ເປັນປະທານ ແລະ ເຜີຍແຜ່ໂດຍ ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ກອງບັນຊາການ ປກສ ແຂວງເຊກອງ ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ) ໃນວັນທີ 29 ພຶດສະພາ 2019 ເປັນປະທານ ແລະ ເຜີຍແຜ່ໂດຍ ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ, ຄະນະບັນຊາ, ຄະນະຫ້ອງ, ພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສົມສັກ ຂັດຕິຍະວົງ ໃຫ້ຮູ້ວ່າ:

ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ຖືກຮັບຮອງໂດຍມະຕິຕົກລົງຂອງ ສະພາແຫ່ງຊາດ ສະບັບເລກທີ 095/ສພຊ ລົງວັນທີ 27 ມິຖຸນາ 2018, ລັດຖະດຳລັດຂອງ ປະທານປະເທດແຫ່ງ ສປປ ລາວ ກ່ຽວກັບ ການປະກາດໃຊ້ ສະບັບເລກທີ 213/ປປທ ລົງວັນທີ 13 ສິງຫາ 2018 ແລະ ໄດ້ລົງທະບຽນເຜີຍແຜ່ລົງຈົດໝາຍເຫດທາງລັດຖະການ ໃນວັນທີ 25 ທັນວາ 2018.

ທັ້ງນີ້, ກະຊວງ ຮສສ ໄດ້ອອກຄໍາແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍ ສະບັບເລກທີ 1206/ຮສສ ລົງວັນທີ 23 ເມສາ 2019 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ເປັນໄປຢ່າງຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໃນວັນທີ 25 ທັນວາ 2018 ເຊິ່ງກົດໝາຍດັ່ງກ່າວ ລວມມີ: 12 ພາກ, 25 ໝວດ, 123 ມາດຕາ ແລະ ໃນນີ້ ໄດ້ປັບປຸງ 85 ມາດຕາ, ເພີ່ມເຂົ້າໃໝ່ 19 ມາດຕາ ແລະ ຮັກສາເນື້ອໃນເດີມ 19 ມາດຕາ.

ກອງບັນຊາການ ປກສ ແຂວງເຊກອງ ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ)
ກອງບັນຊາການ ປກສ ແຂວງເຊກອງ ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ)

ການເຜີຍແຜ່ກົດໝາຍຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ຮັບປະກັນຕອບສະໜອງສິດ ແລະ ຜົນປະໂຫຍດ ແລະ ອຸດໜູນປະກັນສັງຄົມປະເພດຕ່າງໆ ຢ່າງຖືກຕ້ອງ, ເປັນເອກກະພາບກັນ ໂດຍສະເພາະຫຼັກການປະກັນສັງຄົມ, ການກໍານົດເງື່ອນໄຂຕ່າງໆກ່ຽວກັບ ການ ປະກັນສັງຄົມ ແລະ ການອຸດໜູນປະກັນສັງຄົມປະເພດຕ່າງໆ.