ໄລຍະນີ້ ແຕ່ລະບ້ານຫຼາຍທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ມີການຈັດງານບຸນບັ້ງໄຟ ຕາມຮີດຄອງປະເພນີຂອງຊາວລາວ ທີ່ເຄີຍນັບຖືກັນມາແຕ່ບູຮານນະການ ເພື່ອຂໍຝົນຕາມຄວາມເຊື່ອ. ອີກຢ່າງໜຶ່ງ, ເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນບ້ານທີ່ໃກ້ຄຽງ ມາພົບປະຮ່ວມມ່ວນຊື່ນນໍາກັນ. ແຕ່ການຈັດງານບຸນດັ່ງກ່າວ ຫຼາຍບ້ານໃນແຕ່ລະທ້ອງຖິ່ນ ຍັງມີບາງອັນບໍ່ສອດຄ້ອງກັບຮີດຄອງປະເພນີ ໂດຍແອບແຝງໄປດ້ວຍການແຕ່ງກາຍແບບລາມົກ ຟ້ອນສະແດງຢູ່ພາຍໃນງານ ພ້ອມທັງບໍ່ຮັບປະກັນຄວາມປອດໄພ ໂດຍມີຄວາມສ່ຽງຈາກບັ້ງໄຟແຕກໃສ່ ແລະ ບາງຄັ້ງຈູດບັ້ງໄຟຕໍາໃສ່ຫົວຄົນພາຍໃນງານ ຈົນເສຍຊີວິດ ກໍມີ.

ອີງຕາມຄວາມເຊື່ອຂອງຄົນບູຮານ ຈົນເຖິງສະໄໝປັດຈຸບັນ, ການເຮັດບຸນບັ້ງໄຟ ມີຄວາມເຊື່ອຖືກັນວ່າ:

ຢູ່ເທິງຟ້ານັ້ນ ມີຜີຟ້າຜີແຖນເປັນເຈົ້າໃນການແຕ່ງຝົນ. ດັ່ງນັ້ນ, ຮອດລະດູເດືອນມິຖຸນາ ເຊິ່ງເປັນໄລຍະລະດູການຜະລິດເຮັດນາ, ຊາວພຸດລາວ ຈຶ່ງພາກັນເຮັດບຸນບັ້ງໄຟ ເພື່ອຈູດບູຊາໄປຂໍນໍ້າຝົນນຳຟ້າແຖນ ເຊິ່ງຖ້າປີໃດບັ້ງໄຟຂຶ້ນດີ ຖືວ່າປີນັ້ນຝົນຕົກຫຼາຍ ແລະ ການເຮັດໄຮ່ເຮັດນາ ກໍຈະໄດ້ຜົນຜະລິດສູງ. ສະນັ້ນ, ປະຊາຊົນລາວເຮົາ ຈຶ່ງເຮັດບຸນບັ້ງໄຟຂຶ້ນໃນທຸກໆປີ ແລະ ກໍເປັນການເຮັດໃຫ້ຊາວລາວຫຼາຍບ້ານ ໄດ້ມາພົບໜ້າພໍ້ຕາກັນ, ເຊິ່ງພາຍໃນງານຈະມີການຟ້ອນລໍາຢ່າງມ່ວນຊື່ນ ພ້ອມທັງສະແດງຕະຫຼົກເຮຮາຕ່າງໆ ເຊັ່ນ: ຜູ້ຍິງແຕ່ງກາຍເປັນຊາຍ, ຊາຍແຕ່ງເປັນຍິງ, ແຕ່ງກາຍເປັນຍັກ, ເປັນໂຂນ, ຕຶກແຫ, ຫາປາ, ຂາຍປາ ແລະ ອ່ານໜັງສື.

ແຕ່ຄວາມເປັນຈິງ, ປະເພນີດັ່ງກ່າວ ແມ່ນຫາເບິ່ງໄດ້ຍາກ ເນື່ອງຈາກການປ່ຽນແປງແຕ່ລະຍຸກແຕ່ລະສະໄໝ, ບາງຢ່າງກໍບໍ່ໄດ້ປະຕິບັດແລ້ວ, ເຊິ່ງແລ້ວແຕ່ຕາມຄວາມສະດວກຂອງແຕ່ລະບ້ານຈະມີພຽງການໄຫວ້, ຈູດບັ້ງໄຟ ແລະ ຄົບງັນທໍາມະດາ ເທົ່ານັ້ນ.

