ພົຈວ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ ເສນາທິ ການກອງທັບ ຜູ້ຊີ້ນຳໂຄງການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງ

ໂຄງການກໍ່ໍ່ສ້າງເສັ້ນທາງຍຸດທະສາດ ລຽບແມ່ນໍ້າຂອງຕອນເໜືອຂອງລາວ ມີຄວາມຍາວກວ່າ 22 ກິໂລແມັດ ເຊິ່ງແມ່ນທຶນຊ່ວຍເຫຼືອລ້າຈາກ ສປ ຈີນ ມີມູນຄ່າທັງໝົດ 155.483.600 ຢວນ, ໂດຍ ກະຊວງປ້ອງກັນປະເທດ ເປັນເຈົ້າຂອງໂຄງການ ແລະ ມາຮອດປັດຈຸບັນ ການກໍ່ສ້າງສໍາເລັດແລ້ວ 80%.

ວັນທີ 10 ພຶດສະພາ 2019, ພົຈວ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ ເສນາທິ ການກອງທັບ ຜູ້ຊີ້ນຳໂຄງການ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງ.

ຜູ້ຮັບຜິດຊອບການກໍ່ສ້າງ ໄດ້ລາຍງານໃຫ້ຮູ້ວ່າ:

ໂຄງການດັ່ງກ່າວ ເປັນເສັ້ນທາງປູຢາງ ລົງມືກໍ່ສ້າງມາແຕ່ວັນທີ 22 ມີນາ 2017. ມາຮອດປັດຈຸບັນ, ສາມາດດໍາເນີນການກໍ່ສ້າງສໍາເລັດແລ້ວ 80%, ເລີ່ມແຕ່ ບ້ານມອມ ຫາ ບ້ານຫ້ວຍໄຄ້ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ມີໄລຍະທາງ 22,431 ກິໂລແມັດ, ມີໜ້າທາງກວ້າງ 6 ແມັດ, ບ່າທາງກວ້າງເບື້ອງ 50 ຊມ, ອອກແບບຕາມມາດຕະຖານເຕັກນິກທາງຂັ້ນ 3 ຂອງ ສປ ຈີນ ແລະ ທາງຂັ້ນ 4 ຂອງລາວ, ມີຮ່ອງລະບາຍນໍ້າຂ້າງທາງ, ທໍ່ລອດທາງ, ຂົວ, ທາງແຍກ, ປ້າຍຈະລາຈອນ ແລະ ຫຼັກປ້ອງກັນຄວາມປອດໄພຕ່າງໆ ຕາມເສັ້ນທາງມີຂົວ 5 ແຫ່ງ ລວມລວງຍາວທັງໝົດຂອງຂົວ 310,9 ແມັດ, ມີທໍ່ລອດພື້ນທາງ 71 ຈຸດ ແລະ ຮ່ອງລະບາຍນໍ້າມີຝາປິດ 26 ຈຸດ, ເຊິ່ງຕາມແຜນການ ຈະໃຫ້ສໍາເລັດ ໃນເດືອນຕຸລາ ປີ 2019.

ເສັ້ນທາງດັ່ງກ່າວ ເປັນເສັ້ນທາງຍຸດທະສາດ, ພາຍຫຼັງກໍ່ສ້າງສໍາເລັດ ຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການສັນຈອນໄປ-ມາຂອງປະຊາຊົນບັນດາບ້ານຕໍ່ບ້ານ, ລະຫວ່າງ ເມືອງຕົ້ນເຜິ້ງ ຫາ ເມືອງເມິງ ແລະ ແຂວງບໍ່ແກ້ວ ຫາ ແຂວງຫຼວງນໍ້າທາ ໃຫ້ມີຄວາມວ່ອງໄວ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລຽບຕາມຊາຍແດນແມ່ນໍ້າຂອງຕອນເໜືອ ອີກດ້ວຍ.