ໂຄງການຣີສອດງົວພັນນົມອໍແກນິກ (ປອດສານພິດ) ຢູ່ຟາມງົວ ທີ່ບ້ານຄັງສີ ເມືອງແປກ ແຂວງຊຽງຂວາງ

ພິທີເປີດໂຄງການຮ່ວມທຸລະກິດ ລາວ-ຫວຽດນາມ-ຍີ່ປຸ່ນ ທີ່ຈະເລີ່ມລົງມືໄລຍະທີ 1 ຂອງໂຄງການງົວນົມອໍແກນິກ (ປອດສານພິດ) ທີ່ແຂວງຊຽງຂວາງ ໃນວັນທີ 24 ພຶດສະພາ 2019, ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມ ນຳໂດຍ ທ່ານ ນາງ ເຈືອງຖິມາຍ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ອີໂມຣິ ດາຍອິຈິ ປະທານບໍລິສັດ ພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ ພ້ອມດ້ວຍຄະນະ.

ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍຄະນະ
ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍຄະນະ

ໂຄງການຮ່ວມທຸລະກິດ ລາວ-ຫວຽດນາມ-ຍີ່ປຸ່ນ ຄັ້ງນີ້ ຈະເລີ່ມລົງມືໄລຍະທີ 1 ຂອງໂຄງການຣີສອດງົວພັນນົມອໍແກນິກ (ປອດສານພິດ) ຢູ່ຟາມງົວ ທີ່ບ້ານຄັງສີ ເມືອງແປກ ແຂວງຊຽງຂວາງ ເຊິ່ງຈະເປັນການສ້າງຂີດໝາຍໃຫ້ແກ່ການພັດທະນາຂອງບໍລິສັດ ພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ; ໂດຍໃນໄລຍະໃໝ່ ໄລຍະທີ 1 ມີເນື້ອທີ່ປູກຫຍ້າ 5.000 ເຮັກຕາ ມີງົວ 24.000 ໂຕ, ໄລຍະທີ 2 ຄາດຄະເນເນື້ອທີ່ປູກຫຍ້າ 15.000-20.000 ເຮັກຕາ ມີງົວ 100.000 ໂຕ ລວມມູນຄ່າຂອງການລົງທຶນ 2 ໄລຍະ ຈຳນວນ 500 ລ້ານໂດລາສະຫະລັດ ແລະ ຄາດວ່າ ຈະເປັນຣີສອດງົວພັນນົມອໍແກນິກ ທີ່ໃຫຍ່ທີ່ສຸດໃນອາຊີ ແລະ ຄາດວ່າ ທ້າຍປີ 2020 ຈະໄດ້ຮັບການຢັ້ງຢືນເປັນຟາມສົມບູນ ຕາມມາດຕະຖານອິນຊີທີ່ເຂັ້ມງວດທີ່ສຸດຂອງຍີ່ປຸ່ນ, ເອີຣົບ ແລະ ອາເມລິກາ.

ພິທີເປີດໂຄງການຮ່ວມທຸລະກິດ ລາວ-ຫວຽດນາມ-ຍີ່ປຸ່ນ
ພິທີເປີດໂຄງການຮ່ວມທຸລະກິດ ລາວ-ຫວຽດນາມ-ຍີ່ປຸ່ນ

ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ມອບໃບອະນຸຍາດການລົງທຶນໃຫ້ກັບ ທ່ານ ນາງ ມາຍກ່ຽວລຽນ ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນນົມ ຫວຽດນາມ-ວິນາມີວ ເນື່ອງຈາກບໍລິສັດດັ່ງກ່າວ ໄດ້ຮ່ວມລົງທຶນກັບ ບໍລິສັດ ພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ ໂດຍຖືຫຸ້ນ 51%, ວິນາມີວ ແມ່ນ ບໍລິສັດ ນົມໃຫຍ່ອັນດັບ 1 ຂອງຫວຽດນາມ ແລະ ຈັດຢູ່ໃນ 50 ອັນດັບ ບໍລິສັດນົມທີ່ໃຫຍ່ທີ່ສຸດໃນໂລກ.

ມອບໃບອະນຸຍາດການລົງທຶນໃຫ້ກັບ ທ່ານ ນາງ ມາຍກ່ຽວລຽນ ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນນົມ ຫວຽດນາມ-ວິນາມີວ
ມອບໃບອະນຸຍາດການລົງທຶນໃຫ້ກັບ ທ່ານ ນາງ ມາຍກ່ຽວລຽນ ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນນົມ ຫວຽດນາມ-ວິນາມີວ