ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2019, ແຂວງຜົ້ງສາລີ ຈະປູກຕົ້ນໄມ້ໃນເນື້ອທີ່ 29,74 ເຮັກຕາ ໂດຍ ພະແນກກະສິກຳ-ປ່າໄມ້ແຂວງ ຈະໄດ້ປຸກລະດົມໃຫ້ບັນດາອົງການ, ກອງບັນຊາການ ປກຊ-ປກສ, ບັນດາເມືອງ, ໂຮງຮຽນ, ໂຮງໝໍ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າ ອອກແຈ້ງການ ແລະ ປຸກລະດົມໃຫ້ທົ່ວປວງຊົນໃຫ້ຮູ້ໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ສະໜອງຄວາມຕ້ອງການເບ້ຍໄມ້, ແບ່ງຂອບເຂດການປູກໃຫ້ແຕ່ລະພາກສ່ວນຢ່າງຈະແຈ້ງ ແລະ ຂາດຕົວ.

ທ່ານ ໄນເພັດ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງຜົ້ງສາລີ ໃຫ້ສໍາ ພາດວ່າ:

ເພື່ອເຮັດໃຫ້ເນື້ອທີ່ປ່າຢູ່ແຂວງຜົ້ງສາລີເພີ່ມຂຶ້ນ, ປີນີ້ ພະແນກກະສິກຳ-ປ່າໄມ້ແຂວງ ໄດ້ຈັດພື້ນທີ່ປູກ 26 ຈຸດ, ໃນເນື້້ອທີ່ທັງໝົດ 29,27 ເຮັກຕາ, ມີເບ້ຍໄມ້ທັງໝົດ 21.688 ເບ້ຍ; ໃນນີ້, ຈະປູກໄມ້ປະດັບ 6.121 ເບ້ຍ, ໄມ້ອຸດສາຫະກຳ 10.499 ເບ້ຍ, ໄມ້ກິນໝາກ 5.068 ເບ້ຍ ແລະ ໃນເມື່ອມີການປູກ ແລ້ວກໍໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນມີການບົວລະບັດ-ປົກປັກຮັກສາ ໃຫ້ມີການຕັດຫຍ້າ, ໃສ່ຝຸ່ນ ແລະ ຫົດນ້ຳຈົນກວ່າເບ້ຍໄມ້ນັ້ນຈະເຕີບໃຫຍ່.

ນອກຈາກນີ້, ຖ້າຫາກເບ້ຍໄມ້ທີ່ພາກສ່ວນໃດປູກໄປແລ້ວຫາກຕາຍ ທາງພະແນກຈະໃຫ້ພາກສ່ວນຮັບຜິດຊອບນຳເບ້ຍໃໝ່ມາປູກທົດແທນຄືນ ແລະ ມີການກວດກາຄືນທຸກໆປີ ວ່າ ພາກສ່ວນໃດປົກປັກຮັກສາໄດ້ດີ ແລະ ຂາດຕົກບົກຜ່ອງ.

ພ້ອມນີ້, ທ່ານຮອງຫົວໜ້າພະແນກກະສິກຳ ແຂວງຜົ້ງສາລີ ຍັງຮຽກຮ້ອງມາຍັງທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການປູກໄມ້ຫຼາຍຂຶ້ນ, ເຮັດໃຫ້ຂະບວນການປູກຕົ້ນໄມ້ປີນີ້ ມີບັນຍາກາດຟົດຟື້ນ ແລະ ປົກປັກຮັກສາປ່າໄມ້ໃຫ້ຈະເລີນເຕີບໂຕຕໍ່ໄປ.