ພະແນກການຜະລິດ-ທຸລະກິດ ປກສ ແຂວງຫຼວງນໍ້າທາ ໄດ້ປ່ອຍປານິນ ຈຳນວນ 27.448 ໂຕ ໃສ່ໜອງຢູ່ສູນການຜະລິດຂອງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ

ພະແນກການຜະລິດ-ທຸລະກິດ ປກສ ແຂວງຫຼວງນໍ້າທາ ໄດ້ປ່ອຍປານິນ ຈຳນວນ 27.448 ໂຕ ໃສ່ໜອງຢູ່ສູນການຜະລິດຂອງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໃນວັນທີ 24 ພຶດສະພາ 2019, ນຳພາໂດຍ ພັຕ ນາງ ວຽງສີ ວິແຄລູ ຫົວໜ້າພະແນກການຜະລິດ-ທຸລະກິດ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັຕ ນາງ ວຽງສີ ວິແຄລູ ໃຫ້ຮູ້ວ່າ:

ຈຸດປະສົງໃນການປ່ອຍປາໃນຄັ້ງນີ້ ຖືເປັນອີກໜຶ່ງຄວາມພະຍາຍາມໃນການຄຸ້ມຄອງການຜະລິດ-ທຸລະກິດ ໃຫ້ມີຄວາມດຸ່ນດ່ຽງໃນຄວາມຕ້ອງການ ແລະ ເປັນໄປຕາມແຜນຂອງ ກອງບັນຊາການ ປກສ ແຂວງ ວາງໄວ້ ກໍຄື ພະແນກຄຸ້ມຄອງການຜະລິດ-ທຸລະກິດ ເຊິ່ງສາມາດຊ່ວຍສ້າງລາຍໄດ້ໃຫ້ແກ່ ກອງບັນຊາການ ແລະ ຍັງສາມາດເກັບພັນທະເຂົ້າກົມກອງ ໃນເວລາຈັດງານຕ່າງໆ ໃຫ້ມີຄວາມພຽງພໍກັບຄວາມຕ້ອງການ.

ສະນັ້ນ, ປີ 2019 ຈຶ່ງໄດ້ຊື້ແນວພັນປານິນ 27.448 ໂຕ ມູນຄ່າຕົ້ນທຶນທັງໝົດ 8.234.400 ກີບ ເພື່ອເຮັດໃຫ້ການຜະລິດເປັນສິນຄ້າຂອງ ກອງບັນຊາການ ປກສ ແຂວງ ມີທ່າຂະຫຍາຍຕົວດີຂຶ້ນເລື້ອຍໆ.

ໃນປີຜ່ານມາ, ພະແນກຄຸ້ມຄອງການຜະລິດ-ທຸລະກິດ ໄດ້ຊື້ແນວພັນປານິນ ມາປ່ອຍລ້ຽງ 11 ໜອງ, ມີເນື້ອທີ່ 15.657 ຕາແມັດ, ສາມາດລ້ຽງປານິນໄດ້ 69.000 ໂຕ ແລະ ເຖິງເວລາຈຳໜ່າຍ ຈຶ່ງໄດ້ນຳເອົາໄປຂາຍໄດ້ທັງໝົດ 10.212,5 ກິໂລກຼາມ, ເຊິ່ງສ້າງລາຍຮັບເຂົ້າກົມກອງເປັນເງິນ 173.957.100 ກີບ ແລະ ຍັງຈະປ່ອຍເພີ່ມອີກ ເພື່ອສ້າງງົບປະມານເຂົ້າກົມກອງ ໃຫ້ໄດ້ຮັບໝາກຜົນ.