ໃນວັນທີ 28 ພຶດສະພາ 2019, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງເຊກອງ ຮ່ວມກັບ ປກສ ແຂວງເຊກອງ ໄດ້ຈັດກອງປະຊຸມເຜີຍແຜ່ການແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມລະບຽບກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງໆເຊກອງ, ມີ ບັນດາຫົວໜ່ວຍທຸລະກິດ, ບັນດາໂຄງການ, ບຸກຄົນ, ນິຕິບຸກຄົນ, ທີ່ເຄື່ອນໄຫວທຸລະກິດ ຢູ່ເມືອງລະມາມ ແຂວງເຊກອງ ເຂົ້າຮ່ວມ.

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງໆເຊກອງ
ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງໆເຊກອງ

ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ກ່າວວ່າ:

ກອງປະຊຸມຄັ້ງນີ້ ແມ່ນປະຕິບັດຕາມຄຳສັ່ງຂອງ ນາຍົກລັດຖະມົນຕິ ສະບັບເລກທີ 62/ນຍ ວ່າດ້ວຍ ການອຳນວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມລະບຽບກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງໄດ້ຈັດຕັ້ງປະຕິບັດເປັນສອງໄລຍະ ຄື: ໄລຍະຕົ້ນປີ 2016 ແລະ ທ້າຍປີ 2017.

ຜ່ານການຈັດຕັ້ງປະຕິບັດ ສາມາດແຍກຂໍ້ມູມເພື່ອມອບໃຫ້ບັນດາຂະແໜງການກ່ຽວຂ້ອງຄຸ້ມຄອງ ແລະ ປະຕິບັດຕາມລະບຽບການຂອງຂະແໜງການ, ມາຮອດປັດຈຸບັນ ແຕ່ລະຂະແໜງການ ສາມາດແກ້ໄຂຕິດຕາມຄຸ້ມຄອງຕາມລະບຽບການກົດໝາຍໄດ້ໃນລະດັບໜຶ່ງ ແລະ ບໍ່ທັນໄດ້ດີເທົ່າທີ່ຄວນ; ບັນຫາດັ່ງກ່າວນີ້ ຈຶ່ງໄດ້ມີແຜນສືບຕໍ່ແກ້ໄຂຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ມີ ບັນດາຫົວໜ່ວຍທຸລະກິດ, ບັນດາໂຄງການ, ບຸກຄົນ, ນິຕິບຸກຄົນ, ທີ່ເຄື່ອນໄຫວທຸລະກິດ ຢູ່ເມືອງລະມາມ ແຂວງເຊກອງ ເຂົ້າຮ່ວມ
ມີ ບັນດາຫົວໜ່ວຍທຸລະກິດ, ບັນດາໂຄງການ, ບຸກຄົນ, ນິຕິບຸກຄົນ, ທີ່ເຄື່ອນໄຫວທຸລະກິດ ຢູ່ເມືອງລະມາມ ແຂວງເຊກອງ ເຂົ້າຮ່ວມ

ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມ ເພື່ອປຶກສາຫາລືແຜນສືບຕໍ່ແກ້ໄຂຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກ ຕາມລະບຽບກົດໝາຍແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຮັບຟັງການນຳສະເໝີຂັ້ນຕອນການປະກອບເອກະສານ ເພື່ອຂໍໂກຕານຳໃຊ້ແຮງງານຕ່າງປະເທດ, ຂໍນຳເຂົ້າ, ຂໍຂຶ້ນທະບຽບອອກບັດ ແລະ ຕໍ່ບັດ. ພ້ອມນີ້, ຍັງມີກົດໝາຍ ວ່າດ້ວຍ ການເຂົ້າ-ອອກເມືອງ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.