາກະສິກຳ ແລະ ບໍລິຫານຂາເຂົ້າ-ຂາອອກຈໍາກັດ.

ນອກນີ້, ມອບໃບຊົມເຊີຍ ຂອງກອງບັນຊາການ ໃຫ້ບໍລິສັດ 705 ຂອງຫວຽດນາມ, ຫ້ອງການໄອຍະການປະຊາຊົນແຂວງ, ບໍລິສັດ ຟູຈຽນ ແລະ ທ່ານ ບຸນຈັນ ຫຼວງລືໄຊ. ໂອກາດດັ່ງກ່າວ ພັທ ອິນສົມ ທຳລະສິນ ໄດ້ສະແດງຄຳຊົມເຊີຍຕໍ່ບັນດາສະຫາຍໃນຄະນະອານຸກຳມະການທີ່ເຮັດສຳເລັດໜ້າທີ່ ແລະ ສະແດງຄຳຂອບໃຈຕໍ່ບັນດາທ່ານຜູ້ຕາງໜ້າບໍລິສັດ-ຫ້າງຮ້ານ ທັງບຸກຄົນ ແລະ ນິຕິບຸກຄົນ ທີ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ.