ແຂວງສາລະວັນ ປະກາດປ່ອຍຕົວນັກໂທດກ່ອນກຳນົດ

0
438

ສານ ຮ່ວມກັບ ໄອຍະການປະຊາຊົນ ແຂວງສາລະວັນ ໄດ້ປະກາດການປ່ອຍຕົວນັກໂທດກ່ອນກໍານົດ ຕໍ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນອົງການຈັດຕັ້ງ ເປັນຕົ້ນແມ່ນການຈັກສານ, ປູກຝັງ, ລ້ຽງສັດ ແລະ ປະຕິບັດລະບຽບວິໄນຂອງ ຄ້າຍຄຸມຂັງ-ດັດສ້າງ ໄດ້ດີ.

ກອງປະຊຸມ ໄດ້ຖະແຫຼງ ແລະ ມີການຕັດສິນວ່າ:

ນັກໂທດທີ່ໄດ້ຮັບການປ່ອຍຕົວ ມີຈໍານວນ 53 ຄົນ ຍິງ 8 ຄົນ ແມ່ນຜູ້ກະທໍາຜິດໃນຖານຄ້າຂາຍຢາເສບຕິດ ທີ່ໄດ້ປະຕິບັດໂທດມາແລ້ວ ນັບແຕ່ 5 ປີ-10 ປີ ໂດຍສະເພາະ ແມ່ນປະຊາຊົນເມືອງສາລະວັນ ມີ 18 ຄົນ, ເມືອງຄົງເຊໂດນ 14 ຄົນ, ເມືອງເລົ່າງາມ 7 ຄົນ, ເມືອງວາປີ 6 ຄົນ, ເມືອງລະຄອນເພັງ 3 ຄົນ, ເມືອງຕຸ້ມລານ 2 ຄົນ, ເມືອງສອງຄອນ ແຂວງສະຫວັນນະເຂດ 1 ຄົນ ແລະ ເມືອງຊະນະສົມບູນ ແຂວງຈໍາປາສັກ 2 ຄົນ.

ການປ່ອຍຕົວນັກໂທດກ່ອນກໍານົດນີ້ ກໍເພື່ອແນໃສ່ການປະຕິບັດນະໂຍບາຍດ້ານມະນຸດສະທໍາ ທີ່ໄດ້ກະທໍາລົງດ້ວຍຄວາມຕັ້ງໃຈ ແລະ ບໍ່ໄດ້ຕັ້ງໃຈ. ດັ່ງນັ້ນ, ອົງການຈັດຕັ້ງລັດ ໄດ້ມີກົດເກນວາງໃຫ້ບຸກຄົນໄດ້ມີໂອກາດປ່ຽນແປງທັດສະນະແນວຄິດ-ພຶດຕິກໍາ ໃຫ້ໄປຕາມອຸດົມການທີ່ດີ, ມີຄວາມກ້າວໜ້າໃນຄອບຄົວ ແລະ ສັງຄົມ.

ພິທີດັ່ງກ່າວ ຈັດຂຶ້ນໃນເມື່ອບໍ່ດົນມານີ້ ຢູ່ຄ້າຍຄຸມຂັງ-ດັດສ້າງນາໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ຈຳປາ ສຸດທະວົງ ປະທານຄະນະສານປະຊາຊົນແຂວງ, ມີ ທ່ານ ນາງ ນິລະດາ ຈັນທະວົງ ຮອງຫົວໜ້າຫ້ອງການໄອຍະການແຂວງ, ມີອໍານາດການປົກຄອງ, ແຂກຮັບເຊີນ, ຍາດພີ່ນ້ອງ ແລະ ນັກໂທດຜູ້ທີ່ໄດ້ຮັບການປ່ອຍຕົວກ່ອນກໍານົດ ເຂົ້າຮ່ວມ.