ກຸ່ມເຄື່ອນໄຫວຄ້າຢາເສບຕິດ ແກ້ແຄ້ນ ສຳນັກງານໜັງສືພິມ ແລະ ນັກຂ່າວ

0
1427

ຕາມການຈັດຕັ້ງມອບໝາຍວຽກງານຂອງນັກຂ່າວທີ່ບໍ່ມີຂອບເຂດ ສາມາດຮູ້ໄດ້ວ່າ ປະເທດແມັກຊິກ ແມ່ນປະເທດທີ່ມີຄວາມອັນຕະລາຍ ອັນດັບທີ 2 ຂອງໂລກ ຕໍ່ກັບ ຂະແໜງການສື່ຂ່າວ ໂດຍສະເພາະ ແມ່ນພາກສ່ວນໜັງສືພິມ, ຕາມຕົວເລກສະຖິຕິຂອງເຈົ້າໜ້າທີ່ເປີດເຜີຍວ່າ:

ນັບແຕ່ປີ 2000 ເປັນຕົ້ນມາ, ໄດ້ເກີດເຫດຮ້າຍກັບສຳນັກຂ່າວ ຈຳນວນ 133 ສຳນັກ ຖືກທຳຮ້າຍ ແລະ ນັບແຕ່ປີ 2006 ເຖິງປັດຈຸບັນ, ມີນັກຂ່າວ 76 ຄົນເສຍຊີວິດ ໂດຍຂໍ້ມູນດັ່ງກ່າວນີ້ ແມ່ນທ່ານອະດີດປະທານາທິບໍດີ Felipe Calderón ຖະແຫຼງການໃນບັ້ນການປາບປາມການເຄື່ອນໄຫວຄ້າຢາເສບຕິດ Emblem Campaign ໃນຫວ່າງບໍ່ດົນຜ່ານມາ.

ຫຼ້າສຸດ, ສື່ຂ່າວ ElManana ແລະ Nuevo Laredo’s Daily ໄດ້ອອກແຈ້ງການວ່າ:

ພວກເຂົາໄດ້ຢຸດຕິການລົງຂ່າວ ຫຼື ວິດີໂອ ກ່ຽວກັບ ການໃຊ້ຄວາມຮຸນແຮງທີ່ພວກກຸ່ມເຄື່ອນໄຫວກໍ່ອາຊະຍາກຳກໍ່ຂຶ້ນ ຫຼັງຈາກທີ່ເກີດເຫດກຸ່ມເຄື່ອນໄຫວດັ່ງກ່າວບຸກໂຈມຕີຫ້ອງການຂອງພວກຕົນ ດ້ວຍການໃຊ້ປືນຍິງຖະຫຼົ່ມເປັນຄັ້ງທີສອງ ໃນປີນີ້.

ເປົ້າໝາຍທີ່ພວກເຂົາແນໃສ່ເພື່ອທຳລາຍແມ່ນ ນັກຂ່າວ, ນັບມື້ນັບເພີ່ມທະວີຂຶ້ນ ແລະ ເກີດຂຶ້ນຫຼາຍທີ່ສຸດທີ່ນະຄອນ Reynosa ແລະ ບັນດາຕົວເມືອງໃຫຍ່ອື່ນໆທີ່ຕິດກັບເຂດຊາຍແດນ ນັບແຕ່ Nuevo Laredo ເຖິງ Matamoros.

ກຸ່ມກໍ່ເຫດ ແມ່ນລ້ວນແນໃສ່ການກໍ່ເຫດ ເພື່ອແກ້ແຄ້ນບັນດາສຳນັກຂ່າວທີ່ມີທີ່ຕັ້ງສຳນັກງານຕາມຊາຍແດນ, ຕາມສະຖານທີ່ທີ່ມີກຸ່ມເຄື່ອນໄຫວການຄ້າຢາເສບຕິດ ແລະ ຕາມລຳແມ່ນໍ້າທີ່ໄຫຼອອກສູ່ ປະເທດອາເມລິກາ. ພວກເຂົາໄດ້ໃຊ້ອາວຸດປືນ ຍິງຖະຫຼົ່ມໃສ່ສຳນັກງານຂ່າວ, ຫ້ອງບັນນາທິການຂ່າວສານ, ເຮັດການຈັບຕົວຮຽກຄ່າໄຖ່ ແລະ ຂ້ານັກຂ່າວ ເຊິ່ງຜ່ານມາມີນັກຂ່າວເສຍຊີວິດຈຳນວນຫຼາຍ; ຊ້ຳບໍ່ໜຳ ພວກເຂົາຍັງເປີດເຜີຍລົງຂ່າວ ໃນການຂົ່ມຂູ່ບັນດາສຳນັກສື່ຂ່າວ ໃນຂົງເຂດຊາຍແດນ ແມັກຊິກ ເປັນປະຈຳ.

