ຄວາມຈິງແລ້ວ ສະໝຸນໄພພື້ນບ້ານ ພື້ນເມືອງໃກ້ໆຕົວເຮົາລ້ວນແຕ່ເປັນຢາດີວິເສດຊ່ວຍໃນການຫຼຸດໄຂມັນໃນເສັ້ນເລືອດ ແລະ ຊ່ວຍຫຼຸດນໍ້າໜັກໄດ້. ນອກນັ້ນ, ຍັງສາມາດຊ່ວຍບັນເທົາອາການເຈັບປວດໃນຮ່າງກາຍໄດ້ຫຼາຍຢ່າງດັ່ງ 6 ສະ ໝຸນໄພທີ່ຈະແນະນຳດັ່ງຕໍ່ໄປນີ້.

1. ໃບຢານາງ: ຢານາງ ມີປະໂຫຍດນັບທັງຮາກ ແລະ ໃບ. ເຄືອໃຊ້ປຸງເປັນຢາແກ້ໄຂ້, ໃບເປັນຢາຖອນພິດ, ແກ້ໄຂ້, ຫຼຸດຄວາມຮ້ອນໃນຮ່າງກາຍ, ມີແຄວຊຽມ, ວິຕາມິນຊີສູງ ແລະ ຍັງໃຫ້ສານອາຫານອື່ນໆເຊັ່ນ: ຟອດສະຟໍຣັດ, ທາດເຫຼັກ ແລະ ວິຕາມິນເອ, ວິ ຕາມິນເບ 1 ແລະ 2, ມີເບຕ້າ ແຄໂຣທີນ ຊ່ວຍຫຼຸດໄຂມັນໃນເສັ້ນເລືອດອີກດ້ວຍ, ສ່ວນຮາກຂອງຍ່ານາງຊ່ວຍຖອນພິດ, ແກ້ໄຂ, ແກ້ອາການເມົາລົດ, ບັນເທົາພະຍາດຫົວໃຈ.

2. ດອກຄຳຝອຍ: ເປັນດອກ ໄມ້ທີ່ບ້ານເຮົາບໍ່ຄ່ອຍມີ ເຊິ່ງຈະເຫັນເປັນຜະລິດຕະພັນແບບຊາ ທີ່ນຳເຂົ້າມາຈາກປະເທດໃກ້ຄຽງ, ມີຄຸນສົມບັດຊ່ວຍຫຼຸດໄຂມັນໃນເລືອດ, ບຳລຸງເລືອດ, ຂັບເຫື່ອ ແລະ ເປັນຢາລະບາຍ. ດອກຄຳຝອຍ ມີປະໂຫຍດຫຼາຍຢ່າງ ເຊັ່ນ: ດອກມີລົດຫວານຮ້ອນ ເປັນຢາຂັບລະດູ, ບຳລຸງປະສາດ, ບຳລຸງຫົວໃຈ, ບຳລຸງເລືອດ, ໃຊ້ລະງັບປະສາດ, ແກ້ຂໍ້ອັກເສບ, ແກ້ຫວັດ; ເກສອນ ມີລົດຫວານຮ້ອນ ແກ້ແສບຮ້ອນຕາມຜິວໜັງ; ແກ່ນມີລົດຫວານເຢັນ ໃຊ້ເປັນຢາລະລາຍຂີ້ກະເທິ; ນໍ້າມັນສະກັດຈາກແກ່ນດອກຄຳຝອຍມີລົດຮ້ອນ ຊ່ວຍແກ້ອຳມະພາດ, ແກ້ຝີ ແລະ ຫຼຸດໄຂມັນໃນເສັ້ນເລືອດ.

3. ໃບກະເພົາ: ໃບກະເພົາມີລິດຂັບລົມ, ຊ່ວຍແກ້ອາການເຈັບສຽບ, ແໜ້ນທ້ອງ, ເຈັບທ້ອງ; ສ່ວນນໍ້າສະກັດທັງຕົ້ນ ສາມາດຮັກສາບາດແຜໃນກະເພາະອາການ; ສຳລັບແກ່ນກະເພົາແຫ້ງໆ ສາມາດນໍາມາຊົງກັບນໍ້າຮ້ອນດື່ມປະໂຫຍດ ຂອງກະເພົາອີກຢ່າງຄື: ຊ່ວຍຂັບໄຂມັນ ແລະ ນໍ້າຕານສ່ວນເກີນອອກຈາກຮ່າງກາຍ, ຊ່ວຍຂັບນໍ້າບີໃນຕັບໃຫ້ອອກມາຊ່ວຍຍ່ອຍໄຂ ມັນໄດ້ດີຂຶ້ນ.

