ໃນທ້າຍອາທິດຜ່ານມາ, ຄະນະນຳ ແຂວງບໍລິຄຳໄຊ ໄດ້ລົງຢ້ຽມຢາມຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນ້ຳທາ ນຳໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງໆຫຼວງນ້ຳທາ, ມີ ພັທ ອິນສົມ ທຳມະສີນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ພ້ອມພະນັກງານ-ນັກຮົບ ເຂົ້າຮ່ວມ.

ການມາຢ້ຽມຢາມໃນຄັ້ງນີ້ ກໍເພື່ອເປັນການມາຊົມຜົນງານ, ການຜະລິດ, ການກໍ່ສ້າງພື້ນຖ່ານໂຄງລາງ ແລະ ການປະຕິບັດວຽກງານວິຊາສະເພາະອື່ນໆຂອງ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນ້ຳທາ ເພື່ອນຳເອົາໄປພັດທະນາຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄຳໄຊ. ຈາກນັ້ນ, ຄະນະນຳທັງສອງແຂວງ ໄດ້ພ້ອມກັນປູກຕົ້ນໄມ້ໄວ້ທີ່ຄ້າຍຄຸມຂັງ-ດັດສ້າງ ເພື່ອເປັນທີ່ລະນຶກ ແລະ ໃຫ້ຕົ້ນໄມ້ດັ່ງກ່າວ ໄດ້ເຕີບໃຫຍ່ຮົ່ມເຢັນໃຫ້ແກ່ ຄ້າຍຄຸມຂັງ-ດັດສ້າງ ອີກດ້ວຍ.

ພັທ ທຸມພັນ ເຮຶ່ອງວົງສາ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນ້ຳທາ ໄດ້ນຳພາບັນດາຄະນະນຳຂອງ ແຂວງບໍລິຄຳໄຊ ເດີນຊົມຫ້ອງການເຮັດວຽກເຂດປູກຝັງ, ລ້ຽງສັດ, ຫັດຖະກຳ, ຈັກສານບ່ອນຝຶກວິຊາຊີບ ໃຫ້ແກ່ນັກໂທດ, ຖືກຫາ-ດັດສ້າງ, ຜະລິດນ້ຳດື່ມ, ເຟີນີເຈີ, ປູກຝັງ-ລ້ຽງສັດ, ສານຕິບເຂົ້າ, ສານແຫ, ຕໍ່າແຜ່ນ ແລະອື່ນໆ.

ນອກນັ້ນ, ພະນັກງານພາຍໃນຄ້າຍ ຍັງມີການປະສານສົມທົບກັບ ພະນັກງານວິຊາການ ອົງການໄອຍະການປະຊາຊົນແຂວງ, ມີພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງ ສານພະແນກຍຸຕິທຳແຂວງ ທີ່ປະຈຳຄ້າຍຄຸມຂັງ-ດັດສ້າງ ເພື່ອຄົ້ນຄວ້ານະໂຍບາຍໃຫ້ການອະໄພຍະໂທດ ແລະ ຜ່ອນໂທດ ໃຫ້ກັບຜູ້ທີ່ມີຜົນງານ.