ພະແນກພາຍໃນນະຄອນຫຼວງວຽງຈັນ ( ນວ ) ໄດ້ຈັດການສອບເສັງເຂົ້າເປັນລັດຖະກອນໃໝ່ຂອງນະຄອນ ຫຼວງວຽງຈັນ ປະຈຳປີ 2019 ວັນທີ 18 ພຶດສະ ພາ 2019 ເປັນປະທານໂດຍທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນ ນວ; ເຊິ່ງໃນປີນີ້, ທາງຄະນະຮັບຜິດຊອບສອບເສັງໄດ້ມີຄວາມເຂັ້ມງວດປະຕິບັດ ຕາມກົດລະບຽບສອບເສັງ ໂດຍເນັ້ນຄວາມໂປ່ງໃສ-ຍຸຕິທຳ ເພື່ອເລືອກໃຫ້ໄດ້ຄົນເກັ່ງຖືກຕາມຕຳແໜ່ງງານໃນຈຳນວນ 6 ຕໍາແໜ່ງງານທີ່ຕ້ອງການ, ໂດຍມີບັນດານັກສຶກສາທີ່ຮຽນຈົບວິຊາສະເພາະສະໝັກເຂົ້າສອບເສັງ 52 ຄົນ ຍິງ 24 ຄົນ.

ທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນ ນວ ໃຫ້ຮູ້ວ່າ: ການສອບເສັງເຂົ້າເປັນລັດຖະກອນໃໝ່ຂອງນະຄອນຫຼວງວຽງຈັນ ປະຈຳປີ 2019 ແມ່ນອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 05/ນຍ, ວັນທີ 21 ມັງກອນ 2019 ວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ໃຫ້ບັນດາກະຊວງ, ອົງການ ຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນປີ 2019 ຈຳນວນ 1.500 ຄົນ ໃນນີ້ສະເພາະ ນວ ມີ 6 ຄົນ.

ສຳລັບການສອບເສັງແມ່ນເນັ້ນຄວາມໂປ່ງໃສ-ຍຸຕິທຳ ໂດຍທາງຄະນະຮັບຜິດຊອບການສອບເສັງໄດ້ປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ ເປັນຕົ້ນແມ່ນບັນດາຂໍ້ຫ້າມ ຄື: ຫ້າມຮັບເອົາຜູ້ທີ່ບໍ່ມີເງື່ອນໄຂເຂົ້າສອບເສັງ ແລະ ວິຊາສະເພາະທີ່ບໍ່ຖືກກັບຕຳແໜ່ງງານທີ່ຕ້ອງການ; ຫ້າມເປີດເຜີຍຂໍ້ສອບເສັງ, ໃຫ້ຄະແນນແບບບໍ່ຍຸຕິທຳ, ລາຍງານຜົນການສອບເສັງທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ; ຫ້າມສວຍໂອກາດຮັບເອົາລູກ, ຫຼານ, ຍາດພີ່ນ້ອງ ແລະ ຈຸ້ມເຈື້ອເຊື້ອສາຍທີ່ສອບເສັງບໍ່ໄດ້ ເຂົ້າເປັນລັດຖະກອນ; ຫ້າມກັກ ຫຼື ຖ່ວງດຶງເອກະສານຂອງນັກສອບ ເສັງ, ການກະທຳທີ່ບໍ່ເໝາະສົມ ເຊິ່ງເປັນການກີດຂວາງຕໍ່ການສອບເສັງ; ຫ້າມອະນຸຍາດໃຫ້ຜູ້ສະໝັກເຂົ້າສອບ ເສັງໂດຍບໍ່ມີບັດເຂົ້າຫ້ອງສອບ.

ນອກນັ້ນ, ຍັງມີການແນະນຳໃຫ້ນັກສອບເສັງປະຕິບັດຕາມຂໍ້ຫ້າມຢ່າງເຂັ້ມງວດ ຄື: ຫ້າມສົ່ງສຽງດັງໃນເວລາສອບເສັງ, ບໍ່ອະນຸຍາດໃຫ້ນັກສອບເສັງນຳໃຊ້ເຄື່ອງເອເລັກໂຕຼນິກທຸກປະເພດເຂົ້າໃນການສອບເສັງ, ຫ້າມນັກສອບເສັງໃຫ້ຄົນອື່ນອ່ານ ຫຼື ກ່າຍຄົນອື່ນໃນເວລາສອບເສັງ, ຫ້າມນຳເອົາເອກະສານທຸກປະເພດທີ່ກ່ຽວຂ້ອງກັບ ການສອບເສັງເຂົ້າຫ້ອງສອບເສັງ, ຫ້າມນັກສອບເສັງອອກຈາກຫ້ອງສອບ ໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການຄວບຄຸມການສອບເສັງ.

ການສອບເສັງປີນີ້, ມີບັນດານັກສຶກສາທີ່ຮຽນຈົບວິຊາສະເພາະສະໝັກເຂົ້າສອບເສັງ 52 ຄົນ ຍິງ 24 ຄົນ, ເຊິ່ງການເສັງໃນຮອບທີໜຶ່ງ ແມ່ນພາກຄວາມຮູ້ທົ່ວໄປໃຊ້ເວລາ 120 ນາທີ; ໃນນີ້, ແມ່ນຈະຄັດເອົາຜູ້ທີ່ໄດ້ 70 ຄະ ແນນຂຶ້ນໄປ ເພື່ອເຂົ້າມາຮອບສອງ (ຮອບສຳພາດ ) ໂດຍຈະປະກາດລາຍຊື່ຜູ້ຜ່ານເຂົ້າຮອບສຳພາດໃນວັນທີ 23 ພຶດສະພານີ້ ທີ່ຫ້ອງວ່າການນວ.

ໃນຈຳນວນ 6 ຕໍາແໜ່ງງານ ທີ່ຈະບັນຈຸມີ ຄື: ຫ້ອງວ່າການນະຄອນຫຼວງວຽງຈັນ, ຄະນະຈັດຕັ້ງ, ຄະນະໂຄສະ ນາ ນວ, ຫ້ອງການສະຫະພັນນັກຮົບເກົ່າເມືອງປາກງື່ມ, ຫ້ອງການຄະນະໂຄສະນາເມືອງໄຊທານີ, ຫ້ອງການຄະນະກວດກາພັກ-ລັດ ເມືອງນາຊາຍທອງ ຈຳນວນລະ 1 ຕຳແໜ່ງ.