ຊາວໜຸ່ມຮາກຖານຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ໃນວັນທີ 29 ພຶດສະພາ 2019 ໂດຍມີທ່ານ ພຽງສະໜິດ ຈັນທະວີໄຊ ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ເລຂາຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ, ມີເລຂາຄະນະພັກຮາກຖານຄະນະວິສະວະກໍາສາດ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.


ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມໃຫຍ່ ຄັ້ງທີ IV

ທ່ານ ສີສຸພັນ ພົມມະນີວົງ ເລຂາຄະນະຊາວໜຸ່ມຮາກຖານ ທັງເປັນປະທານກອງປະຊຸມ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາວ່າ: ຄະນະຊາວໜຸ່ມຮາກຖານ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃນການເຊື່ອມຊຶມບັນດາແນວທາງນະໂຍບາຍຂອງ ພັກ-ລັດ ເຮັດໃຫ້ສະມາຊິກຊາວໜຸ່ມມີແນວຄິດອຸ່ນອຽນ-ທຸ່ນ ທ່ຽງ, ມີຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມເຊື່ອໝັ້ນຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີຜົນສໍາເລັດ ພາຍໃຕ້ຄໍາຂວັນຂອງກະຊວງສຶກສາທິການ ແລະ ກິລາ ທີ່ວ່າ: ” ສອນດີ-ຮຽນເກັ່ງ ” ສະແດງອອກຄື: ສະມາຊິກຊາວໜຸ່ມໄດ້ຕັ້ງໜ້າຄົ້ນຄວ້າສຶກສາຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການຮຽນຮູ້ ເປັນຕົ້ນແມ່ນການຂຽນໂປຣແກຣມ, ການຝຶກອົບຮົມທັງພາຍໃນ ແລະ ພາຍນອກ, ເຂົ້າຮ່ວມສໍາມະນາທາງວິຊາການ-ການພັດທະນາຫຸ່ນຍົນ ແລະອື່ນໆ ເຊິ່ງໃນນັ້ນ ໄດ້ ເຂົ້າຮ່ວມການແຂ່ງຂັນຫຸ່ນຍົນລະດັບພາຍໃນປະເທດ 10 ຄັ້ງ, ເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ 5 ຄັ້ງ ແລະ ເຂົ້າຮ່ວມທັດສະນະຢູ່ບັນດາສະຖານທີ່ຕ່າງໆ, ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ສະມາຊິກຊາວໜຸ່ມໄດ້ຮັບໃບຍ້ອງຍໍດີເດັ່ນ ປະເພດ 1 ຈໍາ ນວນ 112 ສະຫາຍ, ປະເພດ 2 ຈໍານວນ 400 ສະຫາຍ ແລະ ປະເພດ 3 ຈໍານວນ 500 ສະຫາຍ.

ທິດທາງແຜນການໃນຕໍ່ໜ້າ, ຄະນະຊາວໜຸ່ມຮາກຖານ ຍັງຈະສືບຕໍ່ເພີ່ມທະວີໃນການໂຄສະນາສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຮັບຮູ້ ແລະ ກໍາໄດ້ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດ, ແຜນພັດທະນາຊາວໜຸ່ມໃຫ້ເຂົ້າໃຈເຊື່ອມຊຶມ, ຕໍ່ມະຕິກອງປະຊຸມຂອງຕົນ ແລະ ມະຕິກອງປະຊຸມໃຫ້ຂອງພັກ ພ້ອມກັນນັ້ນ ຕ້ອງໄດ້ຄົ້ນຄວ້າເຜີຍແຜ່ໃຫ້ເຂົ້າໃຈຢ່າງກວ້າງຂວາງໃນຖັນແຖວຊາວໜຸ່ມ-ໄວໜຸ່ມແຕ່ລະຂັ້ນ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຮາກຖານຊຸດໃໝ່, ໃນນັ້ນ, ມີຜູ້ລົງສະໝັກ 9 ທ່ານ ເລືອກເອົາ 7 ທ່ານ, ຜ່ານການປ່ອນບັດເລືອກເອົາ ທ່ານ ສີສຸພັນ ພົມມະນີວົງ ເປັນເລຂາຄະນະຊາວໜຸ່ມຮາກຖານ ແລະ ອີກ 6 ສະຫາຍ ເປັນຄະນະ.