4. ຜັກຕຳນິນ: ໝາກອ່ອນຂອງຜັກຕຳນິນ ມີຣົດຊາດຫວານ ສາມາດກິນໄດ້ ເຊິ່ງເຕັມໄປດ້ວຍສານກຸ່ມແອນໂທໄຊຍານິນ ທີ່ຕ້ານອະນຸມູນອິດສະຫຼະ ແລະ ຊ່ວຍບຳລຸງຫຼອດເລືອດ; ໃບຕຳນິນ ເປັນ ອາຫານທີ່ມີເບຕ້າແຄໂຣທີນສູງ ເຊິ່ງເປັນສານກຸ່ມຄາໂຣທີນອຍ ເຮັດ ໜ້າທີ່ກອງແສງໃຫ້ກັບດວງຕາ, ປ້ອງກັນການເກີດຕໍ້ໃນຕາ, ຊ່ວຍບຳລຸງສາຍຕາໄດ້ເປັນຢ່າງດີ.

5. ກະທຽມ: ຄຸນຄ່າທາງຢາຂອງກະທຽບນັ້ນ ມີຫຼາຍຢ່າງເຊັ່ນ: ແກ້ຂີ້ກາກ, ຂີ້ກ້ຽນ, ຫິດ, ແກ້ ຄວາມດັນເລືອດສູງ, ຫຼຸດໄຂມັນ, ຫຼຸດນໍ້າຕານໃນເລືອດ, ປ້ອງກັນຜະໜັງຫຼອດເລືອດໜາ ແລະ ແຂງຕົວ, ຊ່ວຍຮັກສາບາດສົດ, ບາດເປັນໜອງ, ແກ້ຄໍອັກເສບ, ຊ່ວຍບັນເທົາທາງເດີນປັດສະວະອັກເສບ, ຮັກສາລຳໄສ້, ຮັກສາໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່, ຊ່ວຍຂັບຂີກະເທີ, ແກ້ພິດແມ້ງໄມ້ກັດ ແລະອື່ນໆອີກ ຫຼາຍຢ່າງ.

6. ສົ້ມພໍດີ: ຫຼາຍຄົນມັກເອົາໃບ ແລະ ຍອດຂອງສົ້ມພໍດີໄປໃສ່ແກ້ງສົ້ມ ເຊິ່ງນອກຈາກຈະ ຊ່ວຍເພີ່ມຄວາມສົ້ມໃນອາຫານແລ້ວ, ໃບສົມພໍດີ ຍັງຊ່ວຍແກ້ອາການໄອ, ລະລາຍຂີ້ກະເທີ; ສ່ວນດອກ ໃຊ້ແກ້ພະຍາດໜິ້ວໃນໝາກໄຂ່ຫຼັງ, ໜິ້ວຖົງບີ, ລະລາຍໄຂມັນໃນເສັ້ນເລືອດ ແຕ່ສ່ວນທີ່ມີປະໂຫຍດຫຼາຍກວ່າໝູ່ຄືສ່ວນກີບດອກຂອງສົ້ມພໍດີ ສາມາດຊ່ວຍຫຼຸດໄຂ້ມັນໃນເລືອດ, ຫຼຸດນໍ້າໜັກ, ຫຼຸດຄວາມດັນເລືອດ. ເອົາກີບດອກສົ້ມພໍດີໄປເຮັດເປັນນໍ້າດື່ມ ຈະຊ່ວຍໃຫ້ຮ່າງກາຍສົດຊື່ນ, ຫຼຸດຄວາມຂຸ້ນຂອງເລືອດ, ຂັບປັດສະວະ, ປ້ອງກັນພະຍາດຕ່ອມລູກໝາກໃຫຍ່ ແລະ ມີການສຶກສາທາງວິທະຍາເຫັນວ່າ: ຫາກຮັບປະທານນໍ້າດອກສົ້ມພໍດີດື່ມຕໍ່ເນື່ອງ 1 ເດືອນ ຈະເຮັດໃຫ້ລະດັບນໍ້າຕານ ແລະ ໄຂມັນໃນເລືອດຫຼຸດລົງ.