ສ່ວນການຈັດງານແມ່ນ ມີຫຼາຍຢ່າງບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ ເນື່ອງຈາກວ່າຈໍານວນເພີ່ມຂຶ້ນຂອງປະຊາກອນ, ມີການຕັ້ງເຮືອນຊານຢັ້ງຢາຍໄປກວ້າງຂວາງ ເຮັດໃຫ້ຫຼາຍບ້ານມີພື້ນທີ່ຈໍາກັດ ໃນການຈັດງານບຸນ ເຊິ່ງມີຄວາມສ່ຽງທີ່ຈະເຮັດໃຫ້ບັ້ງໄຟຕົກໃສ່ເຮືອນ ແລະ ຖືກປະຊາຊົນ. ທັ້ງນີ້, ບາງບ້ານກໍບໍ່ມີສະຖານທີ່ຈູດບັ້ງໄຟ ແຕ່ກໍພາກັນຈັດງານບຸນຂຶ້ນ ໂດຍອາໄສຄວາມຄຸ້ນເຄີຍທີ່ປະຕິບັດກັນມາຫຼາຍປີ.

ນອກຈາກນັ້ນ, ບັນດາແມ່ຄ້າ ຍັງໄດ້ເອົາບັ້ງໄຟນ້ອຍເຂົ້າໄປຂາຍພາຍໃນງານ, ມີການແຕ່ງກາຍແອບແຝງໄປດ້ວຍຄວາມລາມົກ ເຊິ່ງບໍ່ມີຄວາມເໜາະສົມ, ມີບຸກຄົນເຮັດບັ້ງໄຟເອງໄປຈູດໃຜລາວ ໂດຍບໍ່ຈູດຢູ່ຮ່າງທີ່ ຄະນະກໍາມະການ ກໍານົດໄວ້, ມີການດື່ມເຫຼົ້າເມົາແລ້ວໄປຈູດບັ້ງໄຟ, ມີການຈູດບັ້ງໄຟຊະຊາຍ, ການກໍານົດກວດກາປະເພດຂອງບັ້ງໄຟ ຍັງເຮັດບໍ່ໄດ້ດີ, ເຮັດບັ້ງໄຟໃຫຍ່ເກີນຄວາມເປັນຈິງ ແລະ ມີລັກສະນະການພະນັນ ເຮັດໃຫ້ບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມປອດໄພຕໍ່ຊີວິດ ເຊິ່ງສະແດງອອກ ໃນໄລຍະເດືອນພຶດສະພາ ປີນີ້ ມີເຫດການບັ້ງໄຟຕໍາໃສ່ຄົນພາຍໃນງານບຸນ ຈົນເສຍຊີວິດມາແລ້ວ 2 ຄົນ ຢູ່ທີ່ ແຂວງວຽງຈັນ.

ຫຼ້າສຸດ, ໃນວັນທີ 18 ພຶດສະພາ 2019 ມີງານບຸນບັ້ງໄຟ ປະຈໍາປີ ຢູ່ບ້ານວັງຄີ ເມືອງຫີນເຫີບ ແຂວງວຽງຈັນ ປີນີ້ ແມ່ນຈັດງານຍິ່ງໃຫຍ່ກວ່າທຸກໆປີ ດ້ວຍການນຳບັ້ງໄຟມາຈູດຖວາຍຍາພໍ່ ຕາມຄວາມເຊື່ອຂອງບ້ານ ເຊິ່ງບັ້ງໄຟທີ່ ຄະນະກຳມະການ ໄດ້ກຳນົດຄື ບໍ່ໃຫ້ເກີນ 2 ກິໂລກຼາມ ລວມທັງໝົດ 20 ບັ້ງ ໂດຍປະຊາຊົນໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ, ແຕ່ລະບັ້ງໄດ້ຈູດຕາມລະບຽບທຸກຂັ້ນຕອນ ທຸກຄົນຕ່າງພາກັນດີໃຈ ແລະ ມ່ວນຊື່ນ. ແຕ່ກໍມີເຫດການທີ່ບໍ່ຄາດຄິດເກີດຂຶ້ນ ຄືມີຄົນຈໍານວນໜຶ່ງ ເຮັດບັ້ງໄຟນ້ອຍທີ່ຜະລິດເອງ ແລ້ວມາລັກຈູດຢູ່ໃນງານ ແລະ ໃນລະຫວ່າງນັ້ນ ບັ້ງໄຟໄດ້ຊູເຂົ້າມາໃສ່ຄົນ ກາຍໄປຕຳໃສ່ໜ້າຜາກຂອງເດັກນ້ອຍຍິງຄົນໜຶ່ງ ອາຍຸ 6 ປີ ຢູ່ບ້ານວັງຄີ ເມືອງຫີນເຫີບ ຈົນເສຍຊີວິດ.