ກຸ່ມ Zetas ແມ່ນໄດ້ຮັບການສ້າງຂຶ້ນ ໂດຍອະດີດສະມາຊິກຂອງບັນດາກຳລັງພິເສດຂອງປະເທດແມັກຊິກ
ກຸ່ມ Zetas ແມ່ນໄດ້ຮັບການສ້າງຂຶ້ນ ໂດຍອະດີດສະມາຊິກຂອງບັນດາກຳລັງພິເສດຂອງປະເທດແມັກຊິກ

ບັນດາສຳນັກສື່ຂ່າວໃນຂົງເຂດຊາຍແດນ ແມັກຊິກ ຍັງໃຫ້ຮູ້ຕື່ມວ່າ:

ຖ້າພວກເຂົາບໍ່ອອກຂ່າວຂົ່ມຂູ່ໄດ້ຢ່າງເປີດເຜີຍ ພວກເຂົາແມ່ນຈະໃຊ້ເງິນ-ຄຳ, ວັດຖຸມີຄ່າ ຫຼື ລວມເຖິງຍິງສາວ ມາຊື້ຈ້າງນັກຂ່າວ ເພື່ອໃຫ້ເຮັດຕາມພວກເຂົາ.

ສື່ຂ່າວໜັງສືພິມ Texas ຂອງປະເທດອາເມລິກາ ໄດ້ລົງຂ່າວວ່າ:

ອົງການປາບປາມຢາເສບຕິດຂອງອາເມລິກາ (DEA) ສືບຮູ້ໄດ້ຢ່າງລະອຽດກ່ຽວກັບ ກໍລະນີທີ່ໃຊ້ກຳລັງແບບບັງເອີນ ທີ່ນະຄອນ Reynosa ໃນໄລຍະບໍ່ດົນຜ່ານມາ ແມ່ນເກີດຈາກບຸກຄົນໜຶ່ງໃນກຸ່ມແກ້ງຄ້າຢາເສບຕິດໃນເຂດທະເລສາບ ໄດ້ຂ້າບຸກຄົນສຳຄັນຂອງກຸ່ມ Zetas ທີ່ຊື່ Victor Mendoza.

ກຸ່ມ Zetas ແມ່ນໄດ້ຮັບການສ້າງຂຶ້ນ ໂດຍອະດີດສະມາຊິກຂອງບັນດາກຳລັງພິເສດຂອງປະເທດແມັກຊິກ ແລະ ພວກເຂົາໄດ້ມີຊື່ສຽງໂດ່ງດັງກ່ຽວກັບ ການຈັດຕັ້ງການກໍ່ການຮ້າຍແບບບໍ່ມີໃຜປາບປາມໄດ້, ພວກເຂົາໄດ້ຮຽກຮ້ອງໃຫ້ບຸກຄົນທີ່ຄາດຕະກຳບຸກຄົນທີ່ສຳຄັນຂອງພວກເຂົາ ຕ້ອງອອກມາມອບຕົວ, ຜ່ານມາ ກຸ່ມທີ່ເຄື່ອນໄຫວອື່ນ ກໍເຄີຍສະເໜີໃຫ້ກຸ່ມ Zetas ເຂົ້າຮ່ວມສະມາຄົມຂ້າຄົນ ແຕ່ຖືກພວກກ່ຽວປະຕິເສດ.

ຜົນທີ່ຕາມມາ ແມ່ນໄດ້ເກີດມີສຽງປືນດັງຂຶ້ນຢູ່ເຂດຊາຍແດນຂອງປະເທດ. ໃນຂະນະນັ້ນ, ນັກຂ່າວໜັງສືພິມຂອງທ້ອງຖິ່ນ ກໍບໍ່ໄດ້ເຄື່ອນໄຫວ.

ຄວາມກັງວົນ ແມ່ນໄດ້ແພ່ລາມໄປເຖິງສື່ຂ່າວ Texas ທີ່ປະເທດອາເມລິກາ, ບ່ອນທີ່ສຳນັກງານສ່ວນໃຫຍ່ຂອງສື່ຂ່າວ ຫ້າມບໍ່ໃຫ້ນັກຂ່າວຂອງເຂົາຂ້າມຊາຍແດນ Reynosa ແລະ ຍັງໄດ້ເນັ້ນວ່າ ຖ້າຫາກຍັງມີສື່ຂ່າວໃດ ຍັງສືບຕໍ່ຕິດຕາມສະພາບການທີ່ນະຄອນ Reynosa ແມ່ນຈະພົບກັບຄວາມຫາຍານະ.