ຂ່າວຕ່າງປະເທດ ລາຍງານ ໃນວັນທີ 9 ມິຖຸນາ ທີ່ຜ່ານມາ ວ່າ: ຄ່າໃຊ້ຈ່າຍດ້ານສາທາລະນະສຸກ ທີ່ເພີ່ມຂຶ້ນ, ບັນຫາການຂາດເຂີນຄົນໄວເຮັດວຽກ ແລະ ບໍລິການການເງິນສຳລັບຜູ້ສູງອາຍຸ ກາຍເປັນເລື່ອງສຳຄັນ ຄັ້ງທຳອິດ ໃນກອງປະຊຸມ ວັນທີ 9 ມິຖຸນາ ທີ່ຜ່ານມາ ທີ່ ລັດຖະບານປະເທດເສດຖະກິດຂອງໂລກ (G20) ກຳລັງຫາທາງຮັບມືກັບຈຳນວນປະຊາກອນສູງອາຍຸເພີ່ມ ສວນທາງກັບອັດຕາການເກີດ ທີ່ຫຼຸດລົງ.

ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ກຸ່ມປະເທດຈີ 20 ພົບປະຫາລືກັນທີ່ປະເທດຍີ່ປຸ່ນ ເຊິ່ງເລື່ອງປະຊາກອນສູງອາຍຸມີຈຳນວນຫຼາຍຂຶ້ນ ກາຍເປັນບັນຫາໃຫຍ່ລະດັບຊາດ ແລະ ຕ້ອງການຖະແຫຼງເຕືອນກ່ອນທີ່ຈະສາຍເກີນໄປ.

ທ່ານ ທາໂຣ ອາໂສະ ລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ ເຊິ່ງເປັນເຈົ້າພາບໃນກອງປະຊຸມ ກ່າວຕໍ່ຜູ້ສື່ຂ່າວ ວ່າ:

ຖ້າຫາກປະຊາກອນສູງອາຍຸ ເພີ່ມຂຶ້ນເລື້ອຍໆ ໂດຍບໍ່ມີແຜນຮອງຮັບທີ່ມີປະສິດທິພາບ ມັນອາດຈະສາຍເກີນແກ້ໄດ້.

ທັ້ງນີ້, ໃນກອງປະຊຸມຈີ 20 ທີ່ຜ່ານມາ ໄດ້ເນັ້ນການຫາລືບັນຫາທ້າທາຍ ແລະ ທ່າອ່ຽງຂອງສະມາຊິກທັງໝົດ ໃນເລື່ອງການເງິນ ແລະ ໂຄງສ້າງນະໂຍບາຍ, ໃນຂະນະທີ່ ຍີ່ປຸ່ນ ປະເທດເຈົ້າພາບ ຫວັງແລກປ່ຽນປະສົບການເພື່ອເລັ່ງຮັບມືປະຊາກອນສູງອາຍຸ ເພີ່ມຂຶ້ນ ເຊິ່ງຈະສົ່ງກົດດັນຕໍ່ພາວະເສດຖະກິດ.