ປັດຈຸບັນ, ຜູ້ຂັບຂີ່ລົດຈັກຈໍານວນໜຶ່ງຍັງຖືເບົາຕໍ່ການປະຕິບັດກົດລະບຽບຈະລາຈອນທີ່ວາງອອກ, ໃນນີ້ ລວມທັງສະຕິການໃສ່ໝວກກັນກະທົບໃນເວລາຂັບຂີ່ບໍ່ທັນໄດ້ດີເທົ່າທີ່ຄວນ ຫຼື ໃສ່ໝວກກັນກະທົບທີ່ບໍ່ມີຄຸນນະພາບ, ກໍລະນີເກີດອຸບັດຕິເຫດ ຈຶ່ງເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດ; ແຕ່ກໍສາມາດປ້ອງກັນໄດ້ໂດຍການໃສ່ໝວກກັນກະທົບສາມາດຫຼຸດຜ່ອນຄວາມສ່ຽງຈາກການເສຍຊີວິດຍ້ອນອຸບັດຕິເຫດໄດ້ 40%.

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເປີດເຜີຍວ່າ:ໃນ ສປປ ລາວ ມີພາຫະນະຂຶ້ນທະບຽນປະເພດລົດຈັກກວມ 81%; ໃນນີ້, ອຸບັດຕິເຫດທີ່ເກີດຂຶ້ນ 90% ແລະ 75% ເສຍຊີວິດມາຈາກລົດຈັກ, ກໍລະນີເກີດອຸບັດຕິເຫດຂອງຜູ້ຂັບຂີ່ລົດຈັກທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດ ແມ່ນກະທົບຢູ່ຫົວ ແລະ ຢູ່ຄໍ, ແຕ່ບັນຫາດັ່ງກ່າວສາມາດປ້ອງກັນໄດ້ ໂດຍການໃສ່ໝວກກັນກະທົບທີ່ມີຄຸນນະພາບຈະຊ່ວຍຫຼຸດຜ່ອນຄວາມສ່ຽງທີ່ຈະເສຍເສຍຊີ ວິດຈາກອຸບັດຕິເຫດ 40% ແລະ ຫຼຸດຜ່ອນຄວາມຮຸນແຮງຂອງການບາດເຈັບທີ່ຫົວໄດ້ 70% ລວມທັງຟື້ນຟູໃນໄລ ຍະປິ່ນປົວຢູ່ໂຮງໝໍໄດ້ໄວຂຶ້ນ;

ຢ່າງໃດກໍຕາມ, ການໃສ່ໝວກກັນກະທົບຕ້ອງໃຫ້ຖືກວິທີ ແລະ ມີຄຸນນະພາບ ຈຶ່ງສາມາດປ້ອງກັນໄດ້, ທັງເປັນການຫຼີກລ່ຽງການຖືກປັບໃໝຂອງຕໍາຫຼວດຈະລາຈອນ 30.000 ຕໍ່ຄັ້ງ ໃນດໍາລັດ 188/ນຍ.

ຢ່າງໃດກໍຕາມ, ການໃສ່ໝວກກັນກະທົບຫຼຸດຜ່ອນການໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກອຸບັດຕິເຫດລົງໄດ້ສ່ວນໃດ-ສ່ວນໜຶ່ງເທົ່ານັ້ນ, ສິ່ງສໍາຄັນທີ່ສຸດຜູ້ຂັບຂີ່ຕ້ອງເປັນເຈົ້າການໃນການ ຂັບຂີ່ທີ່ດີ, ບໍ່ປະໝາດ, ບໍ່ຂັບຂີ່ລົດໄວ, ໃຫ້ກຽດເຊິ່ງກັນແລະກັນ, ບໍ່ດື່ມສິ່ງມຶນເມົາ ປະຕິບັດກົດລະບຽບທີ່ວາງອອກ ກໍຈະສາມາດປ້ອງກັນການເກີດອຸບັດຕິເຫດໄດ້.