ອົງການກວດສອບແຫ່ງລັດຝຶກອົບຮົມວຽກງານຕິດຕາມ-ກວດກາພັກ

0
1628

ອົງການກວດສອບແຫ່ງລັດ ໄດ້ຈັດພິທີຝຶກອົບຮົມວຽກງານຕິດຕາມ, ກວດກາພັກໃຫ້ປະ ທານ, ຮອງປະທານຄະນະກວດກາບັນດາໜ່ວຍພັກ, ຜູ້ທີ່ຮັບຜິດຊອບວຽກງານກວດກາລັດຢູ່ບັນດາກົມກອງ, ຫ້ອງການສະຖາບັນຝຶກອົບຮົມ ແລະ ອົງການກວດສອບ ປະຈໍາ 3 ພາກ ໃນວັນທີ 27 ພຶດສະພາ 2019 ເປັນປະທານກ່າວເປີດໂດຍທ່ານ ບຸນເລີດ ເທບວົງສາ ຄະນະປະຈໍາພັກ, ປະທານກວດກາພັກ-ລັດ ຮອງປະທານອົງການກວດສອບແຫ່ງລັດ ແລະ ນັກສໍາມະນາກອນເຂົ້າຮ່ວມ ຈໍານວນ 50 ສະຫາຍ.

ການຝຶກອົບຮົມຈະດຳເນີນໄປເຖິງວັນທີ 7 ມິຖຸນາ 2019, ບັນດານັກສໍາມະນາກອນຈະຮັບ ຟັງການເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 22/ຄບສພ, ລົງວັນທີ 13 ມັງ ກອນ 2017 ວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ເອກະສານຝຶກອົບຮົມກ່ຽວກັບວຽກງານກວດກາ ຈໍານວນ 15 ບົດ, ເພື່ອເຮັດໃຫ້ນັກສໍາມະນາກອນກໍາແໜ້ນທິດສະດີພື້ນຖານຂັ້ນຕອນ, ວິທີດໍາເນີນການກວດກາ, ການ ສ້າງບົດສະຫຼຸບ ແລະ ບົດລາຍງານຜົນຂອງການກວດກາໃຫ້ມີຄວາມຖືກຕ້ອງ, ພາວະວິໃສ, ຊັດເຈນ, ມີຄວາມປອດໄສຍຸຕິທໍາ ແລະ ທັນກັບສະພາບການ, ໂດຍສະເພາະແມ່ນບັນຫາຟື້ນຖານແກ້ໄຂພະຍາດອາດຍາສິດ, ວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ, ຄໍາສະເໜີ, ການຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ການສືບສວນ-ສອບສວນການແກ້ໄຂຜົນຂອງການກວດກາ, ການຕິດຕາມກວດກາການຈັດຕັ້ງປະຕິບັດຜົນຂອງການກວດກາ ແລະ ການບໍາລຸງສ້າງພະນັກງານກວດກາ ເພື່ອເຮັດໃຫ້ຜູ້ເຮັດວຽກງານຕິດ ຕາມ, ກວດກາພັກ-ກວດກາລັດມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ຟັງການເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການແກ້ໄຂພະຍາດອາດຍາສິດ

ທ່ານ ບຸນເລີດ ເທບວົງສາ ກ່າວວ່າ: ເພື່ອປະຕິບັດແຜນຝຶກອົບຮົມໃຫ້ສໍາເລັດຕາມແຜນການທີ່ວາງໄວ້ນັ້ນ ຮຽກຮ້ອງໃຫ້ທຸກທ່ານ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ສະເພາະຄະນະຮັບຜິດຊອບຊຸດຝຶກອົບຮົມ ຈົ່ງພ້ອມກັນເອົາໃຈໃສ່ດໍາເນີນຕາມແຜນການທີ່ກໍານົດໄວ້ ນັກສໍາມະນາກອນຕ້ອງສືບຕໍ່ຄົ້ນຄ້ວາຮໍ່າຮຽນ, ແລກປ່ຽນຄໍາຄິດ, ຄໍາເຫັນນໍາກັນ, ບັນຫາໃດທີ່ຍັງບໍ່ທັນເຂົ້າໃຈ, ບໍ່ທັນຈະແຈ້ງ ໃຫ້ຊັກຖານນໍານັກວິທະຍາກອນ ເພື່ອໃຫ້ມີຄວາມກະຈ່າງແຈ້ງຄືນໃໝ່ ພ້ອມກັນນັ້ນ ກໍໃຫ້ເປັນເຈົ້າການໃນການປະຕິບັດໂມງເວລາໃຫ້ເຂັ້ມງວດ.