ເດັກນ້ອຍຍິງຄົນໜຶ່ງ ອາຍຸ 6 ປີ ຢູ່ບ້ານວັງຄີ ເມືອງຫີນເຫີບ ເສຍຊີວິດເພາະຖືກບັ້ງໄຟຕຳໜ້າຜາກ ຢູ່ພາຍໃນງານບຸນບັ້ງໄຟ
ເດັກນ້ອຍຍິງຄົນໜຶ່ງ ອາຍຸ 6 ປີ ຢູ່ບ້ານວັງຄີ ເມືອງຫີນເຫີບ ເສຍຊີວິດເພາະຖືກບັ້ງໄຟຕຳໜ້າຜາກ ຢູ່ພາຍໃນງານບຸນບັ້ງໄຟ

ເຫດການທີ 2 ເກີດກ່ອນໜ້ານີ້ ໃນວັນທີ 4 ພຶດສະພາ 2019, ມີບັ້ງໄຟຕໍາຫົວເດັກຊາຍ ອາຍຸ 8 ປີ ຢູ່ບ້ານໂພນຊອງ ເມືອງໂພນໂຮງ ແຂວງວຽງຈັນ ຈົນເສຍຊີວິດຄາທີ່ ໃນຄະນະທີ່ໄປຫຼິ້ນບຸນບັ້ງໄຟບ້ານໂພນໄຊ ເມືອງໂພນໂຮງ ແຂວງວຽງຈັນ. ບັ້ງໄຟທີ່ຕໍາເດັກນັ້ນ ເປັນບັ້ງໄຟທີ່ແມ່ຄ້າເອົາມານັ່ງຂາຍໃນງານບຸນດັ່ງກ່າວ ໂດຍມີໄວລຸ້ນໄປຊື້ເອົາ ແລ້ວຈູດອວດແຂ່ງກັນກັບໝູ່ ບວກກັບການດື່ມມຶນເມົາທ່າມກາງຜູ້ຄົນຈຳນວນຫຼາຍ ແລະ ໃນລະຫວ່າງນັ້ນ ບັ້ງໄຟບໍ່ຂຶ້ນຟ້າ ແຕ່ກັບລອຍຜ່ານຜູ້ຄົນໄປຕໍາໃສ່ຫົວເດັກຊາຍ ຈົນເສຍຊີວິດ.

ຕໍ່ກັບງານບຸນດັ່ງກ່າວ, ຄະນະກໍາມະການແຕ່ລະຂັ້ນ ຄວນເອົາໃຈໃສ່ຄວບຄຸມໃຫ້ເຂັ້ມງວດ ຕ້ອງແຕ່ງຕັ້ງ ຄະນະກໍາມະການຮັບຜິດຊອບ ຄັກແນ່ ກ່ອນຈະອະນຸມັດໃຫ້ຈັດງານພາຍໃນບ້ານນັ້ນ, ຄວນມີການກໍານົດຈຸດໝາຍປາຍທາງຂອງບັ້ງໄຟທີ່ຈະຕົກ, ຖ້າຫາກບ້ານເຮືອນປະຊາຊົນຕັ້ງຖີ່ກັນຫຼາຍ ກໍບໍ່ຄວນຈັດງານ, ສ່ວນຜູ້ທີ່ມີຈຸດປະສົງໄປທ່ຽວງານ ກໍຕ້ອງມີສະຕິລະວັງຕົວຫຼາຍກວ່າເກົ່າ, ຜູ້ທີ່ມີລູກຫຼານໄປນໍາ ບໍ່ຄວນເຂົ້າໃກ້ຮ້ານຈູດບັ້ງໄຟ ແລະ ບໍ່ຄວນເຮັດບັ້ງໄຟໄປຈູດຕາມລໍາພັງໃຈ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງທຸກຄົນ.