ກອງປະຊຸມປະສານງານປາບປາມຢາເສບຕິດຊາຍແດນ ລາວ-ໄທ ຄັ້ງທີ III

ເມືອງໄຊພູທອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ຄະນະປະສານງານປາບປາມຢາເສບຕິດຊາຍແດນ ອໍາເພີດອນຕານ ຈັງຫວັດມຸກດາຫານ ລາຊະອານາຈັກໄທ ໄດ້ຈັດກອງປະຊຸມປະສານງານປາບປາມຢາເສບຕິດຊາຍແດນ ລາວ-ໄທ ຄັ້ງທີ III ໃນວັນທີ 14 ພຶດສະພາ ຜ່ານມາ ຢູ່ທີ່ ຫ້ອງວ່າການປົກຄອງເມືອງໄຊພູທອງ, ໂດຍການເປັນປະທານຂອງ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໆໄຊພູທອງ ປະທານຄະນະຮ່ວມມືຮັກສາຄວາມສະຫງົບ-ຮຽບຮ້ອຍຕາມຊາຍແດນ ລາວ-ໄທ ພ້ອມດ້ວຍຄະນະ ແລະ ຝ່າຍໄທນໍາໂດຍ ທ່ານ ຍຸກຄົນ ການຈະນະສິລິພົງ ນາຍອໍາເພີດອນຕານ ພ້ອມທັງມີບັນດາຄະນະກໍາມະການທັງສອງຝ່າຍ ເຂົ້າຮ່ວມ.

ຝ່າຍລາວນຳໂດຍ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໆໄຊພູທອງ ປະທານຄະນະຮ່ວມມືຮັກສາຄວາມສະຫງົບ-ຮຽບຮ້ອຍຕາມຊາຍແດນ ລາວ-ໄທ ພ້ອມດ້ວຍຄະນະ – ຝ່າຍໄທນໍາໂດຍ ທ່ານ ຍຸກຄົນ ການຈະນະສິລິພົງ ນາຍອໍາເພີດອນຕານ

ກອງປະຊຸມຄັ້ງນີ້, ທັງສອງຝ່າຍກໍໄດ້ຕີລາຄາສູງຕໍ່ມູນເຊື້ອສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານລະຫວ່າງສອງປະເທດ ກໍຄື ເມືອງໄຊພູທອງ ກັບ ອໍາເພີດອນຕານ ທີ່ມີການຂະຫຍາຍຕົວຢ່າງເລິກເຊິ່ງ, ໜັກແໜ້ນ ແລະ ຮອບດ້ານ, ໄດ້ແລກປ່ຽນຂໍ້ມູນຂ່າວສານທີ່ເປັນປະໂຫຍດໃນການປ້ອງກັນ ແລະ ປາມປາມຢາເສບຕິດ ໂດຍຜ່ານໜ່ວຍງານປ້ອງກັນ ແລະ ປາບປາມຢາເສບຕິດຂອງທັງສອງຝ່າຍ ແລະ ສະແດງເຈດຈໍານົງໃນການປາບປາມຜູ້ຄ້າ-ຂາຍຢາເສບຕິດ ໃນພື້ນທີ່ຂອບເຂດຄວາມຮັບຜິດຊອບຢ່າງເຂັ້ມງວດ ເປັນຕົ້ນແມ່ນ ບັນດາເຍົາວະຊົນຊາວໝຸ່ມ ແລະ ພໍ່-ແມ່ປະຊາຊົນບໍ່ໃຫ້ກ່ຽວຂ້ອງກັບຢາເສບຕິດ, ສ່ວນຝ່າຍອໍາເພີດອນຕານ ສະເໜີໃຫ້ມີການຮ່ວມກັນລາດຕະເວນ ຕາມລໍາແມ່ນໍ້າຂອງທາງເຮືອ ເດືອນລະ 1 ຄັ້ງ ໂດຍຝ່າຍອໍາເພີດອນຕານ ຈະເປັນຜູ້ຮັບຜິດຊອບເລື່ອງການໃຊ້ຈ່າຍງົບປະມານ.

ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານລະຫວ່າງ ລາວ-ໄທ

ນອກນີ້, ທັງສອງຝ່າຍ ຍັງມີຄວາມເຫັນດີເປັນເອກະພາບກັນ ໃນການຈັດກອງປະຊຸມປຶກສາຫາລືທຸກປີ ຕາມແຕ່ລະໂອກາດ ແລະ ຄວາມເໝາະສົມໃນການເປັນເຈົ້າພາບ, ພ້ອມນັ້ນຍັງໄດ້ທົບທວນຄວາມຈໍາບົດບັນທຶກກອງປະຊຸມ ຄັ້ງວັນທີ 23 ມັງກອນ 2018 ທີ່ຈັດຂຶ້ນທີ່ອໍາເພີດອນຕານ ຂໍ້ 4.5 ເລື່ອງການສົ່ງເສີມສິລະປະວັດທະນະທໍາ ແລະ ງານປະເພນີ ໂດຍສະເໜີໃຫ້ມີການອະນຸຍາດໃຫ້ພໍ່-ແມ່ປະຊາຊົນ ໄປມາຫາສູ່ໃນເທດສະການບຸນຕ່າງໆຕາມປະເພນີ. ຈາກນັ້ນ, ທັງສອງຝ່າຍ ກໍໄດ້ມີການເຊັນບົດບັນທຶກຊ່ວຍຈໍາລະຫວ່າງ ເຈົ້າເມືອງທັງສອງເມືອງ ນໍາອີກ.