ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂອເບດ ຊາອິບິນ ທຣາເຮດ ອໍດາເຮີລີ ເອກອັກຄະລັດຖະທູດແຫ່ງສະຫະລັດ ເອເມ ຣັດ ອາຣັບ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດ ນາມ ພ້ອມຄະນະ. ໃນວັນທີ 17 ພຶດ ສະພາ 2019 ເນື່ອງໃນໂອກາດທີ່ທ່ານເດີ່ນທາງມາຍື່ນສານຕາຕັ້ງຕໍ່ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ຮັບຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງສະຫະລັດເອເມຣັດ ອາຣັບ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານເອກອັກຄະລັດຖະທູດແຫ່ງສະຫະລັດ ເອເມຣັດ ອາຣັບ ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ພ້ອມຄະນະ ທີ່ໄດ້ໃຫ້ກຽດອັນສູງສົ່ງ ແລະ ສະລະເວລາອັນມີຄ່າໃນການຕ້ອນຮັບຢ່າງອົນອຸ່ນ.
ການມາຢ້ຽມຢາມ ແລະ ເຮັດວຽກຂອງຂ້າພະເຈົ້າຄັ້ງນີ້ເປັນຄັ້ງທໍາອິດ. ສະນັ້ນ, ຂ້າພະເຈົ້າຄິດວ່າ ຍັງມີຫຼາຍບັນ ຫາທີ່ຂ້າພະເຈົ້າຈະໄດ້ມີການສຶກສາຮຽນຮູ້ ໂດຍສະເພາະແມ່ນວັດທະນະທໍາ, ຮີດຄອງປະເພນີ ແລະ ວິທີການດໍາລົງຊີວິດຂອງປະຊາຊົນລາວ.

ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດແຫ່ງສະຫະລັດ ເອເມຣັດ ອາຣັບ ຍັງໄດ້ນໍາສະເໜີບັນຫາຕ່າງໆ ເພື່ອຈະສ້າງແນວທາງນະໂຍບາຍ ແລະ ສາຍສໍາພັນອັນດີງາມຂອງປະເທດລາວ ແລະ ສະຫະລັດ ເອເມຣັດ ອາຣັບ ໃນຕໍ່ໜ້າ ເປັນຕົ້ນການຍົກເວັ້ນວິຊາຕໍ່ປະຊາຊົນຂອງສະຫະລັດ ເອເມຣັດ ອາຣັບ ທີ່ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ, ດ້ານການຄ້າ ແລະ ການລົງ, ການສະໜອງຂໍ້ມູນກ່ຽວກັບຄົນອາຣັບ ມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ປະເທດອາຣັບ ໄດ້ຮັບຮູ້ ແລະ ເຊີນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄປຢ້ຽມຢາມ ສະຫະລັດ ເອເມຣັດ ອາຣັບ ເພື່ອເປັນການແລກປ່ຽນບົດຮຽນ ແລະ ສ້າງສາຍສໍາພັນອັນດີງາມຮ່ວມກັນ.

ພົທ ວິໄລ ຫຼ້າຄໍາຟອງ ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການເຂົ້າມາຢ້ຽມຂໍ່ານັບຂອງ ທ່ານເອກອັກຄະລັດຖະທູດແຫ່ງ ສະຫະລັດ ເອເມຣັດ ອາຣັບ ພ້ອມຄະນະ ໃນຄັ້ງນີ້ ແລະ ຄິດວ່າການມາເຮັດວຽກຂອງທ່ານໃນຄັ້ງນີ້ ຈະເຮັດໃຫ້ການສ້າງສາຍສໍາພັນຂອງສອງປະເທດເຮົາສະນິດແໜ້ນຂຶ້ນເປັນກ້າວ. ພ້ອມນັ້ນ, ທ່ານລັດຖະ ມົນຕີກໍ່ໄດ້ກ່າວສະແດງຄວາມເຫັນດີເປັນຢ່າງສູງຕໍ່ການນໍາສະເໜີຂອງແຕ່ລະວຽກງານ ເພື່ອແລກປ່ຽນສ້າງແນວທາງນະໂຍບາຍຮ່ວມກັນ ແລະ ຈະນໍາເອົາແຕ່ລະວຽກງານທີ່ ທ່ານສະເໜີມານັ້ນໄປປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງໂດຍໄວ້.

ໃນໂອການນີ້, ທ່ານລັດຖະມົນຕີ ກໍໄດ້ລາຍງານກ່ຽວກັບວັດທະນະທໍາ, ຮິດຄອງປະເພນີ, ວິຖີການດໍາລົງຊີວິດຂອງປະຊາຊົນລາວ ໃຫ້ທ່ານເອກະອັກຄະລັດຖະທູດຮັບຊາບຕື່ມອີກ.