ໜຶ່ງໃນບັນຫາທີ່ພົ້ນເດັ່ນໃນສັງຄົມບ້ານເຮົາຄື ບັນຫາການລັກຊັບພົນລະເມືອງ

ໃນ 7 ວັນຜ່ານມາ ( 30 ເມສາ-6 ພຶດສະພາ 2019 ), ຢູ່ນະຄອນຫຼວງວຽງຈັນ (ນວ) ມີຄະດີເກີດຂຶ້ນທັງໝົດ 68 ເລື່ອງ ເພີ່ມຈາກອາທິດກ່ອນ 9 ເລື່ອງ; ໃນນີ້, ເກີດຂຶ້ນຫຼາຍກວ່າໝູ່ແມ່ນ “ ຄະດີລັກຊັບພົນລະເມືອງ ”.

ກອງບັນຊາການ ປກສ ນະຄອນຫຼວງ ໃຫ້ຮູ້ວ່າ:

ໃນຈຳນວນຄະດີທີ່ເກີດຂຶ້ນ 68 ເລື່ອງນັ້ນ ມີລັກຊັບພົນລະເມືອງ 35 ເລື່ອງ, ອຸປັດຕິເຫດ 26 ເລື່ອງ, ຊີງຊັບພົນລະເມືອງ 3 ເລື່ອງ, ອັກຄີໄພ 2 ເລື່ອງ, ປຸ້ນຊັບພົນລະເມືອງ 1 ເລື່ອງ ແລະ ທຳຮ້າຍຮ່າງກາຍ 1 ເລື່ອງ.

ຈາກຄະດີທີ່ເກີດຂຶ້ນ ສົ່ງຜົນເສຍຫາຍເປັນ ລົດຈັກ 30 ຄັນ, ເງິນກີບ 44.700.000 ກີບ, ເງິນໂດລາ 500 ໂດລາ, ເງິນບາດ 123.000 ບາດ, ຄໍາຮູບປະພັນ 8 ບາດ ກັບ 2 ສະຫຼືງ, ຄອມພິວເຕີ 1 ໜ່ວຍ, ຕູ້ເຊັບ 1 ເຄື່ອງ, ໂທລະສັບ 4 ເຄື່ອງ ແລະອື່ນໆ.

ໂດຍລາຍລະອຽດກ່ຽວກັບ ຄະດີລັກຊັບພົນລະເມືອງ ມີດັ່ງຕໍ່ໄປນີ້:

  • ໃນເວລາ 6:00 ໂມງ ຂອງວັນທີ 30 ເມສາ 2019, ໄດ້ມີຄົນຮ້າຍບໍ່ຮູ້ຈຳນວນ ເຂົ້າມາລັກລົດຈັກ HONDA WAVE 100 ສີຂຽວດຳ ທະບຽນ ດລ 1681 ຂອງ ທ້າວ ບົວໃສ ອາຍຸ 34 ປີ ຢູ່ບ້ານໄຊມຸງຄຸນ ເມືອງນາຊາຍທອງ;
  • ໃນເວລາ 2:00 ໂມງ ຂອງວັນທີ 30 ເມສາ 2019, ໄດ້ມີຄົນຮ້າຍເຂົ້າມາລັກເອົາລົດຈັກ HONDA WAVE 100 ສີແດງດໍາ ໝາຍເລກທະບຽນ ກດ 6118 ກໍາແພງນະຄອນ ຂອງ ນາງ ທິບພາວັນ ອາຍຸ 20 ປີ ຢູ່ບ້ານດົງໂດກ ເມືອງໄຊທານີ;
  • ໃນເວລາປະມານ 2:00 ໂມງ ຂອງວັນທີ 2 ພຶດສະພາ 2019, ໄດ້ມີຄົນຮ້າຍເຂົ້າມາລັກລົດຈັກຂອງ ທ້າວ ວິລະຊຸນ ອາຍຸ 23 ປີ ນັກສຶກສາ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ສ່ວນລົດທີ່ເສຍແມ່ນລົດຈັກ HONDA CBR ສີດຳ ໝາຍເລກທະບຽນ ດພ 5841 ກຳແພງນະຄອນ;
  • ໃນວັນທີ 4 ພຶດສະພາ 2019, ໄດ້ມີຄົນຮ້າຍຈໍານວນ 2 ຄົນ ຂັບຂີ່ລົດຈັກເວບຮ້ອຍສີດໍາ ບໍ່ມີປ້າຍທະບຽນ ເຂົ້າມາລັກເອົາລົດຈັກຂອງ ນາງ ນາລີ ອາຍຸ 26 ປີ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ສ່ວນລົດຈັກທີ່ເສຍແມ່ນລົດ HONDA ZOOMER-X ສີຂາວດໍາ ໝາຍເລກທະບຽນ ດບ 4749 ກໍາແພງນະຄອນ;
  • ໃນວັນທີ  5 ພຶດສະພາ 2019, ໄດ້ມີຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກຊູເມີເອກ ສີຂາວ-ແດງ ບໍ່ຈື່ປ້າຍທະບຽນ ເຂົ້າມາລັກເອົາລົດຈັກຂອງ ນາງ ລຸນນີ ອາຍຸ 26 ປີ ພັກເຊົ່າຢູ່ບ້ານຊ້າງ ຄູ້ ເມືອງໄຊທານີ ສ່ວນລົດທີ່ເສຍແມ່ນລົດຈັກ HONDA WAVE 100 ດໍາ-ແດງ ໝາຍເລກທະບຽນ ດລ 3933 ກໍາແພງນະຄອນ ແລະ ເຫດການອື່ນໆອີກ.