ສຳນັກຂ່າວ ອາທີ ລາຍງານ ໃນວັນທີ 2 ມິຖຸນາ ທີ່ຜ່ານມາ ວ່າ:​ ໂຮງງານຜະລິດລະເບີດທີເອັນທີ (TNT) ຂອງ ສູນວິໄຈຄຣິສໂຕ ເຈເອສຊີ ເກີດລະເບີດຂຶ້ນສະເທືອນໄປທົ່ວເມືອງເດີຊິນ ພາກກາງຂອງປະເທດລັດເຊຍ ສ້າງຄວາມແຕກຕື່ນໄປທົ່ວ ຕໍ່ມາພົບຜູ້ບາດເຈັບປະມານ 80 ຄົນ, ສົ່ງໂຮງໝໍແລ້ວ 15 ຄົນ ແລະ ບ້ານເຮືອນເສຍຫາຍຫຼາຍກວ່າ 200 ຫຼັງ.

ໂຮງງານດັ່ງກ່າວ ເສຍຫາຍໝົດ ໄຟໄໝ້ລາມພື້ນທີ່ປະມານ 100 ຕາລາງແມັດ ແຕ່ຄົນບາດເຈັບສ່ວນຫຼາຍມາຈາກແຜເສດແກ້ວທີ່ປິວກະຈາຍ ເພາະແຮງລະເບີດ ລວມເຖິງເກີດຄື້ນກະແທກ ເຮັດໃຫ້ປ່ອງຢ້ຽມບ້ານເຮືອນປະຊາຊົນ ແລະ ໂຮງງານໃກຄຽງ ແຕກກະຈາຍ.

ປະຊາຊົນໄດ້ໂພສຮູບຄວັນກຳລັງລອບຂຶ້ນທ້ອງຟ້າ ຈາກຈຸດເກີດເຫດ ເຮັດໃຫ້ເຈົ້າໜ້າທີ່ເມືອງ ຕ້ອງປະກາດພາວະສຸກເສີນໃນພື້ນທີ່ອ້ອມຮອບ, ຂະນະທີ່ ຄະນະກຳມະການສອບສວນຂອງລັດເຊຍ ລະບຸວ່າ: ສືບສວນເປັນຄະດີອາຊະຍາກຳ ເນັ້ນໜັກໄປທີ່ເລື່ອງ ການລະເມີດຄວາມປອດໄພຂອງໂຮງງານ.

ຖະແຫຼງການຂອງ ກະຊວງສາທາລະນະສຸກ ລະບຸວ່າ:

79 ຄົນ ເຂົ້າຮັບການປິ່ນປົວຫຼັງເກີດເຫດລະເບີດ ແບ່ງເປັນແຮງງານໃນໂຮງງານ 38 ຄົນ ແລະ ປະຊາຊົນ 41 ຄົນ, ຜູ້ເຄາະຮ້າຍແຕ່ລະຄົນ ສ່ວນຫຼາຍທໍລະມານຈາກແຜເສດແກ້ວປິວ ເຊິ່ງມີລະດັບຄວາມເຈັບປວດ ຕັ້ງແຕ່ເລັກໜ້ອຍໄປຈົນເຖິງປານກາງ.

ທັ້ງນີ້, ໂຮງງານຜະລິດລະເບີດຂອງບໍລິສັດ ດຽວກັນນີ້ ເຄີຍເກີດລະເບີດຂຶ້ນ ໃນວັນທີ 4 ເມສາ ປີນີ້ ທຳລາຍອາຄານຊັ້ນດຽວພັງລົງມາ ແຕ່ໂຊກດີທີ່ບໍ່ມີໃຜບາດເຈັບ ສ່ວນໃນເດືອນສິງຫາ 2018 ມີໂຮງງານລະເບີດໃນເມືອງດຽວກັນນີ້ ມີແຮງງານເສຍຊີວິດ 5 ຄົນ.